ກອງປະຊຸມຝຶກອົບຮົມ ທິດສະດີການເມືອງໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ
ກອງປະຊຸມຝຶກອົບຮົມ ທິດສະດີການເມືອງໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ໄດ້ຈັັດຂື້ນຢ່າງເປັນທາງການໃນຕອນ ເຊົ້າຂອງວັນທີ 5 ສິງຫາ 2019 ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ , ໂດຍການຮັບການຊ່ວຍເຫຼືອ ດ້ານງົບປະມານຈາກໂຄສະສູນກາງພັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງເລື່ອນ ອິນປັນຍາ ກຳມະການພັກແຂວງ ຫົວໜ້າຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ, ມີຫົວໜ້າກົມອົບຮົມຄະນະໂຄສະນາສູນກາງພັກ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 3ເມືອງ ໄຊຍະບູລີ, ເມືອງໄຊສະຖານ, ເມືອງພຽງ, ອຳນວຍ ການໂຮງຮຽນອອ້ມຂ້າງແຂວງ, ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ, ວິທະຍາໄລພາກລັດ-ເອກະຊົນ, ພະນັກງານທີ່ກ່ຽວ ຂ້ອງ ພ້ອມດ້ວຍຄູ-ອາຈານ 3 ຕົວເມືອງ ໃຫ້ກຽດເຂົ້າຮ່ວມ.