ກ່ຽວກັບ ຫ້ອງການລາວນາໂດ
Written by Super User. Posted in Uncategorised
ກ່ຽວກັບ ຫ້ອງການລາວນາໂດ
ຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ, ແມ່ນໜ່ວຍງານໜື່ງທີ່ເຮັດໜ້າທີ່ເປັນຕົວແທນໃນນາມອົງການຕ້ານສານຕ້ອງຫ້າມໃນກິລາ ( Anti Doping Organization “ADO” ຫຼື National Anti-Doping Organization “NADO” ເຊີ່ງຢູ່ໃນ ສປປລາວ ແມ່ນມີຊື່ວ່າ Lao National Anti-Doping Organization “Lao NADO” ເຊີ່ງໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 02 ພຶດສະພາ 2019 ຢູ່ພາຍໃຕ້ ກະຊວງສຶກສາທິການ ແລະ ກິລາ, ປະຈຸບັນຫ້ອງການດັ່ງກ່າວແມ່ນຂື້ນກັບກົມຮ່ວມມືກັບຕ່າງປະເທດ.
ບົດບາດ ແລະ ໜ້າທີ່
ຫ້ອງການຕ້ານສານຕ້ອງຫ້າມໃນກິລາໃນກິລາແຫ່ງຊາດລາວ ມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານຕ້ານການໃຊ້ສານຕ້ອງຫ້າມໃນກິລາ ຢູ່ພາຍໃນ ສປປ ລາວ ເພື່ອເຮັດໃຫ້ກິລາລາວ ເປັນກິລາທີ່ປອດໃສ ປາສະຈາກການໃຊ້ສານຕ້ອງຫ້າມທຸກຮູບແບບ ພ້ອມທັງບໍ່ເປັນການລະເມີດຕໍ່ກົດວ່າດ້ວຍຕ້ານການໃຊ້ສານຕ້ອງຫ້າມໃນກິລາ ຊື່ງຕິດພັນກັບການປະຕິບັດພັນທະສາກົນວ່າດ້ວຍຕ້ານການໃຊ້ສານຕ້ອງຫ້າມໂລກ.
ຫ້ອງການຕ້ານສານຕ້ອງຫ້າມໃນກິລາ ປະກອບດ້ວຍສາມຫນ່ວຍງານ:
- ໜ່ວຍງານຄຸ້ມຄອງຈັດການຂໍ້ມູນ (Administration Section)
- ໜ່ວຍງານກວດສານຕ້ອງຫ້າມ (Testing Section)
- ໜ່ວຍງານໃຫ້ຄວາມຮູ້ດ້ານວຽກງານຕ້ານສານຕ້ອງຫ້າມໃນກິລາ (Education Section)
ຄວາມໝາຍຂອງ ການລະເມີດຕໍ່ກົດລະບຽບຕ້ານສານຕ້ອງຫ້າມ
ການກະທຳທີ່ເປັນການລະເມີດເຖີງ ກົດລະບຽບຕ້ານສານຕ້ອງຫ້າມຫ້າມ ( Anti-Doping Rules Violations “ ADRVs ) ມີດັ່ງນີ້:
11 Anti-Doping Rule Violations (ADRVs) |
11 ຂໍ້ຫ້າມ ທີ່ເປັນການລະເມີດກົດຕ້ານການໃຊ້ສານຕ້ອງຫ້າມ (ADRVs) |
If you violate any of the anti-doping rules, sanctions will be imposed. |
ຖ້າຫາກທ່ານໄດ້ລະເມີດກົດລະບຽບຕ້ານສານຕ້ອງຫ້າມ ຂໍ້ໃດໜື່ງ, ທ່ານຈະໄດ້ຖືກປະຕິບັດວິໄນ. |
1 Presence of a prohibited substance in an athlete's blood or urine sample |
1 ການກວດພົບສານຕ້ອງຫ້າມໃນຕົວຢ່າງເລືອດ ຫຼື ຕົວຢ່າງປັດສະວະ ຂອງນັກກິລາ |
2 Use or attempted use of a prohibited substance or a prohibited method |
2 ການໃຊ້ ຫຼື ພະຍາຍາມໃຊ້ ສານຕ້ອງຫ້າມ ຫຼື ວິທີການຕ້ອງຫ້າມ |
3 Evading, refusing or failing to submit to sample collection |
3 ການຫຼົບໜີ, ການປະຕິເສດ ຫຼື ບໍ່ຍອມມາໃຫ້ເກັບຕົວຢ່າງ |
4 Whereabouts Failures |
4 ການໃຫ້ຂໍ້ມູນກ່ຽວກັບສະຖານທີ່ຢູ່ບໍ່ຖືກຕ້ອງ |
5 Tampering or attempted tampering with any part of doping control |
5 ການແຊກແຊງ ຫຼື ພະຍາຍາມແຊກແຊງ ກັບຂະບວນການຄວບຄຸມສານຕ້ອງຫ້າມ |
6 Possession of a prohibited substance or a prohibited method without acceptable justification |
6 ການຄອບຄອງ ສານຕ້ອງຫ້າມ ຫຼື ວິທີການຕ້ອງຫ້າມໄວ້ໃນຄອບຄອງໂດຍບໍ່ມີເຫດຜົນອັນຄວນ. |
7 Trafficking or attempted trafficking in any prohibited substance or prohibited method |
7 ການຄ້າ ຫຼື ພະຍາຍາມຄ້າ ຂາຍສານຕ້ອງຫ້າມ ຫຼື ວິທີການຕ້ອງຫ້າມທຸກປະເພດ |
8 Administration or attempted administration to athlete of a prohibited substance or a prohibited method |
8 ການໃຫ້ບໍລິຫານ ຫຼື ພະຍາຍາມໃຫ້ບໍການສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມແກ່ນັກກິລາ |
9 Assisting, encouraging, aiding, abetting, conspiring, covering up or any other type of intentional complicity or attempted complicity involving ADRV |
9 ການຊ່ວຍເຫຼືອ, ການສົ່ງເສີມ, ການໃຫ້, ການເດີມພັນ, ການຊັກ ຊວນ, ການປົກປິດ ຫຼື ອື່ນໆ ທີ່ພົວພັນ ເຖິງການລະເມີດກົດລະບຽບຕ້ານສານ ຕ້ອງຫ້າມໂດຍເຈຕະນາ ຫຼື ພະຍາຍາມກະທຳການລະເມີດກົດ |
10 Association in any sport-related capacity with a person serving a period of ineligibility |
10 ການຄົບຄ້າສະມາຄົມ ທີ່ກ່ຽວຂ້ອງກັບບຸກຄົນ ທີ່ພົວພັນກັບກິລາ ຢູ່ໃນໄລຍະຕັດສິດເຂົ້າຮ່ວມການແຂ່ງຂັນ |
11 Discourage, retaliation, threatening or intimidation against reporting to authorities in good faith |
11 ການກີດກັ້ນ, ການແກ້ແຄ້ນ, ການຂົ່ມຂູ່ ຫຼື ນາບຂູ່ ຕໍ່ບຸກຄົນ ທີ່ລາຍງານຕໍ່ເຈົ້າໜ້າທີ່ດ້ວຍຄວາມຫວັງດີ |
ກົດອ່ານເບີ່ງລາຍລະອຽດເພີ່ມເຕີມ:
ຂະບວນການເກັບຕົວຢ່າງ ( Doping Control Procedure)
ຂະບວນການເກັບຕົວຢ່າງທີ່ຖືກຕ້ອງຕາມມາດຕະຖານສານກົນວ່າດ້ວຍການເກັບຕົວຢ່າງ ປະກອບມີລາຍລະອຽດດັ່ງນີ້:
ການສຸ່ມເລືອກນັກກິລາ
- ການສຸ່ມປະເພດກິລາ
- ການສຸ່ມຄູ່
ໃນຊະນິດກິລາທີ່ມີການແຂ່ງເປັນຄູ່ ຈະສຸ່ມເລືອກວ່າຈະໄດ້ຄູ່ທີເທົ່າໃດໃນການແຂ່ງຂອງໃນມື້ນັ້ນໆ.
- ການສຸ່ມດ້ານ ຫຼື ການສຸ່ມຜູ້ແພ້-ຜູ້ຊະນະ
ເມື່ອສຸ່ມໄດ້ຄູ່ແລ້ວ ກໍອາດສຸ່ມເລືອກຈາກຜູ້ແພ້ ຫຼື ຜູ້ຊະນະ ໃນກິລາປະເພດບຸກຄົນ ແຕ່ຖ້າເປັນການແຂ່ງຂັນປະເພດທີມ ນອກຈາກທີມແພ້ ແລະ ທີມຊະນະແລ້ວ, ຍັງຕ້ອງສຸ່ມເລືອກຜຸ້ເຫຼີ້ນຈາກທີມນັ້ນໆ ອີກຄັ້້ງ.
- ການສຸ່ມໂດຍມີເງື່ອນໄຂ ເຊັ່ນ:
- ການສຸ່ມລຳດັບທີແຂ່ງຂັນ ໂດຍເລືອກສຸ່ມລຳດັບທີ 1 ຫຼື ລຳດັບທີ 2 ຫຼື ລຳດັບທີ 3 ຫຼື ອາດເລືອກຈາກທີມທີ່ມີໂອກາດເຂົ້າແຂ່ງຂັນໜ້ອຍ.
- ການສຸ່ມຈາກຜົນການແຂ່ງຂັນ ໂດຍເລືອກສຸ່ມຈາກ ອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3.
- ການລະບຸຕົວ ຫຼື ການເຈາະຈົງໂດຍລະບຸຕົວນັກກິລາ ເນື່ອງຈາກສົງໄສວ່າ ຈະມີການໃຊ້ສານຕ້ອງຫ້າມ, ການທຳລາຍສະຖິຕິ ເພື່ອເປັນການຮັບຮອງສະຖິຕິໃໝ່
ການແຈ້ງ ແລະ ລາຍງານຕົວ
ຫຼັງການປະກາດການແຂ່ງຂັນ ນັກກິລາທີ່ຈະຕ້ອງຖືກເກັບຕົວຢ່າງ ເພື່ອກວດຫາສານຕ້ອງຫ້າມຈະໄດ້ຮັບແຈ້ງດ້ວຍລາຍລັກອັກສອນ ດ້ວຍແບບຟອມການແຈ້ງນັກກິລາ ເພື່ອຮັບການກວດຫາສານຕ້ອງຫ້າມ (Doping Control Form) ພ້ອມບັດຜ່ານເຂົ້າສະຖານີຄວບຄຸບສານຕ້ອງຫ້າມ ( Doping Control Pass Card) ຈາກເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມ, ການແຈ້ງໃຫ້ນັກກິລາຊາບໂດຍເຈົ້າໜ້າທີ່ ຈະຕ້ອງມີການສະແດງຕົວທີ່ຊັດເຈນ ດ້ວຍເຄື່ອງແຕ່ງກາຍ ຫຼື ປອກແຂນ ຫຼື ບັດປະຈຳຕົວ;
ເມື່ອເຈົ້າໜ້າທີ່ຍື່ນໜັງສືແຈ້ງແກ່ນັກກິລາ ຈະຕ້ອງມີການບັນທືກເວລາທີ່ແຈ້ງ ແລະ ນັກກິລາຈະຕ້ອງລົງຊື່ເພື່ອຮັບການກວດສານຕ້ອງຫ້າມໃນແບບຟອມນັ້ນ;
ເມື່ອນັກກິລາໄດ້ຮັບໜັງສືແຈ້ງແລ້ວ ຈະຕ້ອງມາລາຍງານຕົວທີ່ສະຖານີຄວບຄຸມສານຕ້ອງຫ້າມໃນທັນທີ ຫຼື ຫຼັງຈາກການກະທຳກິດຈະກຳຕ່າງໆທີ່ເປັນຂໍ້ຍົກເວັ້ນແລ້ວ;
ການບໍ່ລົງນາມຮັບແຈ້ງ ຫຼື ປະຕິເສດບໍ່ຍອມຮັບແຈ້ງ ຫຼື ບໍ່ໄປລາຍງານຕົວ ຫຼື ປະຕິເສດການໃຫ້ຕົວຢ່າງ ຖືວ່າເປັນຄວາມຜິດເຊັ່ນດຽວກັນການຖືກກວດພົບສານຕ້ອງຫ້າມ;
ຜູ້ຝືກສອນ, ແພດປະຈຳທີມ ຫຼື ເພື່ອນຮ່ວມທີມ ສາມາດຕິດຕາມນັກກິລາ ແລະ ເຂົ້າຮວ່ມສັງເກດການ ຂະບວນການທັງໝົດໃນການເກັບຕົວຢ່າງໄດ້ 1 ຄົນ, ທັງນີ້ ຜູ້ທີ່ມາກັບນັກກິລາຈະຕ້ອງຢູ່ໃນທີມດຽວກັນກັບນັກກິລາ ແລະ ຕ້ອງສະແດງບັດປະຈຳຕົວຕໍ່ເຈົ້າໜ້າທີ່ຮັບຜິດຊອບ;
ໃນກໍລະນີທີ່ເປັນນັກກິລາ (ອາຍຸຕ່ຳກ່ວາ 18 ປີ ຖ້ວນ) ຈະຕ້ອງມີຜູ້ຕິດຕາມມາພ້ອມສະເໜີ ເມື່ອໄດ້ຮັບໜັງສືແຈ້ງແລ້ວ, ນັກກິລາຜູ້ນັ້ນ ຈະຕ້ອງຢູ່ໃນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມຕະຫຼອດເວລາ ແລະ ຕ້ອງໄດ້ມາສະແດງຕົວທີ່ສະຖານີທັນທີ, ຍົກເວັ້ນ: ໃນກໍລະນີຮັບຫຼຽນລາງວັນ, ສຳພາດສື່, ຕ້ອງໄດ້ຮັກສາອາການບາດເຈັບ, ມີລາຍການແຂ່ງຕໍ່ໃນວັນດຽວກັນ ຫຼື ກຳລັງທຳການຜ່ອຍຄາຍກ້າມເນື້ອ Cool down ຈາກນັ້ນ, ເຈົ້າໜ້າທີ່ຈະພານັກກິລາຄົນນັ້ນມາທີ່ສະຖານີ ຄວບຄຸມສານຕ້ອງຫ້າມໂດຍນຳເອກະສານຢັ້ງຢືນຕົວບຸກຄົນ ຂອງນັກກິລາມາພ້ອມ;
ອຸປະກອນ ແລະ ເຄື່ອງໃຊ້ສ່ວນຕົວຂອງນັກກິລາ ແລະ ຜູ້ຕິດຕາມນຳມາ ຈະຕ້ອງຖືກວດສອບກ່ອນໄດ້ຮັບອະນຸຍາດໃຫ້ເຂົ້າມາໃນສະຖານີຄວບຄຸມສານຕ້ອງຫ້າມ ແລະ ກ່ອນອອກຈາກສະຖານີຄວບຄຸມສານຕ້ອງຫ້າມ;
ເມື່ອນັກກິລາ ແລະ ເຈົ້າໜ້າທີ່ຄວບຄຸມສານຕ້ອງຫ້າມມາເຖີງສະຖານີ ຄວບຄຸມສານຕ້ອງຫ້າມ ຈະຕ້ອງຢື່ນໜັງສືແຈ້ງການກວດສານຕ້ອງຫ້່າມໃຫ້ກັບເຈົ້າໜ້າທີ່. ເຊີ່ງເຈົ້າໜ້າທີ່ຈະເປັນຜຸ້ບັນທືກເວລາມາຮອດສະຖານີຄວບຄຸມສານຕ້ອງຫ້າມໃນແບບຟອມເກັບຕົວຢ່າງປັດສະວະ ພ້ອມລົງຊື່ ແລະ ກວດສອບຮູບຖ່າຍ, ຊື່ ແລະ ນາມສະກຸນ ລວມທັງຂໍ້ມູນອື່ນໆຂອງນັກກິລາ;
ເມື່ອນັກກິລາມາຮອດສະຖານີຄວບຄຸມສານຕ້ອງຫ້າມ ນັກກິລາ ແລະ ຜູ້ຕິດຕາມຈະຕ້ອງຢູ່ໃນບໍລິເວນຫ້ອງລໍຖ້າ (Waiting Area) ພາຍໃຕ້ການຄວບຄຸມດູແລຂອງເຈົ້າໜ້າທີ່ເກັບຕົວງ ຈົນກວ່ານັກກິລາພ້ອມທີ່ຈະໃຫ້ຕົວຢ່າງກໍຈະຖຶກເອີ້ນເຂົ້າໄປໃນພື້ນທີ່ເກັບຕົວຢ່າງ (Processing Area);
ບໍ່ຄວນດື່ມນຳ້ ຫຼື ເຄື່ອງດື່ມ ຫຼື ຮັບປະທານອາຫານຈາກຄົນອື່ນ ເຄື່ອງດື່ມຕ້ອງຢູ່ໃນຂວດ, ແກ້ວ ຫຼື ກະປ໋ອງ ທີ່ຍັງບໍ່ທັນໄດ້ເປີດ, ນັກກິລາຈະຕ້ອງເລືອກເຄື່ອງດື່ມດ້ວຍຕົວເອງ;
ຫ້າມຖ່າຍຮູບ, ຖ່າຍວິດີໂອ, ຫຼື ອັບເທບພາຍໃນສະນີຄວບຄຸມສານຕ້ອງຫ້າມ ລະຫວ່າງການດຳເນີນການເກັບຕົວຢ່າງ ແລະ ຫ້າມໃຊ້ໂທລະສັບມືຖື;
ການເລືອກອຸປະກອນບັນຈຸຕົວຢ່າງ
ເມື່ອນັກກິລາພ້ອມທີ່ຈະໃຫ້ຕົວຢ່າງ (ນຳ້ຍ່ຽວ) ໃຫ້ເລືອກອຸປະກອນບັນຈຸປັດສະວະ (ຈອກຍ່ຽວຢ່າງໜ້ອຍ 3ຈອກ/ ນັກກິລາ 1ຄົນ ) ໂດຍຈະມີເຈົ້າໜ້າທີ່ ເຊີ່ງເປັນເພດດຽວກັນເຂົ້າສັງເກດການຍ່ຽວ ດ້ວຍຈຳນວນປັດສະວະທີ່ຕ້ອງການຢ່າງໜ້ອຍ 90 ມິລິລິດ, ຖ້າໃຫ້ຕົວຢ່າງປັດສະວະບໍ່ເຖີງ 90 ມິລິລິດ ເຈົ້າໜ້າທີ່ຈະເກັບປັດສະວະຂອງນັກກິລາໄວ້ຢ່າງປອດໄຟ (Partial Sample Sealing Procedure) ແລະ ນັ່ງຖ້າໃນບ່ອນພັກລໍຖ້າເກັບຕົວຢ່າງເພື່ອໃຫ້ຕົວຢ່າງຄືນໃໝ່, ຖ້ານັກກິລາພ້ອມຍ່ຽວອີກຄັ້້ງ ໃຫ້ເລືອກຈອກເກັບຍ່ຽວ ໃໝ່ຈົນກວ່າຈະໄດ້ຄົບຕາມຈຳນວນທີ່ຕ້ອງການ;
ການເກັບຕົວຢ່າງປັດສະວະ
ເມື່ອໄດ້ຮັບປັດສະວະຄົບປະລິມານ 90 ມິລິລິດ ແລ້ວ, ນັກກິລາ ແລະ ຜູ້ຕິດຕາມ ເຂົ້າໄປບ່ອນທີ່ໃຫ້ເກັບຕົວຢ່າງ ພ້ອມດວ້ຍຈອກປັດສະວະ ແລະ ໃຫ້ນັກກິລາເລືອກອຸປະກອນກ່ອງບັນຈຸປັດສະວະ 1 ຊຸດ ( ອຸປະກອນບັນຈຸປັດສະວະຢ່າງໜ້ອຍ 3 ຊຸດ/ນັກກິລາ 1 ຄົນ) ເລືອກດ້ວຍຕົນເອງ;
ເປີດຊຸດອຸປະກອນ, ພ້ອມກວດເບີ່ງ ເລກໝາຍອຸປະກອນບັນຈຸປັດສະວະ ກ່ອງ A ແລະ ກ່ອງ B ທັງສອງກ່ອງຕ້ອງເປັນໝາຍເລກອັນດຽວກັນ ແລະ ກົງກັນກັບໝາຍເລກກ່ອງທີ່ຢູ່ດ້ານນອກ;
ການຖອກປັດສະວະໃສ່ກອງເກັບຕົວຢ່າງ
ໃຫ້ນັກກິລາຖອກປັດສະວະລົງໃນອຸປະກອນບັນຈຸຕົວຢ່າງກ່ອງ B ກ່ອນ ຈຳນວນ 30 ມິລິລິດ ແລ້ວ ຈື່ງຖອກໃສ່ ກ່ອງ A ຈຳນວນ 60 ມິລິລິດ, ປິດຝາໃຫ້ແໜ້ນ ແລ້ວ ຂວ້ຳຂວດຕົງຢ່າງຂື້ນ ເພື່ອກວດສອບວ່າມີການຮົ່ວ ຫຼື ຊືມອອກມາຫຼືບໍ່;
ການວັດແທກຄ່າຄວາມເຂັ້ມສະເພາະ ( Specific Gravity)
ເຈົ້າໜ້າທີ່ເກັບຕົວຢ່າງຈະວັດແທກຄ່າຄວາມເຂັ້ມສະເພາະຂອງນຳ້ຍ່ຽວ ໂດຍປົກກະຕິຄ່າຄວາມເຂັ້ມສະເພາະຈະມີຄ່າ 1,005 ຫຼື ຫຼາຍກວ່າ, ຫາກຄ່າຄວາມເຂັ້ມສະເພາະຕໍ່າກວ່າ 1,005 ນັກກິລາ ຈະຕ້ອງໄດ້ໃຫ້ຈຳນວນປັດສະວະຄືນໃໝ່ອີກຄັ້້ງ (Additional Sample);
ການຕື່ມແບບຟອມເກັບຕົວຢ່າງປັດສະວະ
ເຈົ້າໜ້າທີ່ເກັບຕົວຢ່າງຈະສອບຖາມນັກກິລາ ເຖີງຂໍ້ມູນການໄດ້ຮັບຢາ ຫຼື ອາຫານເສີມຕ່າງໆ ພາຍໃນ 7ວັນ ກ່ອນການໃຫ້ຕົວຢ່າງ, ຂໍ້ມູນການໃຫ້ຕົວຢ່າງເລືອດ ຫຼື ການຖ່າຍໂອນເລືອດພາຍໃນ 3 ເດືອນ ກ່ອນໜ້າ ລວມທັງການໃຫ້ຄວາມຍີນຍອມໃນການນຳປັດສະວະສ່ວນທີ່ເຫຼືອຂອງນັກກິລາໄປສຶກສາຄົ້ນຄ້ວາການວິໄຈຕໍ່ ກ່ຽວກັບສານຕ້ອງຫ້າມ ເຊີ່ງນັກກິລາຈະຍີນຍອມ ຫຼື ບໍ່ຍີນຍອມກໍໄດ້, ໂດຍການຍີນຍອມ ຫຼື ບໍ່ຍິນຍອມດັ່ງກ່າວນັ້ນ, ຈະບໍ່ມີຜົນໄດ້, ຜົນເສຍ ຕໍ່ການເກັບຕົວຢ່າງເພື່ອສົ່ງກວດໃນທາງໃດທັງສີ້ນ. ແລະ ນັກກິລາຄວນກວດສອບຄວາມຖືກຕ້ອງຂອງຂໍ້ມູນທັງໝົດໃນແບບຟອມ ລວມເຖີງໝາຍເລກຂວດບັນຈຸຕົວຢ່າງພ້ອມ, ເມື່ອສຳເລັດຂະບວນການໃຫ້ຕົວຢ່າງແລ້ວ ນັກກິລາ ຈະໄດ້ຮັບສຳເນົາ ຈຳນວນ 1ຊຸດ ເພື່ອເກັບໄວ້ເປັນຫຼັກຖານ;
ຢ່າງໃດກໍຕາມການໃຫ້ຂໍ້ມູນການປີ່ນປົວ ແລະ ການໃຊ້ອາຫານເສີມ ບໍ່ໄດ້ເຮັດໃຫ້ນັກກິລາພົ້ນຈາກຄວາມຜິດ ກໍລະນີມີການກວດພົບສານຕ້ອງຫ້າມໃນຕົວຢ່າງປັດສະວະ, ດັ່ງນັ້ນ ຫາກນັກກິລາ ມີອາການເຈັບປ່ວຍ ຫຼື ບາດເຈັບທີ່ຈຳເປັນຕ້ອງໃຊ້ຢາທີ່ມີສ່ວນປະກອບຂອງສານຕ້ອງຫ້າມເພື່ອການຮັກສາ ນັກກິລາຕ້ອງຢື່ນຄຳຂໍອະນຸຍາດໃຊ້ສານຕ້ອງຫ້າມເພື່ອການຮັກສາ (Therapeutic Use Exemptions; TUE) ໄປຍັງສຳນັກງານຄວບຄຸມສານຕ້ອງຫ້າມໃນກິລາແຫ່ງຊາດ ( Lao National Anti Doping Organization; LAO-NADO) ເພື່ອໃຫ້ຄະນະກຳມະການແພດພິຈາລະນາການອະນຸຍາດ ຫຼື ບໍ່ອະນຸຍາດຕໍ່ໄປ;
- ການຂໍອະນຸຍາດນຳໃຊ້ສານຕ້ອງຫ້າມເພື່ອການປິ່ນປົວ ( Therapeutic Use Exemption “TUE” )
ການຂໍອະນຸຍາດນຳໃຊ້ສານຕ້ອງຫ້າມ ທີ່ມີຈຸດປະສົງກ່ຽວກັບການນຳໃຊ້ຢາທາງການແພດ, ນັກກິລາໝົດທຸກຄົນມິສິດ ເຂົ້າຮ່ວມໃນການແຂ່ງຂັນກິລາ ແລະ ດ້ານສຸຂະພາບໂດຍການໄດ້ຮັບການປີ່ນປົວທາງການແພດທີ່ເໝາະສົມ. ຖ້າຫາກທ່ານບໍ່ມີທາງເລືອກອື່ນນອກເໜືອຈາກການໃຊ້ສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມ ໃຊ້ເຂົ້າໃນການປິ່ນບົວອາການບາດເຈັບ ຫຼື ພະຍາດ ທ່ານສາມາດສະໜັກຂໍເອົາແບບຟອມ TUE ໄດ້ ກະລຸນາເຂົ້າອ່ານເອກະສານແນະນຳ ຖ້າໃບສະໝັກ TUE ຂອງທ່ານໄດ້ຮັບອະນຸມັດຈາກສຳນັກງານຕ້ານສານຕ້ອງຫ້າມແຫ່ງຊາດຂອງທ່ານ ( ອົງການຕ້ານສານຕ້ອງຫ້າມແຫ່ງຊາດ “NADO” ຫຼື ສະຫະພັນກິລາສາກົນ “IF”) ທ່ານພຽງແຕ່ໄດ້ຮັບອະນຸຍາດໃຫ້ໃຊ້ສຳລັບຢາສະເພາະ ແລະ ໃນໄລະຍະເວລາທີ່ມີວັນໝົດອາຍຸ.
- ກົດດາວໂຫຼດ ແບບຟອມ TUE Application form
- ດາວໂຫຼດແບບຟອມ Whereabouts
- ສົ່ງຂໍ້ມູນ Whereabouts ຜ່ານ Google form
- ລາຍຊື່ສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມ ( Prohibit list and Method)
ລາຍຊື່ສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມໄດ້ມີການການປັບປຸງ ແລະ ເຜີຍແຜ່ຜ່ານເວັບໄຊຂອງອົງການຕ້ານສານຕ້ອງຫ້າມໂລກ ໃນທຸກໆປີ ເຊີ່ງຈະມີຜົບບັງຄັບໃຊ້ນັບແຕ່ວັນທີ 1 ເດືອນ ມັງກອນ ຂອງທຸກໆປີເປັນຕົ້ນໄປ ທ່ານສາມາດເຂົົ້າເບີ່ງລາຍລະອຽດກ່ຽວກັບສານຕ້ອງຫ້າມ ແລະ ວິທີການຕ້ອງຫ້າມໃນເວັບໄຊ ຂອງອົງການຕ້ານສານຕ້ອງຫ້າມໂລກ ກົດເຂົ້າລິິງ undefined
- ທົດສອບຄວາມຮູ້ກ່ຽວກັບສານຕ້ອງຫ້າມ
- ກົດເພື່ອສ້າງ User ລົງທະບຽນເຂົ້າຮຽນຜ່ານລະບົບ ADEL
ນັກກິລາ, ຜຸ້ບໍລິຫານກິລາ, ຜູ້ສະໜັບສະໜູນນັກກິລາ ແພດກິລາ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ສາມາດລົງທະບຽນເພື່ອເຂົ້າສືກສາຂໍ້ມູນເພີ່ມເຕີມກ່ຽວກັບວຽກງານສານຕ້ອງຫ້າມໂດຍວິທີການລົງທະບຽນ ກົດລົງທະບຽນເຂົ້າຮຽນຜ່ານລະບົບ ADEL
- ເວັບໄຊຕ່າງໆ Link website
ເອກະສານເຜີຍແຜ່