ພະແນກສຶກສາທິການແລະກິລາແຂວງເຊກອງ (ສກຂ)ສໍາເລັດອົບຮົມ ສ້າງຄວາມເຂັ້ມແຂງດ້ານຄອມພິວເຕີ ໃຫ້ຄູ - ອາຈານ ໃນຂະແໜງການສຶກສາ ທົ່ວແຂວງຄັ້ງທີ 4
ເພື່ອເປັນການພັດ ທະນາໃຫ້ພະນັກງານລັດທະກອນ ໃນຂະແໜງການສຶກສາ ໄດ້ ຮັບ ຮູ້ກ່ຽວກັບວຽກງານ ICT ຫຼາຍຂຶ້ນ, ພ້ອມນັ້ນ ກໍ່ເພື່ອເປັນການຮັບປະກັນການກືກຄອມພິວເຕີ ໃຫ້ບຸກຄະລາກອນສຶກສາ ສາມາດ ນໍາໃຊ້ຄອມພິວເຕີເຂົ້າໃນວຽກງານຂອງຕົນເອງໄດ້ໃນລະດັບດີ.
ໃນວັນທີ 22 ພຶກສະພາ ຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສໍາເລັດອົບຮົມສ້າງຄວາມເຂັ້ມ ແຂງດ້ານຄອມ ພິວເຕີ ໃຫ້ ຄູ - ອາຈານ ໃນຂະແໜງການສຶກສາ ທົ່ວແຂວງທີ່ສູນ ICT ພະແນກສຶກສາທິການແລະກິລາແຂວງ ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານ ຂອງ ທ່ານ ນ. ວັນເພັງ ທອງສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ເທບພະລັກ ນ້ອຍມະໄລພັນ ຜູ້ອໍານວຍການ ສູນ ICTພະແນກສຶກສາທິການ ແລະ ກິລາແຂວງພ້ອມຄະນະ,ຄູຝຶກແລະສໍາມະນາກອນໃນຂະແໜງການສຶກສາ ທົ່ວແຂວງຫຼາຍກ່ວາ 30 ຄົນ ເຂົ້າຮ່ວມ.
ພິທີອົບຮົມແມ່ນໄດ້ຮັບຜົນສໍາເລັດໃນການສ້າງໃຫ້ພະນັກງານ ຄູ-ອາຈານໃນຂະແໜງການສຶກສາ ທົ່ວແຂວງ ສາມາດນໍາໃຊ້ຄອມພິວເຕີເຂົ້າໃນການເຮັດວຽກຂອງຕົນເອງ ໃນລະດັບພຶ້ນຖານແລະຮູ້ຄ່ອຍໆພັດທະນາຂຶ້ນໄປເລື້ອຍໆຈາກນັ້ນ ທ່ານຍັງໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງ: ໄດ້ເນັ້ນໃຫ້ ຄູ-ອາຈານ ກໍາໄດ້ທິດສະດີ ແລະ ຫຼັກການໃນການນໍາໃຊ້ຄອມພິວເຕີແມ່ນເປັນວຽກງານໜຶ່ງທີ່ຫຼໍ່ແຫຼມແລະສໍາຄັນໃນປະຈຸບັນນີ້,ພ້ອມນັ້ນທ່ານຍັງເນັ້ນໃຫ້ສໍາມະນາກອນທຸກພາກສ່ວນ, ເອົາໃຈໃສ່ແລະພ້ອມກັນຕັ້ງໜ້າຮໍ່າຮຽນແລະແລກປ່ຽນບົດຮຽນໃຫ້ຫຼາຍນໍາເອົາເນື້ອໃນທີ່ໄດ້ອົບຮົມມານັ້ນໄປຜັນຂະຫຍາຍໃນທ້ອງຖິ່ນໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.
ສໍາລັບກອງປະຊຸມດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາ 10 ວັນ
( ວັນທີ 14 ຫາ 23 ພຶດສະພາ 2019 ),ເຊິ່ງໃນກອງປະຊຸມໄດ້ມີຜົນສໍາເລັດຄື: ຮຽນຮູ້ຄວາມໝາຍຄວາມສໍາຄັນຂອງໂປຼແກຼມປະມວນສັບ,ການສ້າງເອກະສານແລະເກັບຮັກສາເອກະສານ, ການຈັດຮູບແບບຂໍ້ຄວາມຕ່າງໆ, ຮຽນຮູ້ການສ້າງຕາຕະລາງ, ຄວາມຮູ້ເບື້ອງຕົ້ນກ່ຽວກັບ Micr0s0ft Excell, ການນໍາໃຊ້, Funti0n tool,ໜ້າທີ່ຂອງເຄື່ອງມືຕ່າງໆ, ການສ້າງແຜນພູມ, ຮຽນຮູ້ ໂປຼແກມ P0wer pi0nt, ການສ້າງແລະຈັດການ presentation,ການຈັດຮູບແບບ Slide, ການຈັດຮູບແບບຂໍ້ຄວາມແລະ ການຕົບແຕ່ງ slide ຮູບພາບຕ່າງໆ.
ໂດຍ: ພູຜ່ານ ( ຂ. ເຊກອງ )