ພິທີເປີດການແຂ່ງຂັນກິລາປະຈຳປີ 2019 ຊິງຂັນທ່ານເຈົ້າແຂວງໄຊຍະບູລີ



ໃນຕອນແລງຂອງວັນທີ 3 ພຶດສະພາ 2019 ທີ່ເດີ່ນກິລາບານເຕະຂອງແຂວງໄຊຍະບູລີ ໄດ້ຈັດພິທີເປີດການແຂ່ງຂັນກິລາປະຈຳປີ 2019 ຊິງຂັນທ່ານເຈົ້າແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນານທຳ-ສັງຄົມ, ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູ ລີ, ມີການນຳຂອງແຂວງ, ການນຳຂອງເມືອງໄຊຍະບູລີ, ຫົວໜ້າພະແນກການອ້ອມຂ້າງແຂວງ, ມີບັນດາຄະນະນຳ, ນັກກິລາທີ່ມາ ຈາກພະແນກການ, ກົມກອງເຂົ້າຮ່ວມ.
ອ່ານຕໍ່ ...
ໄຊຍະບູລີ ປຶກສາຫາລືວຽກງານກິລາປະຈຳປີ 2019


ຕອນເຊົ້າຂອງວັນທີ 4 ເມສາ 2019 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານກິລາ ປະຈຳປີ 2019 ຊີງຂັນທ່ານເຈົ້າແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ,ທ່ານ ອຸດົມ ວິໄລສັກ ຫົວໜ້າພະແນກກິລາມວນຊົນ ເພື່ອສຸຂະພາບ, ກົມກິລາມວນຊົນ , ຫົວໜ້າຂະແໜງບໍລິຫານ, ຮອງຫົວໜ້າຂະແໜງລະດັບສູງ, ຄະນະສະຫະພັນກິລາຂອງແຂວງ, ມີບັນດາຕ່າງໜ້າຄະນະຮັບຜິດຊອບວຽກງານກິລາຂອງພະແນກການ, ກົມກອງ, ໂຮງຮຽນບໍລິສັດ, ນັກທຸລະກິດຊາວຄ້າຂາຍ, ກໍ່ໃຫ້ກຽດເຂົ້າຮ່ວມ.
ອ່ານຕໍ່ ...