ສກມ ຈັນທະບູລີ ເປີດບັ້ນສອບເສັງຫັດຂຽນງາມຂອງນ້ອງນັກຮຽນຊັ້ນປະຖົມ ລາວ - ອອສເຕຣເລຍ
ຫາລືການສືບຕໍ່ຊ່ວຍເຫຼືອໃນຂະແໜງການສຶກສາ-ກິລາ
ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສປປ ລາວ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນວຽກງານພັດທະນາບຸຄະລາກອນໃນຂະແໜງການສຶກສາ ແລະ ກິລາ ໃຫ້ມີຄຸນະ ພາບສູງຂຶ້ນ.
ເມື່ອວັນທີ 29 ມີນາ ຜ່ານມາ ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ Jean-Bernard Carrasc ເອກອັກຄະລັດຖະທູດ ອອສເຕຣເລຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດມາດໍາລົງຕໍາແໜ່ງໃໝ່, ມີບັນດາຄະນະນຳທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ Jean-Bernard Carrasc ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງຂອງການພົບປະຫາລືກັນໃນຄັ້ງນີ້ ແມ່ນເພື່ອລາຍງານການຕີລາຄາຄືນວຽກງານ, ການຮ່ວມມື ແລະ ການຊ່ວຍເຫຼືອໃນຂະແໜງການສຶກສາໃນໄລຍະຜ່ານມາ ໂດຍສະເພາະວຽກງານພັດທະນາບຸຄະລາກອນ ແລະ ວຽກງານທີ່ປິນອ້ອມໃນຂະແໜງການສຶກສາ ແລະ ກິລາ. ສຳລັບທິດທາງໃນແຜນການໃນຕໍ່ໜ້າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນວຽກງານພັດທະນາບຸຄະລາກອນໃນຂະແໜງການສຶກສາ ແລະ ກິລາ, ສືບຕໍ່ພັດທະນາຫຼັກສູດໃນຊັ້ນປະຖົມສຶກສາ, ສ້າງຄູ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ວຽກງານໃນຂະແໜງການສຶກສາ ແລະ ກິລາ ຄ່ອງຕົວ ແລະ ຖືກກັບເປົ້າໝາຍທີ່ໄດ້ວາງໄວ້.
ຂະນະດຽວກັນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານເອກອັກຄະລັດຖະທູດ ອອສເຕຣເລຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດມາດໍາລົງຕໍາແໜ່ງໃໝ່ ທີ່ຢາມໃດກໍ່ໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາ, ເຊິ່ງວຽກງານການສຶກສາເປັນສ່ວນໜຶ່ງໃນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ ແລະ ຍັງຈະເປັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020.
ນອກຈາກນີ້, ໃນມື້ດຽວກັນ, ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ Michael F Kleine ອຸປະທູດອາເມຣິລາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ການພົບປະຄັ້ງນີ້ ແມ່ນເພື່ອລາຍງານການເຄື່ອນໄຫວປະຕິບັດວຽກງານຢູ່ 2 ແຂວງຂອງ ສປປ ລາວ ຄື: ແຂວງສະຫວັນນະເຂດ ແລະ ແຂວງຫຼວງນໍ້າທາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງທັງ 2 ຝ່າຍ ກ່ຽວກັບວຽກງານໂຄງການອາຫານໂລກ ແລະ ສະໜອງອາຫານໃນໂຮງຮຽນຂອງລາວ.
ໂດຍ: ນາງ ຕຸ່ນຄໍາ