ກອງປະຊຸມໃຫ່ຍຄັ້ງທີ່ IV ຂອງໜ່ວຍຊາວໜຸ່ມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ



ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີເປີດກອງປະຊຸມໃຫ່ຍຄັ້ງທີ່ IV ຂອງໜ່ວຍຊາວໜຸ່ມ ຂື້ນໃນຕອນແລງ ຂອງວັນທີ 30 ມັງກອນ 2019 ທີ່ຫ້ອງປະຊຸມໂຮງຮຽນດັ່ງກ່າວໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນທະບູລີ ຄຳພູມີ ຄະນະ ບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຮາກຖານຊາວໜຸ່ມ, ຫົວໜ້າຂະແໜງການເງິນ ພະແນກສຶກສາທິການ ແລະ ກິ ລາ ແຂວງໄຊຍະບູລີ, ສະຫາຍ ທອງຈັນ ພັນທຸອາມາດ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເລຂາໜ່ວຍ ພັກໂຮງຮຽນ, ຜູ້ອຳນວຍການເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ, ມີຕ່າງໜ້າຊາວໜຸ່ມໜ່ວຍອ້ອມຂ້າງ, ເລຂາໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ອົງການຈັດຕັ້ງ, ຊາວໜຸ່ມ, ກຳມະບານ, ແມ່ຍິງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ...
ກອງປະຊຸມ ສະຫລຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດ
ແຜນພັດທະນາກິລາກາຍຍະກຳມວນຊົນທົ່ວປະເທດ ປະຈຳປີ 2018



ໃນວັນທີ 20 ທັນວາ 2018 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ກົມກິລາມວນຊົນກະຊວງສຶກສາທິການ ແລະ ກິລາໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາກິລາກາຍຍະກຳມວນຊົນທົ່ວປະເທດ ປະຈຳປີ 2018ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອິນທະປັນຍາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມວນຊົນ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ, ຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ທົ່ວປະເທດພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ອ່ານເພີ່ມເຕີມ...