ການພັດທະນາເວັບໄຊ້ (Website)ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານການສຶກສານອກໂຮງຮຽນເປັນປັດໄຈທີ່ສຳຄັນ
- Details
- Category: ຂ່າວສານNEWS
- Published: Wednesday, 21 November 2018 07:12
- Written by Super User
- Hits: 856
ການພັດທະນາເວັບໄຊ້ (Website)ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານການສຶກສານອກໂຮງຮຽນເປັນປັດໄຈທີ່ສຳຄັນ
ເພື່ອພັດທະນາເສີມສ້າງດ້ານບຸກຄະລາກອນທາງດ້ານຂໍ້ມູນຂ່າວສານເຕັກໂນໂລຊີ (ICT) ໃນການເຜີຍແຜ່ຂໍ້ມູນຂ່າວສານໃຫ້ພໍ່ແມ່ປະຊາຊົນ, ນັກຮຽນ-ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການສຶກສານອກໂຮງຮຽນໃນປະເທດລາວໃຫ້ຫຼາຍຂຶ້ນ.
ໃນວັນທີ 19-23 ພະຈິກ 2018 ທີ່ ສູນການສຶກສານອກໂຮງຮຽນພາກເໜືອ ໄດ້ມີພິທີຈັດການຝຶກ ອົບຮົມການເສີມສ້າງຂີດຄວາມສາມາດທາງດ້ານການ ພັດທະນາເວັບໄຊ້ (website) ຂຶ້ນໂດຍການເປັນປະທານຂອງທ່ານ ດາວັນ ສົມສີ ຜູ້ອຳນວຍການ ສູນການສຶກສານອກໂຮງຮຽນພາກເໜືອ (ສນໜ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫົງທອງ ພວງພະຈັນ ຮອງ ຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ, ມີຜູ້ເຂົ້າຮ່ວມຈາກ ສູນພັດທະນາການສຶກສານອກໂຮງຮຽນ, ສູນໄອຊີທີ, ກົມການສຶກສານອກໂຮງຮຽນ
ແລະ ພະນັກງານວິຊາການ ສູນການສຶກສານອກໂຮງຮຽນພາກເໜືອລວມທັງໝົດ 11 ທ່ານ, ຍິງ 3 ທ່ານ. ເນື້ອໃນທີ່ນຳເຂົ້າໃນການຝຶກອົບຮົມຄັ້ງນີ້ແມ່ນ:
1.ການຕິດຕັ້ງ Xampp + Config file
2.ການສ້າງເວັບໄຊ້ລະບົບ Joomla system 3..x.x..
3.ການຕິດຕັ້ງ Joomla 3..x.x.. ໃນເຊີບເວີ້ຈໍາລອງ
4.ການຕິດຕັ້ງ Template + add Banner
5.ການນຳຂໍ້ມູນທັງເປັນເອກະສານ ແລະ ສື່ວີດີໂອ, ກິດຈະກຳຕ່າງໆເຂົ້າໃນເວັບໄຊ້...
ນອກຈາກນີ້ຍັງມີອີກຫຼາຍໆຫົວຂໍ້ທີ່ຈະໄດ້ເຝິກອົບຮົມ ແລະ ໃຊ້ເວລາ 5 ວັນ, ກອງປະຊຸມນີ້ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານໂດຍຫ້ອງການຮ່ວມມືເພື່ອການສຶກສາຜູ້ໃຫຍ່ເຢຍລະມັນ DVV International.