ໃນພິທີທ່ານ ພັນ ດວງຕາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຂື້ນຜ່ານທິດທາງແຜນການຈັດ ການແຂ່ງຂັນກິລາບານເຕະ, ບານສົ່ງປະຈຳປີ 2019 ສຳລັບອ້ອມຂ້າງແຂວງ ແລະ ເມືອງໄຊຍະບູລີເຊິ່ງທ່ານໄດ້ກ່າວວ່າ: ເພື່ອເຮັດໃຫ້ ແຜນພັດທະນາການສຶກສາ-ກິລາສົກຮຽນ 2018-2019 ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ຶອເປັນສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ 7 ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ ທັງເປັນການຄັດເລືອກຕົວນັກກິລາ ທີ່ມີພອນສະຫວັນ ທີ່ດີເດັ່ນແຕ່ລະປະເພດ, ແຕ່ລະທີມເຂົ້າມາເປັນທີມຂອງແຂວງກຽມ ພ້ອມເຂົ້າຮ່ວມງານມະຫາກຳກິລາ ແຫ່ງຊາດຄັ້ງທີ 11 ຢູ່ທີ່ແຂວງຊຽງຂວງເປັນເຈົ້າພາບ ການຈັດການແຂ່ງຂັນກິລາບານເຕະບານສົ່ງປີ 2019ນີ້ແມ່ນຈະໄດ້ຈັດແບບພົບກັນໝົດໃນແຕ່ລະສາຍ ແລ້ວເອົາທີ່1 ຂອງແຕ່ລະສາຍເຂົ້າມາແຂ່ງຂັນໃນຮອບຊິງຊະນະເລີດໃນນີ້ກິ ລາທີ່ຈະໄດ້ແຂ່ງຂັນປະກອບມີ 2 ປະເພດຄື: ກິລາບານເຕະລຸ້ນທົ່ວໄປຍິງ-ຊາຍ, ກິລາບານສົ່ງທົ່ວໄປຍິງ-ຊາຍ ກິລາບານເຕະລຸ້ນທົ່ວໄປຍິງ ປະກອບມີ 4 ທີມ, ກິລາບານເຕະລຸ້ນທົ່ວໄປຊາຍປະກອບມີ 10 ທີມ, ກິລາບານສົ່ງທົ່ວໄປຍິງ ປະກອບມີ 8 ທີມ ກິລາບານສົ່ງທົ່ວໄປຊາຍປະກອບມີ 8 ທີມ.
ຫຼັງຈາກນັ້ນທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນຳ ວຽກງານຂົງເຂດວັດທະນານທຳ-ສັງຄົມ, ຂື້ນກ່າວເປີດງານການແຂ່ງຂັນກິລາປະຈຳປີ 2019 ຊີງຂັນທ່ານ ເຈົ້າແຂວງໄຊຍະບູລີ ເຊິ່ງທ່ານໄດ້ກ່າວວ່າ: ການແຂ່ງຂັນກິລາບານ ເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍປະຈຳປີ 2019 ເພື່ອເຮັດໃຫ້ງານແຂ່ງຂັນໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນສ້າງໃຫ້ໄດ້ຄວາມສາມັກຄີ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະກຳມະການຕັດສິນ, ຈົ່ງພ້ອມກັນຕັດສິນດ້ວຍຄວາມຍຸດຕິທຳຄວບຄຸມການແຂ່ງຂັນໃຫ້ໄປຕາມກະຕິກາ, ຄະນະນຳ, ຄູຝຶກນັກກິລາຈົ່ງພ້ອມກັນລົງແຂ່ງຂັນໃຫ້ສຸດກົກສຸດປາຍ, ປະຕິບັດຕາມຕາຕະລາງ, ຂໍ້ກຳ ນົດ, ກົດລະບຽບທີ່ທາງຄະນະກຳມະການໄດ້ກຳນົດໄວ້, ຫຼີ້ນດ້ວຍນ້ຳໃຈນັກກິລາອັນແທ້ຈິງ, ຮູ້ໄດ້,ຮູ້ເສຍ,ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ຫຼີ້ນຕາມເຕັກນິກຍຸດທະວີທີຂອງຕົນ, ຮັບປະກັນບັນຍາກາດ, ຄວາມສາມັກຄີມິດຕະພາບ ແລະ ສຸພາບທີ່ແທ້ຈິ່ງ.
ໂດຍ: ນາລີ ແພງວິໄລ
020 9999 4226