ພິທີທ່ານ ຖາວອນ ຂຸນທອງ ຮອງຫົວໜ້າຂະແໜງກິລາລະດັບສູງ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ຂື້ນຜ່ານບົດລາຍງານການກະກຽມຈັດການແຂ່ງຂັນກິລາປະຈຳປີ 2019 ຊີງຂັນທ່ານເຈົ້າແຂວງໄຊຍະບູລີ ໂດຍປະຕິບັດຕາມແຜນພັດທະນາວຽກງານກິລາກາຍະກຳຂອງກະຊວງສຶກສາທິການ ແລະ ກິລາ , ກໍ່ຄືຂອງພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ວາງອອກເພື່ອເຮັດໃຫ້ວຽກງານໄດ້ມີການເຄື່ອນໄຫວເປັນລະບົບຕໍ່ເນື່ອງ ແລະ ມີຂະບວນການຢ່າງຟົດຟື້ນ ການແຂ່ງຂັນກິລາໃນຄັ້ງນີ້ແມ່ນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີສົມທົບກັບສະຫະພັນກິລາຂອງແຂວງ ທັງນີ້ກໍ່ເປັນການເລືອກເຟັ້ນຕົວນັກກິລາຂອງແຂວງໄຊຍະບູລີ ທີ່ຈະໄດ້ໄປເຂົ້າຮ່ວມງາມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ແລະ ກິລາທີ່ຈັດແຂ່ງຂັນໃນຄັ້ງນີ້ປະກອບມີ 2 ປະເພດຄື: ກິລາບານເຕະລຸ້ນທົ່ວໄປຍິງ-ຊາຍ, ກິລາບານສົ່ງທົ່ວໄປຍິງ-ຊາຍ ກິລາບານເຕະລຸ້ນທົ່ວໄປຍິງ ປະກອບມີ 4 ທີມຄື: ໂຮງຮຽນ ມສ ໄຊຍະບູລີ, ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ບ້ານປົ່ງ, ໂຮງຮຽນເຕັກນິກວິຊາຊີບ-ແບບປະສົມແຂວງໄຊຍະບູລີ, ກິລາບານເຕະລຸ້ນທົ່ວໄປຊາຍປະກອບມີ 11 ທີມຄື: ອາເຊຍ, ທະຫານແຂວງ, ໂພນໄຊ FC, ກອງພົນທະຫານຮາບທີ 2, ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງໄຊຍະບູລີ, ປກສ ແຂວງ, ລອດການພິມ, ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ໂຮງຮຽນ ມສ ຊົນເຜົ່າແຂວງ, ບໍລິສັດໄຊຍະບູລີ, ມສ ໄຊຍະບູລີ , ກິລາບານສົ່ງທົ່ວໄປຍິງ ປະກອບມີ7 ທີມຄື: ວິທະຍາໄລຮັງທາວ, ເຕັກນິກວິຊາຊີບແບບປະສົມແຂວງໄຊຍະບູລີ, ທະຫານແຂວງ, ປກສ ແຂວງ, ໂຮງຮຽນ ມສ ຊົນເຜົ່າ, ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມສ ໄຊຍະບູລີ ກິລາບານສົ່ງທົ່ວໄປຊາຍປະກອບມີ 8 ທີມຄື: ທະຫານແຂວງ, ຢູ 17ເມືອງໄຊຍະບູລີ, ປກສ ແຂວງ, ໂຮງຮຽນ ມສໄຊຍະບູລີ, ມີນິຊິກເກນ, ວິທະຍາໄລຮັງທາວ, ພະແນກສຶກສາທິການ ແລະ ກິລາ ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ພິທີຍັງໄດ້ຮັບຟັງການການຜ່ານກົດລະບຽບ ການແຂ່ງຂັນກິລາທັງ2 ປະເພດ ເຊິ່ງຈະໄດ້ເລີ່ມການແຂ່ງຂັນໃນກາງເດືອນເມສາ 2019 ນີ້.
ໂດຍ: ນາລີ ແພງວິໄລ
020 9999 4226