ໂອກາດດັ່ງກ່າວ ທ່ານ ສົມບູນ ມາສຸວັນ ເລຂາທິການ ຄະນະກຳມາການແຫ່ງຊາດລາວ ເພື່ອອຸຍແນສໂກ ກໍ່ໄດ້ຂື້ນກ່າວຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອແນະນຳກ່ຽວກັບແນວຄິດ ແລະ ວິທີການປະຕິບັດກິດຈະກຳຮອບດ້ານໃນໂຮງຮຽນ ຕໍ່ສະພາບດິນຟ້າອາກາດ ການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດ ໂດຍອີງໃສ່ປື້ມຄູ່ມືຂອງອົງການອຸຍແນສໂກ ການກະກຽມຄວາມພ້ອມຕໍ່ສະພາບດິນຟ້າອາກາດ ແລະ ຄູ່ມືສຳລັບໂຮງຮຽນ ໃຫ້ແກ່ຜູ້ອຳນວຍການ, ຄູ-ອາຈານ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບວິທີການໃນການຈັດຕັ້ງປະຕິບັດກິດຈະກຳຮອບດ້ານໃນໂຮງຮຽນຕໍ່ສະພາບດິນຟ້າອາກາດ ເພື່ອສ້າງແຮງຈູງໃຈໃຫ້ແກ່ສະຖາບັນການສຶກສາ ນຳເອົາວິທີການທີ່ຕົນເອງໄດ້ຮຽນຮູ້ໃນຄັ້ງນີ້ໄປຈັດຕັ້ງປະຕິບັດຮັບມືກັບສະພາບອາກາດ, ກອງປະຊຸມຍັງຈະໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນຈັດແບ່ງເປັນກຸ່ມຄົ້ນຄວ້າວາລະກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 4 – 6 ມີນາ 2019 ຈຶ່ງຈະສຳເລັດຜົນລົງ.
ໂດຍ: ນາລີ ແພງວິໄລ
020 9999 4226