ກອງປະຊຸມເຝິກອົບຮົມຄວາມສະເໜີພາບຍິງ-ຊາຍ ໃຫ້ແກ່ໄວໜຸ່ມ ເພື່ອປ້ອງກັນການໃຊ້ຄວາມຮຸ່ນແຮງຕໍ່
ແມ່ຍິງ ແລະ ເດັກ



ໃນຕອນເຊົ້າຂອງວັນທີ 8 ມັງກອນ 2018 ໄດ້ເປີດກອງປະຊຸມເຝິກອົບຮົມຄວາມສະເໜີພາບຍິງ - ຊາຍ ໃຫ້ໄວໜຸ່ມເພື່ອ ປ້ອງກັນການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກ ຂື້ນທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ທ່ານ ນາງ ບົວພັນ ລັດທິດາ ຫົວໜ້າພະແນກສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງສຶກສາທິການ ແລະ ກິລາ, ມີທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຂະແໜງ ມັດທະຍົມສຶກສາ, ໜ່ວຍງານມັດທະຍົມສຶກສາ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານທີ່ ມາຈາກ 6 ແຂວງຄື: ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫົວພັນ ແລະ ແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ອ່ານເພີ່ມເຕີມ...