ສກຂ ແຂວງໄຊຍະບູລີ ສຳເລັດການສອບເສັງແຂ່ງຂັນນັກຮຽນເກັ່ງ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດ ລະດັບແຂວງປະຈຳສົກຮຽນ 2019-2020



ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ສຳເລັດການສອບເສັງແຂ່ງຂັນນັກຮຽນ ແລະ ຖາມ-ຕອບ ຄວາມຮູ້ວິທະຍາສາດ ລະດັບແຂວງ ປະຈຳສົກຮຽນ 2019-2020 ໃນລະຫວ່າງວັນທີ 26-28 ກຸມພາ 2020 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໃຫ້ກຽດເຂົ້າທ່ານ ຄຳສິງ ສໍລະສຸກ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທ່ານ ກາບແກ້ວ ສີບຸນມາ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ເມືອງ 11 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງ, ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສູນ, ຫົວໜ້າໜ່ວຍງານ, ຄູ-ອາຈານນຳພາ, ຜູ້ປົກຄອງ ແລະ ນ້ອງນັກຮຽນເກັ່ງກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ...
ເມືອງ ໄຊຍະບູລີ ສຳເລັດການສອບເສັງນັກຮຽນເກັ່ງ



ຫ້ອງການສຶກສາທິການ ແລະ ກິລາເມືອງໄຊຍະບູລີ ໄດ້ຈັດພິທີການສອບເສັງນັກຮຽນເກັ່ງຂັ້ນເມືອງຂື້ນເພື່ອຄັດເລືອກເອົາ ນັກຮຽນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີພອນສະຫວັນ ເປັນຕົວແທນໃຫ້ເມືອງ ເພື່ອເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນ ເກັ່ງ ແລະ ຖາມ-ຕອບຄວາມຮູ້ວິທະຍາສາດຂັ້ນແຂວງ ພ້ອມທັງເປັນການວັດຄວາມຮູ້, ຄວາມສາມາດໃນການຊອກຮູ້ຮໍ່າຮຽນຂອງ ນັກຮຽນ ແລະ ການສິດສອນສົ່ງຄວາມຮູ້ຂອງຄູໃນເມືອງ ໄຊຍະບູລີ ປະຈໍາສົກຮຽນ 2019 – 2020 ໃນເມື່ຶອວັນທີ 19 ກຸມພາ 2020 ທີ່ໂຮງຮຽນປະຖົມສົມບູນບ້ານແກ້ງ ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ຄໍາຜາຍ ແກ້ວບົວ ຮອງເລຂາພັກເມືອງ, ທ່ານ ດາວ ເລືອງ ສຸກຜາລີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຮອງຫົວໜ້າຫ້ອງການ, ຜູ້ອໍານວຍການໂຮງ ຮຽນ, ຮອງອໍານວຍການໂຮງຮຽນ, ຫົວໜ້າໜ່ວຍງານ,ວິຊາການ,ຄູ-ອາຈານ,ຜູ້ປົກຄອງນັກຮຽນ, ຕະຫຼອດຮອດນ້ອງນັກຮຽນທີ່ເປັນ ຕົວແທນຂອງໂຮງຮຽນ ທົ່ວເມືອງໄຊຍະບູລີ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ...