ສສກ ເຜີຍແຜ່ເນື້ອໃນ 2 ກອງປະຊຸມ ດ້ານການພັດທະນາການສຶກສາກ່ອນໄວຮຽນ
ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍລະດັບພາກພື້ນເອເຊຍ-ແປຊີຟິກ ຄັ້ງທີ 3 ກ່ຽວກັບການສຶກສາ ແລະ ການດູແລເດັກກ່ອນໄວຮຽນ “ການນໍາເອົາ SDG 4.2 ຈາກນະໂຍບາຍສູ່ການປະຕິບັດ”, ກອງປະຊຸມພັດທະນາເດັກກ່ອນໄວຮຽນພາກພື້ນເອເຊຍ-ແປຊີຟິກ ປີ 2018 ໃນວັນທີ 22 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຈຸດີ ຟານເຊກາ ຜູ້ອໍານວຍການອົງການເລີນຂອງອົງການແພຣນສາກົນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ສູນ, ຂະແໜງ, ຕາງໜ້າອົງການຈັດຕັ້ງສາກົນ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ໄດ້ສະເໜີຍຸດທະສາດຈັດຕັ້ງປະຕິບັດພາກພື້ນເອເຊຍ-ແປຊີຟິກ (ຖະແຫຼງການພຸດທະຈະຍາ 2), ສະເໜີຜົນເຂົ້າຮ່ວມກອງປະຊຸມ, ສົນທະນາລວມກ່ຽວກັບຍຸດທະສາດຈັດຕັ້ງປະຕິບັດພາກພື້ນເອເຊຍ-ແປຊີຟິກ ເອົາເຂົ້າໃນແຜນຈັດຕັ້ງປະຕິບັດ ສໍາລັບ ສປປ ລາວ ໃນບົດລາຍງານພຽງພໍແລ້ວບໍ?; ຈະຜັນຂະຫຍາຍແຜນຈັດຕັ້ງປະຕິບັດຂອງ ສປປ ລາວ ແນວໃດ ແລະ ພາກສ່ວນໃດແດ່ຈະມີທ່າແຮງຊ່ວຍສະໜັບສະໜູນ ແລະ ຜັນຂະຫຍາຍແຜນດັ່ງກ່າວໃຫ້ບັນລຸຜົນສໍາເລັດ.
ສໍາລັບກກອງປະຊຸມນະໂຍບາຍລະດັບພາກພື້ນເອເຊຍ-ແປຊີຟິກ ຄັ້ງທີ 3 ກ່ຽວກັບການສຶກສາ ແລະ ການດູແລເດັກກ່ອນໄວຮຽນ “ການນໍາເອົາ SDG 4.2 ຈາກນະໂຍບາຍສູ່ການປະຕິບັດ” (ວັນທີ 5-6 ມິຖນາ 2018) ແລະ ກອງປະຊຸມພັດທະນາເດັກກ່ອນໄວຮຽນພາກພື້ນເອເຊຍ-ແປຊີຟິກ ປີ 2018 (ວັນທີ 5-7 ມິຖຸນາ 2018) ທີ່ນະຄອນຫຼວງຄັດມັນດູ ປະເທດເນປານ ມີຜູ້ເຂົ້າຮ່ວມທັງໝົດ 700 ທ່ານ ຈາກ 28 ປະເທດ ທີ່ມາຈາກພາກພື້ນແປຊີຟິກ, ເອເຊຍກາງ, ເອເຊຍໃຕ້, ເອເຊຍຕາເວັນອອກ-ຕາເວັນຕົກ ແລະ ເອເຊຍຕາເວັນອອກສ່ຽງໃຕ້ ເພື່ອໃຫ້ໂອກາດແກ່ຜູ້ສ້າງນະໂຍບາຍ ແລະ ຜູ້ປະຕິບັດເອົາໃຈໃສ່ວຽກພັດທະນາການສຶກສາກ່ອນໄວຮຽນ ທີ່ເປັນວາລະຂອງສາກົນນໍາໄປປັບໃຊ້ໃນປະເທດຂອງຕົນ; ສ້າງຄວາມເຂັ້ມແຂງເພື່ອສະໜັບສະໜູນການພັດທະນາເດັກກ່ອນໄວຮຽນແບບເລັ່ງດ່ວນ ແລະ ຕໍ່ເນື່ອງ; ແລກປ່ຽນຄວາມຮູ້, ວິທີການ ແລະ ການປະຕິບັດນະໂຍບາຍ ແລະ ໂຄງການພັດທະນາເດັກກ່ອນໄວຮຽນ ໂດຍສະເພາະການຮ່ວມກັບຫຼາຍພາກສ່ວນ ແລະ ສາມາດຈັດຕັ້ງປະຕິບັດເພື່ອຂະຫຍາຍໃນວົງກວ້າງ; ສ້າງຄວາມເຂັ້ມແຂງການມີສ່ວນຮ່ວມພັດທະນາເດັກກ່ອນໄວຮຽນ ລະຫວ່າງຜູ້ມີສ່ວນຮ່ວມທີ່ມີຢູ່ ແລະ ຜູ້ທີ່ມີທ່າແຮງຊ່ວຍໃນດ້ານນີ້. (ບຸນທະວີ)