ໝວດທີ 2 ໜ້າທີ່ ແລະ ຂອບເຂດ
ມາດຕາ 3: ໜ້າທີ່
ໜ້າທີ່ 1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳລັດ ແລະ ມະຕິຂອງລັດຖະບານ;
ໜ້າທີ່ 2. ຄົ້ນຄວ້າ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ຍຸດທະສາດ, ແຜນການ, ແລະ ມະຕິຕົກລົງຂອງລັດຖະບານກ່ຽວກັບວຽກງານສຶກສາ ແລະ ກິລາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດ ຊອບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ;
ໜ້າທີ່ 3. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ຂອງຂະແໜງສຶກສາທິການ ແລະ ກິລາ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;
ໜ້າທີ່ 4. ໂຄສະນາ, ເຜີຍແຜ່ນະໂຍບາຍ, ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການພັດທະນາການສຶກສາ ແລະ ກິລາ;
ໜ້າທີ່ 5. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມການສຶກສາກ່ອນໄວຮຽນເພື່ອໃຫ້ເດັກໄດ້ຮັບການເບິ່ງແຍງດູແລທາງດ້ານໂພຊະນາການ ແລະ ສຸຂະພາບໃຫ້ມີການຂະຫາຍຕົວທາງດ້ານຮ່າງກາຍ ແລະ ມັນສະໝອງເພື່ອກຽມຄວາມພ້ອມເຂົ້າຮຽນໃນຊັ້ນປະຖົມສຶກສາ;
ໜ້າທີ່ 6. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສຶກສາສາຍສາມັນ ເພື່ອພັດທະນາຜູ້ຮຽນໃຫ້ມີການຂະຫາຍຕົວຮອບດ້ານທັງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ມີຄວາມຮູ້ພື້ນຖານທາງດ້ານວິທະຍາສາດທຳມະຊາດ-ສັງຄົມ ແລະ ວິຊາຊີບ;
ໜ້າທີ່ 7. ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງເພື່ອສ້າງ ແລະ ພັດທະນາຜູ້ຮຽນໃຫ້ມີວິຊາຊີບ, ວິຊາສະເພາະ ແລະ ເປັນນັກວິຊາການ, ນັກຄົ້ນຄວ້າວິທະຍາສາດແນໃສ່ຕອບສະໜອງຄວາມຕ້ອງການຂອງການພັດທະນາ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
ໜ້າທີ່ 8. ຄຸ້ມຄອງບັນດາມະຫາວິທະຍາໄລ, ສະຖາບັນ ແລະ ສະຖານການສຶກສາຕາມລະບຽບການ;
ໜ້າທີ່ 9. ປະຕິບັດແຜນການສຶກສາພາກບັງຄັບ, ການລົບລ້າງຄວາມບໍ່ຮູ້ໜັງສື, ການບຳລຸງຍົກລະດັບ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ກຸ່ມເປົ້າໝາຍຂອງການສຶກສານອກໂຮງຮຽນ ແລະ ຕິດພັນກັບການຮຽນຮູ້ຕະຫຼອດຊີວິດ;
ໜ້າທີ່ 10. ກໍ່ສ້າງ, ພັດທະນາ, ຊຸກຍູ້, ສົ່ງເສີມ, ປະສານງານ, ຕິດຕາມ ແລະ ປະເມີນຜົນວຽກງານການພັດທະນາຊັບພະຍາກອນມະນຸດຂອງບັນດາຂະແໜງການຕ່າງໆໃຫ້ໄປຕາມແຜນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
ໜ້າທີ່ 11. ສ້າງ, ພັດທະນາຫຼັກສູດ, ອຸປະກອນ, ສື່ການຮຽນ-ການສອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮັບໃຊ້ວຽກງານການສຶກສາ ແລະ ກິລາ;
ໜ້າທີ່ 12. ກຳນົດມາດຕະຖານຄຸນນະພາບການສຶກສາທຸກຊັ້ນ ແລະ ທຸກສາຍ ໃຫ້ເທົ່າທຽມກັບມາດຕະຖານຂອງພາກພື້ນ ແລະ ສາກົນ;
ໜ້າທີ່ 13. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ວຽກງານກິລາ-ກາຍຍະກຳລະດັບສູງໃນການສ້າງ ແລະ ພັດທະນານັກກິລາອາຊີບ ເພື່ອເຂົ້າຮ່ວມແຂ່ງຂັນໃນພາກພື້ນ ແລະ ສາກົນ;
ໜ້າທີ່ 14. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ວຽກງານກິລາ-ກາຍຍະກຳມວນຊົນ ໃຫ້ທົ່ວປວງຊົນມີ ຄວາມສົນໃຈໃນການຝຶກແອບ ແລະ ອອກກຳລັງກາຍ ໂດຍຕິດພັນກັບການດຳລົງຊີວິດ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ;
ໜ້າທີ່ 15. ຄົ້ນຄວ້າ, ວິໄຈທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ການສຶກສາ ແລະ ກິລາ ເພື່ອໃຫ້ສອດຄ່ອງກັບການຂະຫາຍຕົວຂອງການພັດທະນາການສຶກສາ ແລະ ກິລາແຫ່ງຊາດ, ພາຫພື້ນ ແລະ ສາກົນ ໃນແຕ່ລະໄລຍະ;
ໜ້າທີ່ 16. ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານ, ການກຳນົດສິດ, ໜ້າທີ່ ແລະ ຄວມຮັບຜິດຊອບຂອງການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບ ສິດຄຸ້ມຄອງຂອງຂະແໜງການຕົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ;
ໜ້າທີ່ 17. ສ້າງແຜນບຳລຸງ, ກໍ່ສ້າງ, ສັບຊ້ອນ ພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນ ຂອງຂະແໜງການສຶກສາ ແລະ ກິລາ ຕາມລະບຽບການທີ່ກຳນົດໄວ້;
ໜ້າທີ່ 18. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານທາງລັດຖະການ ພ້ອມທັງຂຶ້ນ ແຜນງົບປະມານ, ສະຫຼຸບ ແລະ ລາຍງານ ເປັນແຕ່ລະໄລຍະ.
ໜ້າທີ່ 19. ພົວພັນ, ຮ່ວມມື, ປະສານງານ ແລະ ເປັນໃຈກາງ ໃນການແລກປ່ຽນບົດຮຽນກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ ກ່ຽວກັບວຽກງານການສຶກສາ ແລະ ກິລາ;
ໜ້າທີ່ 20. ຄຸ້ມຄອງ, ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການ ລວມທັງນິຕິກຳທີ່ລັດຖະບານ ແລະ ກະຊວງສຶກສາທິການ ແລະ ກິລາ ວາງອອກ ແຕ່ລະໄລຍະ;
ໜ້າທີ່ 21. ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະບານ.
ມາດຕາ 4: ຂອບເຂດສິດ
1. ສະເໜີຕໍ່ລັດຖະບານພິຈາລະນາຮັບຮອງນະໂຍບາຍ, ແຜນຍຸດທະສາດ, ດຳລັດ, ໂຄງການ ແລະ ແຜນພັດທະນາ ກ່ຽວກັບວຽກງານຂະແໜງການສຶກສາ ແລະ ກິລາ;
2. ສະເໜີຕໍ່ລັດຖະບານ ຈັດຕັ້ງການແຂ່ງຂັນດ້ານການສຶກສາ ແລະ ກິລາ ລະດັບຊາດ, ພາກພື້ນ ແລະ ສາກົນ;
3. ສະເໜີຕໍ່ລັດຖະບານ ປັບປຸງກົງຈັກການຈັດຕັ້ງ, ກຳນົດຕຳແໜ່ງງານ, ການບັນຈຸ, ສັບຊ້ອນ ແລະ ຈັດວາງ ບຸກຄະລາກອນຂອງຂະແໜງການສຶກສາ ແລະ ກິລາ;
4. ອະນຸມັດ, ລົບລ້າງ ຫຼື ສັ່ງໂຈະ ບັນດາຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານຂະແໜງສຶກສາທິການ ແລະ ກິລາ;
5. ອະນຸມັດ ແລະ ຮັບຮອງຫຼັກສູດການສຶກສາລະດັບຕ່າງໆ ຕາມກົດໝາຍ ແລະ ລະ ບຽບການທີ່ກຳນົດ;
6. ຄົ້ນຄວ້າ, ປະກອບຄຳເຫັນ ແລະ ຕົກລົງກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະ ເທດ ດ້ານການສຶກສາ ແລະ ກິລາ ບົນພື້ນຖານກົດໝາຍ, ຂໍ້ກຳນົດ ແລະ ລະບຽບການທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ;
7. ອະນຸມັດການແຂ່ງຂັນດ້ານການສຶກສາ ແລະ ກິລາ ພາຍໃນປະເທດ;
8. ກຳນົດກົງຈັກການຈັດຕັ້ງ ຂັ້ນກະຊວງ, ຂັ້ນແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ວິທະຍາໄລ, ສູນ, ໂຮງຮຽນ, ສະຫະພັນກິລາ ແລະ ຫົວໜ່ວຍການຜະລິດພ້ອມທັງກຳນົດຕຳແໜ່ງງານ, ການບັນຈຸ, ສັບຊ້ອນ ຈັດວາງບຸກຄະລາກອນຕາມການແບ່ງຂັ້ນ ຄຸ້ມຄອງ;
9. ຊີ້ນຳ, ຄຸ້ມຄອງຕາມສາຍຕັ້ງທາງດ້ານເຕັກນິກ, ວິຊາການໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນຢ່າງລະອຽດ;
10. ຮຽກໂຮມພະນັກງານນຳພາ-ຄຸ້ມຄອງ ແລະ ນັກວິຊາການ ຂອງຂະແໜງສຶກສາທິການ ແລະ ກິລາ ເຂົ້າຮ່ວມປະຊຸມ ຫຼື ລາຍງານສ່ອງແສງວຽກງານເປັນແຕ່ລະໄລຍະ;
11. ອະນຸມັດໃຫ້ຫ້ອງການ, ບັນດາກົມ, ສະຖາບັນຈັດກອງປະຊຸມ, ຝຶກອົບຮົມ ຫຼື ສຳມະນາທາງດ້ານວິຊາການ;
12. ສະເໜີແຜນງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານຂອງກະຊວງສຶກສາທິການ ແລະ ກິລາ;
13. ຄຸ້ມຄອງ ແລະ ກວດກາ ການນຳໃຊ້ງົບປະມານໃນຂະແໜງສຶກສາທິການ ແລະ ກິລາ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ;
14. ພົວພັນ, ເຊັນສັນຍາ, ອະນຸສັນຍາ, ຮ່ວມມື, ຍາດແຍ່ງການຊ່ວຍເຫຼືອ, ການລົງທຶນ ຈາກພາຍໃນ ແລະ ຕ່າງກະເທດ ເພື່ອພັດທະນາວຽກງານການສຶກສາ ແລະ ກິລາ ແລະ ວຽກງານອື່ນໆ ຕາມການມອບໝາຍຫຼື ຕາມການຕົກລົງຂອງລັດຖະບານບົນພື້ນ ຖານ ກົດໝາຍ ແລະ ລະບຽບການທີ່ກຳນົດໄວ້;
15. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການ ມອບໝາຍຂອງລັດຖະບານ.