ໜ້າທີ
- ວາງແຜນພັດທະນາການສຶກສາ ໂດຍສະເພາະໃນຊັ້ນມັດທະຍົມສຶກສາຕອນປາຍ, ມັດທະຍົມສຶກສາສົມບູນ, ອາຊີວະສຶກສາຊັ້ນຕົ້ນ ແລະ ຊັ້ນກາງ. ທັງໃນ ແລະ ນອກໂຮງຮຽນ ລວມທັງພາກລັດ ແລະ ເອກະຊົນ ພ້ອມກັນນັ້ນກໍວາງແຜນພັດທະນາວຽກງານກິລາໃນຂອບເຂດພາຍໃນ ແຂວງ, ນະຄອນຫຼວງ;
- ສ້າງ ແລະ ປັບປຸງນິຕິກຳຕ່າງໆ ເພື່ອຄຸ້ມຄອງວຽກງານການສຶກສາ ແລະ ກິິລາ ພາຍໃນແຂວງ, ນະຄອນຫຼວງ;
- ປັບປຸງການຈັດຕັ້ງຄຸ້ມຄອງການສຶກສາ ແລະ ກິລາ ພາຍໃນແຂວງ, ນະຄອນຫຼວງ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມ ຂອງລັດຖະບານໃນແຕ່ລະໄລຍະ;
- ເຜີຍແຜ່ແຜນການ, ແຜນງານ, ໂຄງການພັດທະນາການສຶກສາ ແລະ ກິລາ; ພ້ອມທັງນຳພາທຸກພາກສ່ວນທີ່ ກ່ຽວຂ້ອງຈັດຕັ້ງປະຕິບັດ;
- ຄຸ້ມຄອງບັນດາ ໂຮງຮຽນມັດທະຍົມຕອນປາຍ, ມັດທະຍົມສົມບູນ, ໂຮງຮຽນອາຊີວະສຶກສາຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງຂອງແຂວງ ທັງພາກລັດ ແລະ ເອກະຊົນ, ໂຮງຮຽນສຶກສາສົງ, ໂຮງຮຽນຊົນເຜົ່າ, ສູນການສຶກສາ ຊຸມຊົນຂອງແຂວງ ແລະ ສູນສຶກສານິເທດຂັ້ນແຂວງ;
- ຄຸ້ມຄອງລັດຖະກອນສຶກສາ ແລະ ກິລາ, ລັດຖະກອນຄູ ພາຍໃນແຂວງ, ນະຄອນຫຼວງ ຕາມລະບຽບຫຼັກການ;
- ຄຸ້ມຄອງງົບປະມານ, ການເງິນ, ຊັບສິນຂອງຂະແໜງການສຶກສາ ແລະ ກິລາ ຕາມລະບຽບກົດໝາຍຂອງລັດ;
- ຄຸ້ມຄອງການກໍ່ສ້າງ, ສ້ອມແປງ, ຊັບສົມບັດ, ພື້ນຖານວັດຖຸອຸປະກອນ, ການປະມູນ-ການຈັດຊື້, ສະໜອງ, ແບ່ງປັນ ແລະ ແຈກຢາຍປຶ້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນການສຶກສາ ຕາມລະບຽບຫຼັກການ;
- ຊີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ສົ່ງເສີມດ້ານວິຊາການ, ຫຼັກສູດການຮຽນ-ການສອນພະລະ, ສິລະປະສຶກສາ, ກິລາປ້ອງການຊາດປ້ອງການຄວາມສະຫງົບ ຕ້ານສິ່ງເສບຕິດໃນໂຮງຮຽນ ແລະ ຈັດການແຂ່ງຂັນ ພະລະ, ສິລະປະສຶກສາ ແລະ ກິລານັກຮຽນໃນລະດັບໂຮງຮຽນ ແລະ ລະດັບພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ;
- ຄຸ້ມຄອງວຽກງານສະຖິຕິ, ຂ່າວສານການສຶກສາພາຍໃນແຂວງ, ນະຄອນຫຼວງ ແລະ ລາຍງານໃຫ້ກະຊວງສຶກ ສາທິການ ແລະ ກິລາ ຊາບຕາມກຳນົດເວລາ;
- ຄົ້ນຄວ້າສັງລວມ ແລະ ວາງແຜນກໍ່ສ້າງ, ຝຶກອົບຮົມ, ຍົກລະດັບ, ພັດທະນາພະນັກງານ, ຄູ-ອາຈານ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ;
- ຈັດຕັ້ງການປະຕິບັດຫຼັກສູດການຮຽນ-ການສອນໃຫ້ຄົບຖ້ວນ, ຄ້ົນຄວ້າສ້າງຫຼັກສູດທີ່ມີຈຸດພິເສດ, ທ່າແຮງ ແລະ ພູມປັນຍາທ້ອງຖິ່ນ ສຳລັບສາຍສາມັນ ແລະ ການສຶກສານອກໂຮງຮຽນ ຕາມທີ່ໄດ້ກຳນົດໃນຫຼັກສູດແຫ່ງຊາດ.
- ຈັດຕັ້ງການປະຕິບັດການສຶກສາຮຽນຮ່ວມ ໃນທຸກຊັ້ນຮຽນການສຶກສາໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອສະໜອງການສຶກສາທີ່ມີຄຸນນະພາບແກ່ເດັກຍິງ, ຊົນເຜົ່າ, ຄົນພິການ ແລະ ເດັກທີ່ມີບັນຫາດ້ານເສດຖະກິດ- ສັງຄົມ;
- ຈັດຕັ້ງການສອບເສັງ, ປະເມີນການຮຽນ-ການສອນ ຊັ້ນມັດທະຍົມຕອນປາຍ, ມັດທະຍົມສົມບູນ, ທັງໃນ ແລະ ນອກໂຮງຮຽນ ທັງພາກລັດ ແລະ ເອກະຊົນ;
- ຈັດຕັ້ງປະຕິບັດແຜນການລົບລ້າງຄວາມບໍ່ຮູ້ໜັງສື ແລະ ຍົກລະດັບການສຶກສາຕິດພັນກັບການຝຶກອົບຮົມວິຊາຊີບຂັ້ນພື້ນ ຖານ;
- ຊີ້ນຳ, ສ້າງ ແລະ ຄຸ້ມຄອງໂຮງຮຽນຕົວແບບ ແລະ ໂຮງຮຽນດີເດັ່ນດ້ານຕ່າງໆ;
- ຊີ້ນຳຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ ແລະ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມລະບຽບຫຼັກການ.
- ຄຸ້ມຄອງ ແລະ ນຳໃຊ້ກອງທຶນສະຫວັດດີການຄູແຫ່ງຊາດ ຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ;
- ກວດກາ, ຕິດຕາມ, ປະເມີນຜົນ ການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ພາຍໃນແຂວງຂອງຕົນເປັນແຕ່ລະໄລຍະ ແລ້ວລາຍງານໃຫ້ກະຊວງສຶກສາທິການ ແລະ ກິລາ;
- ປະຕິບັດວຽກອື່ນໆ ຕາມການມອບໝາຍຂອງ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ແລະ ເຈົ້າແຂວງ.