ພິທີໂອ້ລົມຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ຕໍ່ຄະນະບໍລິຫານງານພັກ ກະຊວງ ສສກ ຊຸດໃໝ່.
ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ; ຄັ້ງທີ IX ວັນທີ 24-25 ພະຈິກ 2020, ສະຫາຍ ຮສ ປອ ພຸດ ສິມມາລາວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງ ສສກ ຊຸດໃໝ່.