ສິດ ແລະ ໜ້າທີ

ໜ້າທີ່.

               ສູນການສຶກສານອກໂຮງຮຽນພາກເໜືອມີໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ - ລັດຖະບານ, ມະຕິຄຳສັ່ງ, ແຜນການ, ຂໍ້ກໍານົດລະບຽບຕ່າງໆຂອງກະຊວງສຶກສາທິການ ແລະ ກິລາ ກໍ່ຄືກົມການສຶກສານອກໂຮງຮຽນ ມາເປັນຍຸດທະສາດ, ແຜນງານ ແລະ ໂຄງການ ການສຶກສານອກໂຮງຮຽນປະຈຳພາກເໜືອ.

  2. ປຶກສາຫາລື ແລະ ແລກປ່ຽນບົດຮຽນກັບພະແນກສຶກສາທິການ ແລະ ກິລາໃນຂອບເຂດຮັບຜິດຊອບຂອງຕົນກ່ຽວກັບການພັດທະນາດ້ານວິຊາການຂອງສູນການສຶກສານອກໂຮງຮຽນຂັ້ນແຂວງ, ຂັ້ນເມືອງ ແລະ ສູນການຮຽນຮູ້ຊຸມຊົນ.

  3. ປະສານສົມທົບກັບພະແນກສຶກສາທິການ ແລະ ກິລາ ໃນຂອບເຂດຄວາມຮັບຜິຊອບຂອງຕົນ ເພື່ອສ້າງແຜນພັດທະນາການສຶກສານອກໂຮງຮຽນ.

  4. ຝຶກອົບຮົມບຸກຄະລາກອນການສຶກສານອກໂຮງຮຽນພາຍໃນສູນ ແລະ ຢູ່ບັນດາແຂວງໃນຂອບເຂດຮັບຜິດ

    ຊອບຂອງຕົນ.

  5. ພັດທະນາຫຼັກສູດທ້ອງຖິ່ນ, ປື້ມອ່ານເສີມ ແລະ ສື່ການຮຽນການສອນ ສໍາລັບການລົບລ້າງຄວາມບໍ່ຮູ້ໜັງສື,ບຳລຸງຍົກລະດັບການສຶກສາ ແລະ ອົບຮົມວິຊາຊີບຂັ້ນພື້ນຖານຕາມຄວາມຕ້ອງການ ຂອງກຸ່ມເປົ້າໝາຍໃນທ້ອງຖິ່ນ.

  6. ການຈັດຕັ້ງບຳລຸງຍົກລະດັບການສຶກສາ, ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ການສຶກສາທາງໄກ, ການສຶກສາຕາມອັດທະຍາໄສ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ.

  7. ສ້າງສູນໃຫ້ກາຍເປັນສູນແຫ່ງການຮຽນຮູ້.

  8. ກວດກາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານການສຶກສານອກໂຮງຮຽນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

  9. ພັດທະນາ ແລະ ນຳໃຊ້ ICT ເຂົ້າໃນການບໍລິຫານຄຸ້ມຄອງສູນ, ການສະໜອງ ແລະ ການແລກປ່ຽນຂໍ້ມູນຂ່າວສານການສຶກສານອກໂຮງຮຽນ ລະຫວ່າງສູນກັບບັນດາແຂວງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ລະຫວ່າງສູນກັບກະຊວງສຶກສາທິການ ແລະ ກິລາ.

  10. ເກັບກໍາ ແລະ ລາຍງານຂໍ້ມູນ ສະຖິຕິປະຈໍາປີໃຫ້ສູນສະຖິຕິ - ເຕັກໂນໂລຊີຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ.

  11. ຮ່ວມມື ແລະ ແລກປ່ຽນບົດຮຽນໃນດ້ານວິຊາການກັບສະຖາບັນການສຶກສາ, ສູນການສຶກສານອກໂຮງຮຽນແຕ່ລະຂັ້ນ.

  12. ປະສານສົມທົບກັບສູນການສຶກສານອກໂຮງຮຽນ ປະຈໍາພາກອື່ນໆ, ສະຖາບັນການສຶກສາຕ່າງໆ, ຂະຫຍາຍຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ ແລະ ຊຸມຊົນໃນດ້ານການຈັດການສຶກສານອກໂຮງຮຽນ.

  13. ພົວພັນ, ຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ທີ່ບໍ່ຫວັງຜົນກຳໄລພາຍໃນ ແລະ ຕ່າງປະເທດເພື່ອພັດທະນາສູນ ໂດຍການເຫັນດີຈາກກົມການສຶກສານອກໂຮງຮຽນ.

  14. ຂື້ນແຜນຄວາມຕ້ອງການພະນັກງານບໍລິຫານ, ຄູສອນປະຈຳປີ.

  15. ສ້າງແຜນພັດທະນາສູນໄລຍະະຍາວ, ປະຈໍາປີ ແລະ ແຜນງົບປະມານປະຈໍາປີ.

  16. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງສູນການສຶກສານອກໂຮງຮຽນເປັນປົກກະຕິ.

  17. ປະຕິບັດວຽກງານອື່ນໆຕາມກການມອບໝາຍຂອງຂັ້ນເທິງ.

ຂອບເຂດສິດ.

           ສູນການສຶກສານອກໂຮງຮຽນພາກເໜືອມີໜ້າທີ່ຂອບເຂດສິດດັ່ງນີ້:

   1. ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນເອງຮັບຜິດຊອບ.

   2. ສະເໜີຂັ້ນເທິງພິຈາລະນາ, ອານຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກໍາຄຸ້ມຄອງການສຶກສາ ແລະ ກິລາ ທີ່

       ບໍ່ສອດຄອງກັບວຽກງານຂອງສູນ.

   3. ຕິດຕາມ, ຊຸກຍູ້ສະພາບການຈັດຕັ້ງປະຕິບັດຫຼັກສູດ ແລະ ການນໍາໃຊ້ສື່ການຮຽນ - ການສອນການສຶກສານອກ

       ໂຮງຮຽນນບັນດາແຂວງທີ່ຕົນເອງຮັບຜິດຊອບ.

   4. ສົມທົບກັບອໍານາດການປົກຄອງທ້ອງຖິ່ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ວາງແຜນພັດທະນາການສຶກ

       ສານອກໂຮງຮຽນ.

   5. ສະເໜີຂັ້ນເທິງພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼື ຍົກເລີກຫົວໜ່ວຍການຈັດຕັ້ງ.

   6. ສະເໜີຂັ້ນເທິງບັນຈຸ, ແຕ່ງຕັ້ງ, ປົດຕໍາແໜງ, ພະນັກງານວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການ

       ແບ່ງຂັ້ນຄຸ້ມຄອງ ແລະ ລະບຽບກົດໝາຍ.

   7. ຄຸ້ມຄອງ, ນໍາໃຊ້ງົບປະມານ, ວັດຖຸ - ຊັບສີນ, ທຶນຊ່ວຍເຫຼືອປະເພດຕ່າງໆ ຕາມການອະນຸມັດຂອງຫົວໜ້າກົມ.

   8. ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕາມການອະນຸມັດ

       ຂອງຫົວໜ້າກົມ.

9. ສະເໜີຫົວໜ້າກົມປົກປ້ອງ, ຄຸ້ມຄອງບຸກຄະລາກອນຊັບສີນ, ລິຂະສິດທາງດ້ານການສຶກສານອກໂຮງຮຽນຕາມ

     ຄວາມຮັບຜິດຊອບຂອງສູນ.

10. ກວດກາ, ຕີລາຄາ ແລະ ປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານພາຍໃນສູນ.

11. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

ຂໍ້ຕົກລົງ

ແຈ້ງການ

233

ຈຳນວນຜູ້ເຂົ້າຊົມ

031599
ມື້ນີ
ມື້ວານນີ້
ອາທິດນີ້
ອາທິດແລ້ວນີ້
ເດືອນນີ້
ເດືອນແລ້ວ
All days
24
21
261
30762
1725
1449
31599

Your IP: Northern 3.226.122.122
2023-03-30 15:03

facebook post