ສກຂ ແຂວງໄຊຍະບູລີ ສຳເລັດການສອບເສັງແຂ່ງຂັນນັກຮຽນເກັ່ງ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດ ລະດັບແຂວງປະຈຳສົກຮຽນ 2019-2020
ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ສຳເລັດການສອບເສັງແຂ່ງຂັນນັກຮຽນ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດ ລະດັບແຂວງ ປະຈຳສົກຮຽນ 2019-2020 ໃນລະຫວ່າງວັນທີ 26-28 ກຸມພາ 2020 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໃຫ້ກຽດເຂົ້າທ່ານ ຄຳສິງ ສໍລະສຸກ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທ່ານ ກາບແກ້ວ ສີບຸນມາ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ເມືອງ 11 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງ, ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສູນ, ຫົວໜ້າໜ່ວຍງານ, ຄູ-ອາຈານນຳພາ, ຜູ້ປົກຄອງ ແລະ ນ້ອງນັກຮຽນເກັ່ງກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.