ຂ່າວປະຈໍາວັນທີ 24 ກໍລະກົດ 2018
ຂ່າວກອງປະຊຸມ
ກອງປະຊຸມຄົບຄະນະເປີດກວ້າງກາງສະໄໝ ຄະນະບໍລິຫງານງານພັກ ສສກ ໄຂຂຶ້ນທີ່ແຂວງບໍລິຄຳໄຊ
ກອງປະຊຸມຄົບຄະນະເປີດກວ້າງກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ຄະນະພັກ, ບັນດາເລຂາໜ່ວຍພັກ, ຫົວໜ້າກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ສະເໜີບົດລາຍງານກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ 10 ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໃນໄລຍະຜ່ານມາ ແລະ ບາງໜ້າທີີ່ຈຸດສຸມໃນຕໍ່ໜ້າ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນການເຄື່ອນໄຫວອັນສຳຄັນ, ກວມລວມ ແລະ ມີລັກສະນະບຸກທະລຸ ສູ່ການສ້າງການຫັນປ່ຽນໃໝ່ ໃນການນຳພາຂອງພັກເຮົາ ຫຼັງກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ຕໍ່ເນື່ອງຮອດປັດຈຸບັນ ຄືການສົມທົບລະຫວ່າງການຈັດຕັ້ງເຊື່ອມຊຶມກຳແໜ້ນບັນດາຈິດໃຈພື້ນຖານຂອງມະຕິ 10 ກັບການກຳນົດບັນດາເນື້ອໃນຈຸດສຸມ ໃນການເຄື່ອນໄຫວນຳພາຂອງພັກ ແນໃສ່ແກ້ໄຂບັນຫາຕົວຈິງ ລວມທັງການກຳນົດ ບັນດາມາດຕະການແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວາງທິດທາງເຄື່ອນໄຫວຮັບມືກັບການເລັ່ງທວງຂອງສະພາບການໃໝ່; ສົມທົບລະຫວ່າງການປັບປຸງລະບອບແບບແຜນໃນການເຄື່ອນໄຫວນຳພາ ໄປຄຽງຄູ່ກັບການຕີຖອຍບັນດາປາກົດການຫຍໍ້ທໍ້ຢູ່ພາຍໃນ. ພ້ອມນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດທີ່ຍາດມາໄດ້ໃນແຕ່ລະຂົງເຂດວຽກງານ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດອຳນາດລັດ, ຂົງເຂດວຽກງານແນວໂຮມ, ວຽກງານປັບປຸງກໍ່ສ້າງພັກ, ວຽກງານປັບປຸງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ.
ສະຫາຍເລຂາຄະນະບໍລິຫານງານພັກ ກະຊວງ ສສກ ກ່າວອີກວ່າ: ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ ຍັງມີດ້ານອ່ອນ ລະ ຂໍ້ຄົງຄ້າງ ໂດຍສະເພາະແມ່ນຂົງເຂດວັດທະນະທຳ-ສັງຄົມ ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຍັງບໍ່ທັນຕິດພັນກັບການພັດທະນາດ້ານເສດຖະກິດ, ການເຝິກສີມືແຮງງານນັບມື້ນັບຫຼາຍ ແຕ່ລັດຍັງບໍ່ໄດ້ບັງຄັບໃຊ້ກົດໝາຍປົກປ້ອງຕຳແໜ່ງງານໃຫ້ແຮງງານລາວ ຈຶ່ງເກີດມີສະພາບແຮງງານຕ່າງປະເທດເຂົ້າມາຍາດຕຳແໜ່ງງານຂອງຄົນລາວຢ່າງບໍ່ມີຂອບເຂດຈຳກັດ, ແຮງງານລາວຈຳນວນບໍ່ໜ້ອຍ ຕ້ອງຫຼັ່ງໄຫຼໄປຊອກວຽກເຮັດງານທຳຢູ່ປະເທດໃກ້ຄຽງເປັນຕົ້ນ.ສຳລັບທິດທາງລວມໃນຊຸມປີຕໍ່ໜ້າ ແມ່ນສ້າງການຫັນປ່ຽນຢ່າງຕໍ່ເນື່ອງ, ເລິກເຊິ່ງ, ຮອບດ້ານ, ເນື້ອໃນ ແລະ ແບບແຜນນຳພາຂອງສູນກາງ ກໍ່ຄືຂອງຄະນະພັກທຸກຂັ້ນ ຕິດພັນກັບການສືບຕໍ່ເສີມຂະ ຫຍາຍຜົນຂອງການດຳເນີນຊີວິດການເມືອງປັບປຸງປົວແປງພັກ, ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ; ສູ້ຊົນບຸກບືນແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານ ດ້ວຍບັນດາມາດຕະການໄລຍະສັ້ນ ແລະ ໄລຍະຍາວ, ສ້າງບັນດາປັດໃຈຕົວຈິງ ເພື່ອຄ້ຳປະກັນປັບປຸງເສດຖະກິດມະຫາພາກໃຫ້ເຂັ້ມແຂງຂຶ້ນ, ສ້າງຄວາມສາມາດໃໝ່ຂອງພື້ນຖານການຜະລິດ ແລະ ບໍລິຫານ, ຮັບປະກັນຄວາມໝັ້ນຄົງ ແລະ ຍືນຍົງໃນການພັດທະນາເສດຖະກິດ-ສັງຄົມ, ນຳພາປະເທດຊາດຫຼຸດພົ້ນສະພາບດ້ອຍພັດທະນາຕາມຄາດ ໝາຍວາງອອກ; ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການເຮັດໃຫ້ກົງຈັກລັດກະທັນຮັດ, ເຂັ້ມແຂງ, ຫຼຸດຜ່ອນຂັ້ນ-ຂອດບໍລິຫານ, ເຄື່ອນໄຫວເປັນລະບົບຮັດກຸມ, ໂປ່ງໃສ ແລະ ວ່ອງໄວ.
ພ້ອມນັ້ນ, ໃນກອງປະຊຸມຄັ້ງນີ້ ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ມະຕິຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18/06/2018 ວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ບົດລາຍງານຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກກະຊວງ ສສກ ໃນໄລຍະ 2 ປີກວ່າຜ່ານມາ ແລະ ແຜນວຽກຈຸດສຸມຊີ້ນຳ-ນຳພາໃນຕໍ່ໜ້າ; ລາຍງານໂດຍຫຍໍ້ຜົນສຳເລັດ, ສະພາບບັນຫາຫຼັກໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ກໍ່ຄືການພັດທະນາເປົ້າໝາຍແບບຍືນຍົງ ໃນໄລຍະ 2 ປີກວ່າຜ່ານມາ, ທິດທາງແຜນການ ແລະ ມາດຕະການແກ້ໄຂສະພາບບັນດາດັ່ງກ່າວໃນຕໍ່ໜ້າ; ໂຄງຮ່າງຍົກສູງຄຸນະພາບການສຶກສາ ແລະ ກິລາຢູ່ເຂດຫ່າງໄກສອກຫຼີກ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ.
ຂ່າວໂດຍ: ລູກນ້ຳເຊ
ຂ່າວການສຶກສາ
“ສຸກສະຫວັນ ມະນີວົງໄຊ” ເປັນຕົວແທນເຍົາວະຊົນລາວ ຮ່ວມປະກວດຮູບແຕ້ມລະດັບໂລກ ທີ່ປະເທດຍີ່ປຸ່ນ
ນາງ ສຸກສະຫວັນ ມະນີວົງໄຊ ອາຍຸ 14 ປີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ເພຍວັດ ຜູ້ຊະນະເລີດອັນດັບທີ 2 ຮຸ່ນອາຍຸ 12-15 ປີ ໃນລະດັບປະເທດ ພາຍໃຕ້ໂຄງການປະກວດແຕ້ມຮູບ ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ ປະຈໍາປີ 2018 ໄດ້ເປັນໜຶ່ງດຽວຂອງຕົວແທນເຍົາວະຊົນລາວ ໄປເຂົ້າຮ່ວມແຂ່ງຂັນຮູບແຕ້ມລະດັບໂລກ ທີ່ປະເທດຍີ່ປຸ່ນ.ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ ຮ່ວມກັບຕົວແທນຈໍາໜ່ວຍໂຕໂຢຕ້າ ຢ່າງເປັນທາງການ ໃນ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດຜົນງານເຍົາວະຊົນລາວໄປແຂ່ງຂັນຮູບແຕ້ມລະດັບໂລກ ທີ່ປະເທດຍີ່ປຸ່ນ, ພາຍໃຕ້ໂຄງການປະກວດແຕ້ມຮູບ ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ ປະຈໍາປີ 2018 ໃນວັນທີ 19 ກໍລະກົດ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທິບພະມົນ ຈັນທະລັງສີ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນິກອນ ປະເສີດສົມ ທີ່ປຶກສາບໍລິຫານສໍານັກງານໂຄງການເຂດພູມີພາກແມ່ນໍ້າຂອງ ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ, ພ້ອມດ້ວຍຕົວແທນຈໍາໜ່າຍໂຕໂຢຕ້າຢ່າງເປັນທາງການໃນ ສປປ ລາວ ແລະ ພາກສ່ວນຕ່າງໆຢ່າງພ້ອມພຽງ.
ໃນພິທີ, ທ່ານ ນິກອນ ປະເສີດສົມ ກ່າວວ່າ: ສໍາລັບໂຄງການ Toyota Dream Car Art Contest ເລີ່ມໃນ ສປປ ລາວ ມາຕັ້ງແຕ່ປີ 2011 ແລະ ໃນປີ 2014 ກໍ່ມີຜົນງານຮູບແຕ້ມຂອງເຍົາວະຊົນລາວ ທີ່ສາມາດຄວ້າລາງວັນ Silver Award ໃນລະດັບໂລກມາແລ້ວ ແລະ ໃນປີ 2017 ກໍ່ຍັງມີຜົນງານຂອງ 2 ນ້ອງເຍົາວະຊົນທີ່ສາມາດຄວ້າລາງວັນ Silver Award ແລະ Bronze Award. ສໍາລັບປີ 2018 ໄດ້ຕົວແທນຈາກ ສປປ ລາວ ເຂົ້າຊີງລາງວັນໃນລະດັບໂລກ 1 ຄົນ, ເຊິ່ງເປັນຄົນທີ່ເກັ່ງ, ມີຄວາມຄິດສ້າງສັນ ແລະ ມີໄອເດຍແປກໃໝ່ເຂົ້າຕາກໍາມະການ. ນອກຈາກນັ້ນ, ນ້ອງເຍົາວະຊົນທີ່ໄດ້ໄປຮ່ວມແຂ່ງຂັນໃນລະດັບໂລກຄັ້ງນີ້ ຍັງຈະໄດ້ເຂົ້າຊົມໂຮງງານຜະລິດລົດຂອງໂຕໂຢຕ້າ ແລະ ຮ່ວມກິດຈະກໍາຂອງທາງໂຄງການອີກຫຼາຍຢ່າງ, ເຊິ່ງທາງໂຕໂຢຕ້າຂໍເປັນກໍາລັງໃຈໃນການຄວ້າລາງວັນລະດັບໂລກທີ່ປະເທດຍີ່ປຸ່ນ ແລະ ສິ່ງສໍາຄັນທີ່ສຸດແມ່ນໃຫ້ນ້ອງເກັບກ່ຽວປະສົບການທີ່ດີໃນການເດີນທາງໃນຄັ້ງນີ້ໄວ້ເປັນແຮງພັກດັນໃນການສ້າງສັນຜົນງານດີໆໃນອະນາຄົດ.
ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງເປັນການສົ່ງເສີມໃຫ້ເຍົາວະຊົນລາວກ້າສະແດງອອກຜ່ານຄວາມຄິດສ້າງສັນ ແລະ ຈິນຕະນາການ ໂດຍມີສິລະປະເປັນສື່ກາງຜ່ານການແຕ້ມຮູບ ໃນຫົວຂໍ້ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ”, ເຊິ່ງປີ 2018 ມີຜົນງານເຂົ້າປະກວດຫຼາຍກວ່າ 650.000 ຜົນງານຈາກ 76 ປະເທດທົ່ວໂລກ ແລະ ຄະນະກໍາມະການໄດ້ຄັດເລືອກເຍົາວະຊົນ 30 ຄົນ ທີ່ມີຜົນງານດີເດັ່ນ ເຂົ້າຮ່ວມການແຂ່ງຂັນລະດັບໂລກ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 27-31 ສິງຫານີ້, ເຊິ່ງເຍົາວະຊົນລາວທີ່ໄດ້ຮັບເລືອກເປັນຕົວແທນປະເທດ ໄປແຂ່ງຂັນໃນລະດັບໂລກ ໄດ້ແກ່ ນາງ ສຸກສະຫວັນ ມະນີວົງໄຊ ອາຍຸ 14 ປີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ເພຍວັດ ຜູ້ຊະນະເລີດອັນດັບທີ 2 ຮຸ້ນອາຍຸ 12-15 ປີ ໃນລະດັບປະເທດ.ສໍາລັບ ນາງ ສຸກສະຫວັນ ມະນີວົງໄຊ ຮຸ່ນອາຍຸ 12-15 ປີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ເພຍວັດ ເປັນເຈົ້າຂອງຮູບພາບທີ່ມີຊື່ວ່າ: ລົດສະຖາປັດຕະຍະກໍາ ແລະ ປະຫວັດສາດໂລກ ເປັນລົດທີ່ນໍາພາທຸກຄົນໄປທ່ຽວຊົມ, ສຶກສາ, ຮຽນຮູ້ປະຫວັດທີ່ສໍາຄັນ, ການດໍາລົງຊີວິດ ແລະ ບຸກຄົນທີ່ສໍາຄັນຂອງໂລກໃນສະໄໝ່ກ່ອນ ປົວແປງສະຖາປັດຕະຍະກໍາທີ່ເປ່ເພ ແລະ ວິຈິດຕະກໍາຕາມຝາຜະໜັງວັດທີ່ເຊື່ອມໂຊມໃຫ້ກັບສະພາບເດີມ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ເຫັນ ແລະ ໄດ້ຊົມ.
ໂດຍ: ນາງ ຕຸ່ນຄໍາ
ຂ່າວກິລາ
ເປີດສາກເປັນທາງການ ງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 10 ຂະນະທີ່ລາວສົ່ງນັກກິລາເຂົ້າຮ່ວມເກືອບ 100 ຄົນ
ເປີດສາກຂຶ້ນຢ່າງເປັນທາງການແລ້ວ ສຳລັບງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 10 ທີ່ປະເທດມາເລເຊຍ ໃນຕອນແລງຂອງວັນທີ 20 ກໍລະກົດ ຜ່ານມາ ທີ່ມະຫາວິທະນາໄລ ເທັກໂນໂລຢີມາຣາ ເມືອງສາຫະລຳ ປະເທດມາເລເຊຍ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແມັດລີ ບິນ ມາລິກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ປະເທດມາເລເຊຍ ພ້ອມດ້ວຍຄະນະນຳ, ຄູເຝິກ ແລະ ນັກກິລາຈາກ 11 ປະເທດ. ໃນນັ້ນ, ສປປ ລາວ ນຳໂດຍທ່ານ ຮສ.ປອ ກອງສີ ແສງມະນີຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນຳນັກກິລາລາວໃນຄັ້ງນີ້.
ການແຂ່ງຂັນກິລານັກຮຽນຄັ້ງນີ້, ແມ່ນເລີ່ມແຕ່ວັນທີ 20-26 ກໍລະກົດ 2018 ລວມມີ 11 ປະເພດກິລາບັນຈຸເຂົ້າໃນການແຂ່ງຂັນ ຄື: ກິລາແລ່ນ-ລານ, ລອຍນໍ້າ, ກະຕໍ້, ດອກປີກໄກ່, ບານບ້ວງ, ກາຍະກຳປະກອບອຸປະກອນ, ກາຍະກຳເສລີ, ປິ່ງປ່ອງ, ບານສົ່ງ, ເນັດບານ ແລະ ກິລາສະຄອດ. ໂດຍມີຄະນະນຳ, ຄູເຝິກ ແລະ ນັກກິລາຈາກ 11 ປະເທດເຂົ້າຮ່ວມແຂ່ງຂັນ ປະກອບມີ ປະເທດກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ຫວຽດນາມ, ໄທ, ສິງກະໂປ, ບຣູໄນ, ຕີມໍ ເລັສເຕ ແລະ ປະເທດມາເລເຊຍ (ເຈົ້າພາບ). ຂະນະທີ່ ສປປ ລາວ ໄດ້ສົ່ງຄະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 77 ຄົນ. ໃນນັ້ນ, ມີຄະນະນຳ 17 ທ່ານ, ຄູເຝິກ 13 ທ່ານ ແລະ ນັກກິລາ 47 ຄົນ, ຍິງ 16 ຄົນ ໃນ 4 ປະເພດກິລາ ຄື: ກິລາແລ່ນ-ລານ ຈຳນວນ 17 ຄົນ, ຍິງ 9 ຄົນ; ລອຍນໍ້າ 7 ຄົນ, ຍິງ 3 ຄົນ; ດອກປີກໄກ່ 11 ຄົນ, ຍິງ 4 ຄົນ ແລະ ກິລາກະຕໍ້ ຈຳນວນ 12 ຄົນ (ຊ້າຍລ້ວນ).ສຳລັບການເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 10 ທີ່ປະເທດມາເລເຊຍໃນຄັ້ງນີ້, ສປປ ລາວ ຕັ້ງເປົ້າຈະສູ້ຊົນສ້າງຜົນງານໃຫ້ອອກມາດີກວ່າຫຼາຍຄັ້ງທີ່ຜ່ານມາ. ຂະນະທີ່ໃນງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 9 ທີ່ປະເທດສິງກະໂປ ເປັນເຈົ້າພາບ ໃນປີ 2017 ທັບນັກກິລານັກຮຽນລາວສາມາດຍາດໄດ້ 2 ຫຼຽນທອງ ໃນປະເພດກິລາກະຕໍ້ ລາຍການທີມດ່ຽວ ແລະ ທີມຄູ່.
ບົວລະພາ
- Prev
- Next >>