ພິທີ ມອບ-ຮັບ ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ
ໃຫ້ນັກຮຽນກິນນອນຊົນເຜົ່າ ແລະ ນັກຮຽນຫ້ອງພອນສະຫວັນ ແຂວງ ໄຊຍະບູລີ



ພິທີ ມອບ-ຮັບ ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນໃຫ້ນັກຮຽນກິນນອນ ມສ ຊົນເຜົ່າ ແລະ ນັກຮຽນພອນສະຫວັນໄດ້ ຈັດຂື້ນໃນຕອນແລງຂອງວັນທີ 11 ກັນຍາ 2018ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມມສຊົນເຜົ່າໂດຍການເປັນປະທານຂອງທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄຊຍະບູລີ, ເຂົ້າຮ່ວມມີທ່ານນາງວັນນາ ສີຈຳປາຜູ່ອຳນວຍການໂຮງຮຽນ ມສ ຊົນເຜົ່າ, ມີຄູ - ອາຈານ ພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຜ້າຫົ່ມ, ຜ້າເຊື່ອ, ມຸ້ງ, ສາດພັບນ້ອຍ, ຜ້າປູ, ໝອນ, ປື້ມຂຽນ, ບິກຂຽນ, ສໍດຳ, ຢາງລຶບ, ບັນທັດ, ຊຸດເລຂາຄະນິດ , ຖົງເປ້ໃສ່ປື້ມ; ລວມມູນຄ່າທັງໝົດ 72 ລ້ານກ່ວາກີບ ເຊີ່ງໃນນີ້ໂຮງຮຽນ ມສ ຊົນເຜົ່າໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນມູນຄ່າທັງໝົດ 56 ລ້ານ ກ່ວາກີບ ແລະ ໂຮງຮຽນ ມສ ໄຊຍະບູລີ ຫ້ອງພອນສະຫວັນໄດ້ຮັບອຸປະກອນການຮຽນ ລວມມູນຄ່າ 15 ລ້ານກ່ວາກີບ, ກ່າວມອບໂດຍ ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂງ ໄຊຍະບູລີ ກ່າວຮັບໂດຍ ທ່ານ ນາງວັນ ສີຈຳປາ ຜູ່ອຳນວຍການໂຮງຮຽນ ມສ ຊົນເຜົ່າ ໂດຍ ຊ່ອງໜ້າ ຄູ - ອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມ, ເຄື່ອງ ແລະ ອຸປະກອນ ທີ່ນໍາມາມອບໃນຄັ້ງນີ້ແມ່ນເງິນບໍລີຫານຂອງພະແນກສຶກສາທິການ ແລະ ກິລາແຂວງ ໄຊຍະບູລີທັ້ງນີ້ກໍ່ເພື່ອເຮັດໃຫ້ນັກຮຽນໄດ້ມີ ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນເຂົ້າໃນການຮຽນ - ການສອນ ເຮັດໃຫ້ວຽກງານການສຶກສາໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍໃຫ້ດີ ຂື້ນເລື້ອຍໆ.