ຈຸດປະສົງຂອງກອງປະຊຸມແມ່ນເພື່ອພັດທະນາຄວາມເຂົ້າໃຈຢ່າງເລີກເຊີ່ງກ່ຽວກັບບົດບາດໜ້າທີ່ ແລະ ພາລະຂອງຄູຝຶກປະຈຳແຂວງ ໃນລະບົບການຝຶກອົບຮົມຄູປະຈຳການ, ແນະນຳກ່ຽວກັບທັກສະດ້ານວິຊາຊີບທີ່ຈຳເປັນ ແລະ ແນວຄິດສຳລັບຜົນສຳເລັດການເປັນຄູຝຶກປະຈຳແຂວງ, ສຶກສາສະພາບຄວາມເປັນຈິ່ງຂອງຫ້ອງຮຽນປະຖົມໃນ ສປປລາວ ແລະ ສິ່ງທີ່ພົວພັນກັບບົດບາດໜ້າທີ່ຂອງການເປັນຄູຝຶກປະຈຳແຂວງ, ທັກສະອຳນວຍຄວາມສະດວກແບບມີສ່ວນຮ່ວມເພື່ອສາມາດອຳນວຍຄວາມສະດວກໃນການຮຽນຮູ້ຂອງຜູ້ໃຫ່ຍຢ່າງມີປະສິດທິພາບ ຜູ້ເຂົ້າຮ່ວມກອງປະຊຸມກໍ່ຈະໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 4 ວັນ ຈິ່ງຈະສຳເລັດຜົນ.
ໂດຍ: ນາລີ ແພງວິໄລ
020 9999 4226