ແຈ້ງການ
- Details
- Category: ຈົດໝາຍຂ່່າວ
- Published: Friday, 07 August 2020 06:19
- Written by Super User
- Hits: 919
ແຈ້ງເຖິງນ້ອງໆນັກຮຽນຜູ້ທີ່ສົນໃຈຢາກພັດທະນາຕົນເອງ
|
ແຈ້ງເຖິງນ້ອງໆນັກຮຽນຜູ້ທີ່ສົນໃຈຢາກພັດທະນາຕົນເອງ
|
ກອງປະຊຸມແລກປ່ຽນ,ຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານ ແລະ ສົ່ງເສີມຊຸມຊົນແຫ່ງການຝຶກປະຕິບັດ. ທີ່ ສູນພັດທະນາການສຶກສານອກໂຮງຮຽນ ນະຄອນຫລວງວຽງຈັນ 9-11/12/19, ເປັນປະທານ ຂອງ ທ່ານ ປອ ກ້າ ສະເຫຼີກສຸກ ຫົວໜ້າກົມການສຶກສານອກໂຮງຮຽນ.
ໃນຕອນເຊົ້າຂອງວັນທີ 20-24/ມັງກອນ/2020 ໄດ້ເປີດກອງປະຊຸມສ້າງເຄື່ອງມືການວິໄຈ ແລະ ປະເມີນການຈັດການຮຽນການສອນບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມການສຶກສານອກໂຮງຮຽນໃນແຂວງພາກເໜືອ, ເປັນກຽດເປີດໂດຍ ຂອງ ທ່ານ ແສງດາວ ໂພທິໄຕ ຮອງຜູ້ອຳນວຍການສູນການສຶກສານອກໂຮງຮຽນພາກເໜືອ, ມີທ່ານ ຫົງທອງ ຮອງອຳນວຍການສູນພັດທະນາການສຶກສານອກໂຮງຮຽນຫລັກ8, ມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 1 ທ່ານ.ຈັດຢູ່ທີ່ຫ້ອງປະຊຸມສູນບໍລິຫານການສຶກສາ ເມືອງວັງວຽງ ແຂວງ ວຽງຈັນ.
ໃນຕອນເຊົ້້າຂອງວັນທີ 6-7 ມັງກອນ 2020
ໄດ້ເປີດກອງປະຊຸມຖອດຖອນບົດຮຽນພັດທະນາວຽກງານການສຶກສານອກໂຮງຮຽນ 8 ແຂວງພາກເໜືອ. ໂດຍເປັນປະທານຂອງທ່ານ ທອງເພັດ ອິນທະໄຊ ຮອງພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ,ມີ ທ່ານ ແສງດາວ ໂພທິໄຕ ຮອງອຳນວຍການສູນພາກເໜືອ, ມີ ທ່ານ ຫົງທອງ ພວງພະຈັນ ຮອງອຳນວຍການ ສູນພັດທະນາການສຶກສານອກໂຮງຮຽນຫຼັກ 8, ມີ ທ່ານ ສີພັນ ໄມຢົງລື່ ຜູ້ອຳນວຍການສູນ ການສຶກສານອກໂຮງຮຽນແຂວງ ຊຽງຂວາງ, ມີ ທ່ານ ຂັນທອງ ອິນທະຈັກ
ຜູ້ປະສານງານ ອົງການ DVV International , ມີບັນດາອາຈານມາຈາກ ສູນພາກ 3 ສູນພາກ, ສູນແຂວງ 8 ແຂວງ ພາກເໜືອ, ຂະແໜງການສຶກສານອກໂຮງຮຽນ.ມີຜູ້ເຂົ້າທັງໝົດ 32 ທ່ານ, ຍິງ 10 ທ່ານ. ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຂອງ ສູນການສຶກສານອກໂຮງຮຽນ ແຂວງຊຽງຂວາງ.ຫຼັງຈາກກອງປະຊຸມຖອດຖອນບົດຮຽນການພັດທະນາການສຶກສານອກໂຮງຮຽນ ຂອງບັນດາ ສູນແຂວງ 8 ແຂວງພາກເໜືອ ແລ້ວທາງທີມງານໄດ້ລົງທັດສະນະຢູ່ໂຮງຮຽນເຕັກນິກປະສົມ ຊຽງຂວາງ.
ໃນຕອນເຊົ້າຂອງ ວັນທີ່10-14/2/20 ໄດ້ເປີດກອງປະຊຸມຝຶກອົບຮົມວິຊາຊີບຂັ້ນພື້ນຖານນອກໂຮງຮຽນກໍ່ຄື: ປູກເຫັດນາງຟ້ານາງລົມ, ລ້ຽງສັດປີກ, ການປະສົມພັນປາ ໃຫ້ແກ່ປະຊາຊົນ ບ້ານຫ້ວຍສະແຕບ ເມືອງພູຄູນ ແຂວງຫລວງພະບາງ, ສະໜັບສະໜູນໂດຍໂຄງການລາວ 029. ໂດຍເປັນປະທານຂອງ ທ່ານ ປອ ວົງເພັດ ຮອງພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ.