ສກຂ ແຂວງໄຊຍະບູລີ ສົ່ງຕົວແທນນັກຮຽນເກັ່ງເຂົ້າຮ່ວມສອບເສັງລະດັບຊາດ ສົກຮຽນ 2018-2019



ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີສົ່ງຕົວແທນນັກຮຽນເກັ່ງ ເພື່ອເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນ ມ.4 ແລະ ມ.7ລະດັບຊາດປະຈຳສົກຮຽນ 2018-2019 ໃນຕອນເຊົ້າຂອງວັນທີ 24 ມີນາ 2019 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າຂະແໜງສາມັນສຶກສາ, ອຳນວຍການໂຮງຮຽນ, ຄູ-ອາຈານ, ພ້ອມດ້ວຍພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ອ່ານເພີ່ມເຕີມ...
ມອບ-ຮັບ ອາຄານຮຽນໂຮງຮຽນອານຸບານ ບ້ານດອນເງິນ ແຂວງໄຊຍະບູລີ



ພິທີມອບ-ຮັບ ໂຮງຮຽນ ອານຸບານ ບ້ານດອນເງີນ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ເມື່ອວັນທີ 22 ກຸມພາ ຜ່ານມາ ທີ່ເດີ່ນ ໂຮງຮຽນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອິນທະປັນຍາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳສັງຄົມ, ທ່ານ ຕາເກສິ ຮີກິຮາລາ ເອກອັກຄະລະຊະທູດ ຍີ່ປຸ່ນປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍທິມງານ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ອໍານາດການປົກຄອງບ້ານ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມເຕີມ...