ສສກ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ IX ຮອບ II
ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະປະຈຳພັກ ແລະ ຄະນະບໍລິຫານງານ ມະຫາວິທະຍາໄລແຫ່ງຊາດ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ IX ຮອບທີ II, ທາບທາມເປົ້າໝາຍເລຂາ, ຮອງເລຂາ, ຄະນະປະຈຳພັກກະຊວງ, ປະທານ-ຮອງປະທານກວດກາພັກກະຊວງ ເພື່ອອອກສະໝັກເລືອກຕັ້ງໃນກອງປະຊຸມໃຫຍ່ ສະໄໝທີ IX ຂອງອົງຄະນະພັກກະຊວງ. ພ້ອມກັນນັ້ນ, ຍັງໄດ້ຜ່ານຮ່າງບົດລາຍງານການເມືອງ, ຜ່ານຮ່າງແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ VIII.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍ, ບັນດາສະຫາຍຜູ້ເຂົ້າຮ່ວມຈະໄດ້ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2021-2025) ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ VIII. ນອກຈາກທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ແລ້ວ, ຍັງຈະໄດ້ທາບທາມເອົາເລຂາ, ຮອງເລຂາ, ຄະນະປະຈໍາພັກກະຊວງ, ປະທານ ແລະ ຮອງປະທານຄະນະກວດກາພັກກະຊວງ ເພື່ອອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX. ພ້ອມກັນນັ້ນ, ສະຫາຍຍັງໄດ້ຕີລາຄາສູງຕໍ່ການທາບທາມບຸກຄະລາກອນໃນຮອບທີ I ໂດຍລວມຜູ້ແທນທີ່ເຂົ້າຮ່ວມທາບທາມໄດ້ປະຕິບັດເວລາ ແລະ ລະບຽບການປ່ອນບັດຢ່າງເຂັ້ມງວດ ເຮັດໃຫ້ກອງປະຊຸມມີຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ໜ່ວຍງານຈາກສູນກາງທີ່ໄດ້ໃຫ້ການຊີ້ນໍາ ແລະ ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບອະນຸກໍາມະການເນື້ອໃນ ແລະ ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນດ້ວຍຄວາມຮັບຜິດຊອບສູງ ແລະ ພາຍໃຕ້ການຊີ້ນໍາຈາກຄະນະພັກທຸກຂັ້ນ ເຮັດໃຫ້ການທາບທາມບຸກຄະລາກອນໃນຮອບທີ I ແລະ ການກະກຽມເນື້ອໃນກອງປະຊຸມ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ທຸກປະການ.
ຂະນະດຽວກັນນີ້, ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງກ່າວອີກວ່າ: ໃນກອງປະຊຸມທາບທາມບຸກຄະລາກອນໃນຮອບທີ II ນີ້ ຮຽກຮ້ອງໃຫ້ບັນດາສະຫາຍຈົ່ງເພີ່ມທະວີເອົາໃຈໃສ່ປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນຕໍ່ຮ່າງເນື້ອໃນບົດລາຍງານການເມືອງ, ຮ່າງແຜນພັດທະນາການສຶກສາ ແລະ ກິລາ 5 ປີ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ VIII, ຮຽກຮອງໃຫ້ບັນດາສະຫາຍຜູ້ແທນກອງປະຊຸມຕ້ອງຄົ້ນຄິດ ພິຈາລະນາໃຫ້ລະອຽດຖີ່ຖ້ວນກ່ອນຈະຕັດສິນໃຈຄັດເລືອກເປົ້າໝາຍ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງຊຸດໃໝ່. ສໍາຄັນທີ່ສຸດ ແມ່ນໃຫ້ຄໍານຶງເຖິງມາດຖານ, ເງື່ອນໄຂ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ການປະກອບຄໍາເຫັນຕໍ່ບັນດາສະຫາຍຄະນະປະຈໍາພັກກະຊວງ, ສະຫາຍເລຂາ, ຮອງເລຂາ, ປະທານ, ຮອງປະທານຄະນະກວດກາພັກກະຊວງດ້ວຍຄໍາເຫັນທີ່ມີເຫດມີຜົນ, ຄໍາເວົ້າທີ່ສ້າງສັນ ຫຼີກເວັ້ນການໃສ່ຮ້າຍປ້າຍສີ, ອະຄະຕິ ຫຼື ບໍ່ມີມູນຄວາມຈິງ ແລະ ອື່ນໆ.
ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງ, ສະເໜີຮ່າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ (2021-2025), ສະເໜີຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກກະຊວງ ສະໄໝທີ VIII, ສະເໜີມາດຖານ ແລະ ເງື່ອນໄຂ ຜູ້ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານພັກກະຊວງຊຸດໃໝ່, ແນະນໍາກົດລະບຽບການປ່ອນບັດທາບທາມ ແລະ ດຳເນີນການທາບທາມ.
ບົວລະພາ