ໃນພິທີທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການເຊິ່ງທ່ານໄດ້ກ່າວໃຫ້ຮູ້ວ່າ:ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS ) ມີເປົ້າໝາຍເລັງໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໜຸ່ມຜູ້ດ້ອຍໂອກາດໃນເກນອາຍຸລະຫວ່າງ 15-35 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມສຶກສາຕອນຕົ້ນ, ເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທໍາ, ປະກອບອາຊີບດ້ວຍຕົນເອງ, ມີລາຍຮັບ ຫຼື ກັບຄືນເຂົ້າສູ່ລະບົບສຶກສາ ເພື່ອເຊື່ອມສານເຂົ້າໃນລະບົບການສືກສາວິຊາຊີບ ໃນລະດັບຊາດ ແລະ ລະດັບທ້ອງຖິ່ນ. ໂຄງການນີ້ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກລັດຖະບານແຫ່ງປະເທດ ສະວິດເຊີແລນ ໂດຍຜ່ານອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ຊຶ່ງຕາງໜ້າລັດຖະບານ ສປປ ລາວ ໂດຍກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ເປັນຄູ່ຮ່ວມງານຫຼັກ ຮ່ວມມືກັບກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການສະວິດຄອນແທັກ ຮ່ວມກັບມະຫາວິທະຍາໄລ ລູເຊີນ, ປະເທດສະວິດເຊີແລນ ເປັນຜູ້ຈັດຕັ້ງປະຕິບັດ ກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າຕາມເນື້ອໃນຂອງກອງປະຊຸມເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພາກສ່ວນທີ່ມີທ່າແຮງໃນການເຂົ້າຮ່ວມ ຈັດຕັ້ງປະຕິບັດ ວົງຈອນການໃຫ້ຄໍາປຶກສາ ການມີວຽກເຮັດງານທຳ, ອົງປະກອບ ແລະ ຂະບວນການໃຫ້ຄຳປຶກສາ, ນຳສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ກ່ຽວກັບ ເງື່ອນໄຂ ຫຼື ບັນທັດຖານ ສຳລັບອົງການຈັດຕັ້ງ ແລະ ຜູ້ໃຫ້ຄຳປຶກສາ ຂອງພາກສ່ວນທີ່ຈະເປັນຄູ່ຮ່ວມງານໂຄງການ, ເພືຶ່ອສະເໜີກ່ຽວກັບແບບຟອມສະໝັກ, ແບບຟອມການຂຶ້ນງົບປະມານ ຫຼື ຄ່າໃຊ້ຈ່າຍກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາການໃຫ້ຄໍາປຶກສາ ແລະ ຂັ້ນຕອນການສະໝັກເປັນຜູ້ໃຫ້ຄຳປຶກສາ.
ໂດຍ: ນາລີ ແພງວິໄລ
020 9999 4226