ສກຂ ຜົ້ງສາລີ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງມ4 ແລະ ມ7ຂັ້ນແຂວງ ສົກປີ 2018-2019
- ລາຍລະອຽດ
- ໝວດ: ຂ່າວກອງປະຊຸມ
- ເຜີຍແຜ່ເມື່ອ ວັນຈັນ, 22 ເມສາ 2019 02:54
- ຂຽນໂດຍ Super User
- ກົດເບິ່ງ: 802
ສກຂ ຜົ້ງສາລີ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງມ4 ແລະ ມ7ຂັ້ນແຂວງ ສົກປີ 2018-2019.
ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງ ມ4 ແລະ ມ7 ຂັ້ນແຂວງ ສົກປີ 2019 ຢ່າງເປັນທາງການ ເມື່ອບໍດົນທີ່ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ສານວັນໄຊ ແສງມະນີ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີທ່ານ ຊາຍຄຳ ຍິນສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ,ມີ ທ່ານ ສິດ ປິຕິສັກ ຫົວໜ້າຂະແໜງມັດທະຍົມ ສກຂ, ມີຄະນະຮັບຜິດຊອບຄູນຳພານັກຮຽນ ແລະ ນັກຮຽນເກັ່ງເຂົ້າຮ່ວມ
ການຈັດການສອບເສັງເພື່ອເປັນການປະຕິບັດຕາມ 3ຫຼັກສະນະ5 ຫຼັກມູນ ແລະ 3 ຂໍ້ແຂງຂັນຂອງກະຊວງສຶກສທິການ ແລະ ກິລາວາງອອກ ແລະ ເປັນການເປີດໂອກາດໃຫ້ນ້ອງນັກຮຽນໄດ້ສະແດງອອກດາງດ້ານຄວາມຮູ້ຄວາມສາດ,ສະຕິປັນຍາ ແລະ ເພື່ອຄັດເລືອກເອົານັກຮຽນເກັ່ງຂັ້ນແຂວງຂອງແຕ່ລະລາຍວິຊາເພື່ອສົ່ງເຂົ້າຮ່ວມໃນການສອບເສັງຄັດເລືອກນັກຮຽນເກັ່ງໃນລະດັບຊາດທີ່ຈະມາເຖິງໃນຕໍ່ໜ້ານີ້,ສຳລັບວິຊາທີ່ນຳມາສອບເສັງຄັ້ງນີ້ມີທັງໝົດ 4 ວິຊາຫຼັກຄື: ວິຊາ ພາສາລາວ-ວັນນະຄະດີ, ວິຊາຄະນິດສາດ,ວິຊາຝິຊິກສາດ ແລະ ວິຊາ ເຄມີສາດ.ແຕ່ລະວິຊາຈະໃຊ້ເວລາໃນການສອບເສັງ 120 ນາທີ ເຊີ່ງຜົນການສອບເສັງສາມາດຮູ້ໄດ້ຄືດັ່ງນີ້: ສຳລັບຊັ້ນ ມ4ນັກຮຽນເກັ່ງທີ່ຈະເຂົ້າຮ່ວມສອບເສັງໃນລະດັບຊາດມີດັ່ງນີ້:
ອ່ານເພີ່ມເຕີມ: ສກຂ ຜົ້ງສາລີ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງມ4 ແລະ ມ7ຂັ້ນແຂວງ ສົກປີ 2018-2019