ໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ຈັດພິທີເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ


ໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ຈັດພິທີເລື່ອນສະມາຊິກພັກສຳຮອງ ເຂົ້າເປັນສະມາຊິກພັກສົມບູນ ເມື່ອວັນທີ 10 ເມສາ 2018 ຜ່ານມາ ທີ່ຫ້ອງປະຊຸມໂຮງຮຽນດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ກາບແກ້ວ ສີບຸນມາ ເລຂາຄະນະພັກຮາກຖານ, ຫົວໜ້າພະແນພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ,ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມ.
ໃນພິທີສະຫາຍ ທອງດີ ເນົາວັນເພັງ ຮອງເລຂາໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງໄຊຍະບູລີ ວ່າດ້ວຍການອະນຸມັດຮັບເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ທີ່ໄດ້ກຳນົດໄວ້ໃນໝວດ 1 ກ່ຽວກັບສະມາຊິກພັກ ແລະ ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ອີງຕາມ ໃບສະເໜີຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງສະບັບເລກທີ 23/ຄພຖ.ສກຂ ແລະ ຜົນງານການເຄື່ອນໄຫວຂອງສະມາຊິກພັກສະໄໜສຳຮອງ ຄະນະປະຈໍາພັກແຂວງໄຊຍະບູລີ ຈຶ່ງເຫັນດີຕົກລົງອະນຸມັດເລື່ອນສະມາຊິກພັກສະໄໝສຳຮອງຈໍານວນ 5 ສະຫາຍ, ຍິງ 1 ສະຫາຍ ເຂົ້າເປັນສະມາຊິກສົມບູນຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໃນນີ້ສັງກັດຢູ່ໜ່ວຍພັກວິຊາການ 3 ຄົນ, ຍິງ 1 ຄົນ, ໜ່ວຍພັກ ໂຮງຮຽນມສ ຊົນເຜົ່າ 1 ຄົນ.
ຕອນທ້າຍຂອງພິທີ ສະຫາຍ ກາບແກ້ວ ສີບຸນມາ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກສະໄໜສຳຮອງທີ່ເລື່ອນເຂົ້າເປັນສະມາຊິກສົມບູນ ຈົ່ງເອົາໃຈໃສ່ໃນການເຝິກຝົນຫລໍ່ຫອມຕົນເອງ ທາງດ້ານຄຸນທາດການເມືອງ, ການປະຕິບັດໜ້າທີ່ວິຊາສະເພາະ ແລະ ປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ, ພັດທະນາຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ,ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນອະນາຄົດ.
ໂດຍ: ນາລີ ແພງວິໄລ
020 9999 4226