ການແຂ່ງຂັນກິລາປະເພດບານສົ່ງຍິງ - ຊາຍ ຊິງຂັນທ່ານ ເຈົ້າແຂວງ ໄຊຍະບູລີ ປະຈຳປີ 2018 ໄດ້ເລີ່ມຕົ້ນການແຂ່ງຂັນມາແຕ່ວັນທີ 27 ກໍລະກົດ 2018 ຫາວັນທີ 14 ສິງຫາ 2018 ການແຂ່ງຂັນປະກອບມີທັງໝົດ 12 ທີມໃນນັ້ນທີມບານສົ່ງຊາຍ 8 ທີມຄື: ທີມກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ2, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ທີມຟີດ໋ອມ, ສາມະຄີໄຊ, ບ່າວເມືອງຊ້າງ ແລະ ທີມທອງໃບການໄຟຟ້າ; ປະເພດບານສົ່ງຍິງມີ 4 ທີມຄື: ທີມພະແນກສຶກສາທິການ ແລະ ກິລາແຂວງ, ກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ ແລະ ທີມພະແນກກະສິກຳ ແລະ ປ່າໄມ້ແຂວງ. ໃນການແຂ່ງຂັນຄັ້ງນີ້ນັກກິລາແຕ່ລະພາກສ່ວນແມ່ນໄດ້ເອົາໃຈໃສ່ປະຕິບັດລະບຽບ, ກະຕິກາ ການແຂ່ງຂັນທີ່ກຳນົດໄວ້ຢ່າງເຂັ້ມງວດ. ຮູ້ໄດ້, ຮູ້ເສຍ, ຮູ້ໃຫ້ອາໄພເຊີ່ງກັນ ແລະ ກັນ ທັງເຫັນໄດ້ຄວາມສາມັກຄີເປັນເອກະພາບ, ເຫັນໄດ້ຄວາມຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບເປັນສີ່ງສຳຄັນ, ທັງເປັນການພັດທະນາຄວາມຮູ້, ຄວາມສາມາດ,ພັດທະນາທັກສະແລະຖອດຖອນບົດຮຽນທາງດ້ານເຕັກນິກແບບແຜນວິທີການຫຼີ້ນຂອງແຕ່ລະທີມ,ອີກຢ່າງໜື່ງກໍ່ເປັນການ
ເລືອກຕົວນັກກິລາເພື່ອເປັນຕົວແທນໃຫ້ແຂວງໄຊຍະບູລີ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ IX ທີ່ແຂວງຊຽງຂວາງເປັນເຈົ້າພາບ ເຊີ່ງຈະໄດ້ຈັດຂຶ້ນໃນກາງເດືອນພະຈິກ ປີ 2018 ນີ້. ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້: ປະເພດບານສົ່ງຍິງ ທີ1 ໄດ້ແກ່ທີມ ກອງບັນຊາການທະຫານແຂວງ, ທີ 2 ໄດ້ແກ່ທີມ ປກສ ແຂວງ, ທີ 3 ໄດ້ແກ່ທີມພະແນກສຶກສາທິການ ແລະ ກິລາແຂວງ ທີ 4 ໄດ້ແກ່ທີມພະແນກກະສິກຳ ແລະ ປ່າໄມ້ແຂວງ; ປະເພດບານສົ່ງຊາຍ ທີ1 ໄດ້ແກ່ທີມ ກອງບັນຊາການທະຫານແຂວງ, ທີ 2 ໄດ້ແກ່ທີມ ປກສ ແຂວງ, ທີ 3 ໄດ້ແກ່ທີມພະແນກກກະສິກຳ ແລະ ປ່າໄມ້ແຂວງ, ທີ 4 ໄດ້ແກ່ທີມຟີດ໋ອມ. ລາງວັນທີ1 ແມ່ນໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 1,000,000 ກີບ, ທີ 2ໄດ້ຮັບເງິນສົດ 800,000 ກີບ, ທີ 3 ໄດ້ຮັບເງິນສົດ 500,000 ກີບ, ທີ 3 ໄດ້ຮັບເງິນສົດ 300,000 ກີບ ໃຫ້ກຽດມອບລາງວັນໂດຍແມ່ນທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ປະທານສະຫະພັນບານສົ່ງແຂວງ.
ໂດຍ: ນາງ ບົວລະພາ ໄຊຍະຫາ
020 9626 7890