ໃນພິທີສະຫາຍ ເພັດ ບັນດາສັກ ເລຂາໜ່ວຍຊາວໜຸ່ມກິລາ ໄດ້ຂື້ນກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ I ຢ່າງເປັນທັງການ ແລະ ຜ່ານຮ່າງບົດລາຍງານການ ເມືອງທັງ 2 ພາກເຊິ່ງສະຫາຍໄດ້ກ່າວວ່າ: ໜ່ວຍຊາວໜຸ່ມກິລາ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ມີສະມະຊິກຊາວໜຸ່ມທັງໝົດ 10 ສະຫາຍ, ຍິງ 4 ສະຫາຍຕະຫຼອດໄລຍະຜ່ານມາ 3 ປີ ສະມາຊິກໜ່ວຍຊາວໜຸ່ມ ກິລາ ພາຍໃນໜ່ວຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງສະແດງອອກຄະນະ ໜ່ວຍຊາວໜຸ່ມກິລາ ໄດ້ເອົາໃຈໃສ່ປະຕິບັດວຽກຂອງຕົນເອງກໍ່ຄື: ເປັນກຳມະການຕັດສິນ, ຄູຝຶກ, ນັກກິລາເຂົ້າຮ່ວມກິລາ ປະເພດຕ່າງໆ ໃນລະດັບແຂວງຕໍ່ແຂວງ,ພາຍໃນແຂວງ,ເມືອງຈັດຂື້ນ,ໜ່ວຍຊາວໜຸ່ມກິລາໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພາຍໃນໜ່ວຍກິລາ ເປັນຕົ້ນແມ່ນນຳເອົາເອກະສານ,ຂໍ້ກຳນົດ,ກົດລະບຽບຂອງຄຊປປລມາເຜີຍແຜ່,ເຊື່ອມຊຶມໃຫ້ສະມາ ຊິກໄດ້ຮັບຮູ້,ເຂົ້າໃຈແລະ ຍັງໄດ້ປຸກລະດົມບັນດາສະຫາຍສະມາຊິກຊາວໜຸ່ມເຂົ້າຮ່ວມຮໍ່າຮຽນແນວທາງນະໂຍບາຍຂອງພັກ,ເຂົ້າ ຮ່ວມຟັງປາຖະກະຖາເນື່ອງໃນໂອກາດວັນສໍາຄັນຂອງພັກ, ຂອງຊາດ, ໂດຍສະເພາະແມ່ນຂະບວນການ ຜັນຂະຫຍາຍເນື້ອໃນຂໍ້ແຂ່ງ ຂັນ 4 ບຸກ ຈາກນັ້ນຄະນະໜ່ວຍຊຸດເກົ່າຂື້ນຜ່ານບົດສຳຫຼວດການນຳພາ ແລະ ກ່າວລາ ໜ້າທີ່ ໃນກອງປະຊຸມກໍ່ໄດ້ມີການປ່ອນບັດ ຄັດເລືອກເອົາຄະນະຊຸດໃໝ່ມີຜູ້ສະໝັກ5ສະຫາຍຄັດເລືອກເອົາ3ສະຫາຍ,ກອງປະຊຸມຄັ້ງປະຖົມມະເລີກ ໄດ້ຕົກລົງເປັນເອກະພາບ ເລືອກເອົາ ສະຫາຍ ສາຄອນ ຈັນມະໂນ ເປັນເລຂາ, ສະຫາຍ ນ ສຸນິສາ ພິລາກອນ ເປັນຮອງເລຂາ ແລະ ເປັນປະທານກວດກາ, ສະ ຫາຍ ສອນໄຊ ໂສພາ ເປັນຄະນະ
ຕອນທ້າຍຍັງໄດ້ເປັນກຽດຢ່າງສູງ ຮັບຟັງການໂອ້ລົມຂອງ ສະຫາຍ ຈັນທະບູລີ ຄຳພູມີ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສະແດງ ໃຫ້ເຫັນຄວາມເປັນຫ່ວງເປັນໄຍ ພ້ອມທັງຍ້ອງຍໍ ສັນລະເສີນຕໍ່ຜົນງານທີ່ໜ່ວຍຊາວກິລາ ພວກເຮົາຍາດມາໄດ້ ແລະ ທັງຊີ້ໃຫ້ເຫັນຂໍ້ຄົງຄ້າງບາງຈຸດທີ່ຄະນະໜ່ວຍຊຸດໃໝ່ຕ້ອງໄດ້ເອົາ ໃຈໃສ່ ແກ້ໄຂໃນຕໍ່ໝ້າ ພ້ອມກັນເພີ່ມທະວີຄວາມສາມັກຄີ, ແບບແຜນວິທີເຮັດວຽກເປັນໝູ່ຄະນະ, ລະບຽບຂອງພັກ-ລັດ ກໍ່ຄືລະ ບຽບກົດໝາຍຂອງຊາວໜຸ່ມ, ກຳແໜ້ນພາລະບົດບາດ ແລະ ໜ້າທີ່, ຂະບວນການແຂ່ງຂັນ 4 ບຸກ ໃຫ້ເປັນຂະບວນຟົດຝື້ນ.
ໂດຍ : ນາລີ ແພງວິໄລ
020 9999 4226