ສກຂ ແຂວງໄຊຍະບູລີ ຮັບຟັງການເຜີຍແຜ່ເຊື່ອມຊື່ມມະຕິຄັ້ງທີ 7ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 10
ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ເຊື່ອມຊື່ມມະຕິຄັ້ງທີ 7ຂອງຄະນະບໍລິຫານງານສູນກາງ ພັກສະໄໝທີ 10 ໃຫ້ພະນັກງານຄູ-ອາຈານ ຂື້ນໃນວັນທີ 7 ກຸມພາ 2019 ທີ່ຫ້ອງປະຊຸມພະແນກດັ່ງກ່າວໃຫ້ກຽດ ເຜີຍແຜ່ໂດຍທ່ານ ນາງ ບຸນພັກ ອິນທະປັນຍາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນໍາວຽກ ງານຂົງເຂດວັດທະນາທໍາ-ສັງຄົມ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວ ໜ້າຂະແໜງ, ຜູ້ອໍານວຍການໂຮງຮຽນ, ພະນັກງານ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.