ກອງປະຊຸມຝຶກອົບຮົມສ້າງຄູນິເທດຊັ້ນມັດທະຍົມສຶກສາທົດແທນ
ກອງປະຊຸມຝຶກອົບຮົມສ້າງຄູນິເທດຊັ້ນມັດທະຍົມສຶກສາທົດແທນ ຂື້ນໃນຕອນເຊົ້າຂອງວັນທີ 25 ມັງກອນ 2021 ທີ່ຫ້ອງປະຊຸມສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ທ່ານ ປອ ອານຸສິດ ມະໂນສານ ຮອງຜູ້ອຳນວຍວິທະຍາໄລສ້າງຄູ ຫຼວງພະບາງ, ມີບັນດາສຳມະນາກອນຂັ້ນແຂວງ ແລະ ວິທະຍາກອນຈາກເມືອງໄຊຍະບູລີ ແລະ ເມືອງພຽງເຂົ້າຮ່ວມ.