ພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ທົ່ວເມືອງໄຊຍະບູລີ ປະຈໍາສົກປີ 2019-2020
ພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນມ4 ທົ່ວເມືອງໄຊຍະບູລີ ແຂວງໄຊຍະບູລີ ປະຈໍາສົກປີ 2019-2020 ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22ກໍລະກົດ 2020ທີ່ສູນສອບເສັງໂຮງຮຽນ ມສ ເອກະພາບ, ໃຫ້ກຽດເຂົ້າຮ່ວມເປີດຫົວບົດສອບເສັງໂດຍ ທ່ານ ບຸນແທນ ທິແກ້ວກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຍະບູລີ, ໂດຍມີທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ຫ້ອງການສຶກສາທິການ ແລະ ກິລາດມືອງໄຊຍະບູລີ, ພະນັກງານທີ່ກຽ່ວຂ້ອງ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ, ຄະນະກໍາມະການພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.