ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ຈັດການສອບເສັງເອົາທຶນເພື່ອໄປສຶກສາຕໍ່ ສສຫວຽດນາມ



ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ຈັດການສອບເສັງເອົາທຶນເພື່ອໄປສຶກສາຕໍ່ສສຫວຽດນາມໃນຕອນເຊົ້າຂອງ ວັນທີ 2 ສິງຫາ 2018 ນີ້ ທີ່ສູນສອບເສັງໄອຊີທີພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມໄຂ ຫົວບົດຂອງທ່ານ ອ່ອນຕາ ພົມມະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມິຫົວໜ້າຂະແໜງອາຊີວະ ສຶກສາ, ຜູ້ອຳນວຍການສູນໄອຊີທີ, ຄະນະກໍາມະການສອບເສັງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ.
ອ່ານເພີ່ມເຕີມ...
ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ




ໃນຕອນແລງຂອງວັນທີ 1 ສິງຫາ 2018 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄຊຍະບູລີ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ຈາກ 2 ໜ່ວຍພັກຄື: ໜ່ວຍພັກວິຊາການ ແລະ ໜ່ວຍພັກໂຮງຮຽນ ມສ ສົງ. ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ອ່ອນຕາ ພົມມະຈິດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມີບັນດາ ສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາ, ຄະນະໜ່ວຍພັກ, ແຂກທີ່ຖືກເຊີນ, ມີຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ທີ່ຂື້ນກັບຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີເຂົ້າຮ່ວມ.
ອ່ານເພີ່ມເຕີມ...