ກອງປະຊຸມຖອດຖອນບົດພັດທະນາວຽກງານການສຶກສານອກໂຮງຮຽນ 8 ແຂວງ
- Details
- Category: ຈົດໝາຍຂ່່າວ
- Published: Tuesday, 24 March 2020 04:17
- Written by Super User
- Hits: 708
ໃນຕອນເຊົ້້າຂອງວັນທີ 6-7 ມັງກອນ 2020
ໄດ້ເປີດກອງປະຊຸມຖອດຖອນບົດຮຽນພັດທະນາວຽກງານການສຶກສານອກໂຮງຮຽນ 8 ແຂວງພາກເໜືອ. ໂດຍເປັນປະທານຂອງທ່ານ ທອງເພັດ ອິນທະໄຊ ຮອງພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ,ມີ ທ່ານ ແສງດາວ ໂພທິໄຕ ຮອງອຳນວຍການສູນພາກເໜືອ, ມີ ທ່ານ ຫົງທອງ ພວງພະຈັນ ຮອງອຳນວຍການ ສູນພັດທະນາການສຶກສານອກໂຮງຮຽນຫຼັກ 8, ມີ ທ່ານ ສີພັນ ໄມຢົງລື່ ຜູ້ອຳນວຍການສູນ ການສຶກສານອກໂຮງຮຽນແຂວງ ຊຽງຂວາງ, ມີ ທ່ານ ຂັນທອງ ອິນທະຈັກ
ຜູ້ປະສານງານ ອົງການ DVV International , ມີບັນດາອາຈານມາຈາກ ສູນພາກ 3 ສູນພາກ, ສູນແຂວງ 8 ແຂວງ ພາກເໜືອ, ຂະແໜງການສຶກສານອກໂຮງຮຽນ.ມີຜູ້ເຂົ້າທັງໝົດ 32 ທ່ານ, ຍິງ 10 ທ່ານ. ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຂອງ ສູນການສຶກສານອກໂຮງຮຽນ ແຂວງຊຽງຂວາງ.ຫຼັງຈາກກອງປະຊຸມຖອດຖອນບົດຮຽນການພັດທະນາການສຶກສານອກໂຮງຮຽນ ຂອງບັນດາ ສູນແຂວງ 8 ແຂວງພາກເໜືອ ແລ້ວທາງທີມງານໄດ້ລົງທັດສະນະຢູ່ໂຮງຮຽນເຕັກນິກປະສົມ ຊຽງຂວາງ.