ພິທີໂອ້ລົມຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ຕໍ່ຄະນະບໍລິຫານງານພັກ ກະຊວງ ສສກ ຊຸດໃໝ່.
ສະຫາຍ ພັນຄຳ ວິພາວັນ ເນັ້ນໃຫ້ຄະນະພັກ ສສກ ຊຸດໃໝ່ ເອົາໃຈໃສ່ 5 ບັນຫາ ຍົກສູງຄຸນນະພາບການສຶກສາ ແລະ ກິລາ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຊຸດໃໝ່ (ສະໄໝທີ IX) ເອົາໃຈໃສ່ 5 ບັນຫາຫຼັກ ເພື່ອຍົກສູງຄຸນນະພາບການສຶກສາ ແລະ ກິລາ ໃຫ້ກ້າວທຽບທັນກັບພາກພື້ນ ແລະ ສາກົນ ສາມາດຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບໝັ້ນຄົງທາງດ້ານການເມືອງ-ປ້ອງກັນຊາດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມແຂງ ແລະ ຜາສຸກ.
ພິທີໂອ້ລົມຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ຕໍ່ຄະນະບໍລິຫານງານພັກ ກະຊວງ ສສກ ຊຸດໃໝ່ ໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 25 ພະຈິກ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດຮັບຟັງມີ ສະຫາຍ ນາງ ແສງເດືອນ ຫຼ້າທະບູນ ກຳມະການສູນກາງພັກ, ເລຂາຄະນະພັກຊຸດເກົ່າ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນ, ຄະນະບໍລິຫານງານພັກຊຸດເກົ່າ-ຊຸດໃໝ່ ແລະ ບັນດາຜູ້ແທນສົມບູນ ລວມທັງໝົດ 363 ສະຫາຍ, ຍິງ 103 ສະຫາຍ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກກະຊວງສຶກສາທິການ ແລະກິລາ ຄັ້ງທີ IX ຂອງພວກສະຫາຍ ໄດ້ໄຂຂຶ້ນ ແລະ ດຳເນີນໄປພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ແລະ ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ທັງນີ້ ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຂອງພັກຂອງຊາດ ແລະ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງໃນອີກບໍ່ດົນນີ້. ສະນັ້ນ, ການດຳເນີນກອງປະຊຸມໃຫຍ່ໃນຄັ້ງນີ້ຂອງພວກສະຫາຍ ຈຶ່ງຖືເປັນເຫດການການເມືອງທີ່ມີຄວາມໝາຍສຳຄັນ ແລະ ເປັນຂີດໝາຍທີ່ບົ່ງບອກເຖິງການເຕີບໃຫຍ່ເຂັ້ມແຂງມາເປັນກ້າວໆຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສຳລັບປີ 2020 ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດຂອງພັກ ແລະ ປະເທດຊາດຂອງພວກເຮົາ ໃນວັນທີ 22 ມີນາ ຂອງຕົ້ນປີນີ້, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍໄດ້ພ້ອມກັນສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 75 ປີ ແລະ ຍັງອີກບໍ່ເທົ່າໃດມື້ຂ້າງໜ້ານີ້, ພວກເຮົາທັງໝົດ ກໍຈະພ້ອມກັນສະເຫຼີມສະຫຼອງວັນສະຖາປະນາແຫ່ງ ສປປ ລາວ (2 ທັນວາ) ຄົບຮອບ 45 ປີ ແລະ ລະນຶກວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ຊຶ່ງສາມເຫດການປະຫວັດສາດຂອງປີ 2020 ນີ້ ແມ່ນເຫດການທີ່ຍິ່ງໃຫຍ່ທີ່ຕິດພັນ ແລະ ພົວພັນກັນຢ່າງສະໜິດແໜ້ນ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້ ຍ້ອນມັນໄດ້ສ່ອງແສງໃຫ້ເຫັນເຖິງການກຳເນີດເຕີບໃຫຍ່ເຂັ້ມແຂງຂອງພັກພວກເຮົາ ໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດມາໄດ້ຢ່າງສົມບູນ ແລະ ນຳພາປະເທດສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ກຽດສັກສີຊື່ສຽງຂອງ ສປປ ລາວ ໄດ້ພົ້ນເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ.
ຜ່ານການເຂົ້າຮ່ວມ ແລະ ຕິດຕາມການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ກໍເຫັນພ້ອມນຳການຕີລາ ຄາຜົນສຳເລັດຂອງພວກສະຫາຍຍາດມາໄດ້ຕະຫຼອດ 5 ປີ ຜ່ານມາ ໂດຍສະເພາະເຫັນໄດ້ດ້ານດີທີ່ພົ້ນເດັ່ນ ແລະ ບັນຫາທີ່ຈະຕ້ອງເອົາໃຈໃສ່ປັບປຸງ ໃນການນຳພາ ແລະ ໜ້າທີ່ຄວາມຮັບຜິດຊອບການເມືອງຂອງ ຄະນະພັກ, ສະມາຊິກພັກ ແລະ ພະນັກງານ ທົ່ວອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ. ສິ່ງດັ່ງກ່າວສະແດງເຖິງຄວາມຮັບຜິດຊອບ ແລະ ຄວາມບຸກບືນສູ້ຊົນຂອງພວກສະຫາຍ. ແນວໃດກໍດີ, ດັ່ງທີ່ຮູ້ນຳກັນແລ້ວນັ້ນ ສະພາບການຂອງສາກົນ ແມ່ນມີຫຼາຍອັນສັບສົນປ່ຽນແປງໄວວາ ແລະ ຄາດເດົາໄດ້ຍາກ, ສະພາບການເມືອງ ກໍມີຫຼາຍອັນສັບສົນວຸ້ນວາຍ ສະພາບເສດຖະກິດທົດຖອຍ, ສະພາບການລະບາດຂອງພະຍາດຕ່າງໆ ແລະ ໄພທຳມະຊາດຕ່າງໆ ຊຶ່ງທັງໝົດນັ້ນ ສົ່ງຜົນກະທົບໂດຍກົງຕໍ່ປະເທດເຮົາ. ພ້ອມກັນນັ້ນ, ປະເທດເຮົາກໍພົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຊຶ່ງໄດ້ເປັນຂໍ້ຈຳກັດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຂ້າພະເຈົ້າເຫັນດີເຫັນພ້ອມນຳທິດ ທາງໜ້າທີ່ ແລະ ແຜນພັດທະນາການສຶກສາ ແລະ ກິລາ ໃນ 5 ປີຕໍ່ໜ້າ ທີ່ໄດ້ລະບຸໄວ້ໃນລາຍງານການເມືອງ ກໍຄື ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະນັ້ນ, ເພື່ອເປັນທິດໃຫ້ແກ່ການນຳພາຂອງຄະນະພັກຊຸດໃໝ່ ກໍຄືອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຈຶ່ງຂໍມີຄວາມເຫັນເນັ້ນໜັກຕື່ມໃນ 5 ບັນຫາ ຕົ້ນຕໍສຳຄັນຄື:
- ໜຶ່ງ: ເຖິງແມ່ນວ່າຂະແໜງການສຶກສາ-ກິລາ ໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ດັ່ງທີ່ໄດ້ຕີລາຄານຳກັນນັ້ນຜ່ານມາ ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງ ສະພາບການໃໝ່ ແມ່ນພວກເຮົາຕ້ອງໄດ້ບຸກໜ້າບືນຕົວຫຼາຍກວ່າເກົ່າ ໃນນີ້ທັງຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍຜົນສຳເລັດອັນທີ່ດີ, ແກ້ໄຂຂອດອ່ອນທີ່ຍັງ ຄົງຄ້າງ ແລະ ອັນສຳຄັນ ຕ້ອງໄດ້ພັດທະນາສູ່ອັນໃໝ່ໃຫ້ທັນກັບການປ່ຽນແປງທີ່ກ້າວໜ້າທັນສະໄໝຂອງວິທະຍາສາດ-ເຕັກໂນໂລຢີ ຂອງຍຸກສະ ໄໝ. (ເປົ້າໝາຍ ພັດທະນາແບບຍືນຍົງ SDGs, ຍຸກການປະຕິວັດອຸດສາຫະກຳ 4.0 ແລະ ອື່ນໆ ຈາກນັ້ນຈຶ່ງເຫັນວ່າ ຖ້າພວກເຮົາຍັງດຳເນີນການຄືເກົ່າ, ເດີນໄປຕາມຈັງຫວະເກົ່າ ແມ່ນພວກເຮົາຈະຖືກຖິ້ມຫ່າງ ຢູ່ຕາມຫຼັງຂອງບັນດາປະເທດອ້ອມຂ້າງ ແລະ ພາກພື້ນ.
- ສອງ: ຢາກເນັ້ນເຖິງການສຶກສາທິີ່ມີຄຸນນະພາບ (ຄຸນນະພາບຂອງການສຶກສາ) ແມ່ນມີສອງດ້ານຄື: ດ້ານໜຶ່ງ ແມ່ນເວົ້າເຖິງດ້ານຄວາມຮູ້ຂອງຄົນລາວເຮົາທີ່ຮຽນຢູ່ ໃນຊັ້ນຕ່າງໆລະຫວ່າງປະກາສະນີຍະບັດ ແລະ ຄວາມຮູ້ທີ່ໄດ້ ຮຽນຕາມຫຼັກສູດແບບຮູ້ແທ້ ບໍ່ແມ່ນໄດ້ແຕ່ໃບປະກາດ ແລະ ດ້ານທີສອງ ຄົນທີ່ເຮົາສ້າງອອກມາ ເປັນທີ່ ຕ້ອງການຂອງສັງຄົມ (ຕະຫຼາດແຮງງານ) ສັງຄົມຈົ່ມວ່າໃຫ້ສຶກສາພວກເຮົາຫຼາຍ ກ່ຽວກັບດ້ານນີ້ ສະນັ້ນຈຶ່ງຕ້ອງໄດ້ຕັ້ງໜ້າພັດທະນາຫຼັກສູດ ແລະ ປັບປຸງແບບວິທີສິດສອນ ເພື່ອຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການດັ່ງກ່າວ.
- ສາມ: ລະບົບການສຶກສາແຫ່ງຊາດ ແມ່ນສຳຄັນຫຼາຍ ມີບົດບາດຕັດສິນຄວາມໝັ້ນຄົງຍືນຍົງຂອງ ສັງຄົມທີ່ເປັນລາວ, ພັດທະນາປະເທດກ້າວໜ້າຈະເລີນໄປຕາມສະ ພາບຈຸດພິເສດ ແລະ ຄຸນຄ່າທີ່ດີງາມຂອງຄວາມເປັນລາວ. ອັນສຳຄັນ ຄົນລາວເປັນຄົນມັກສັນຕິພາບ, ມັກຄວາມສະຫງົບສຸກ, ມີຄວາມສາມັກຄີ ໂອບເອື້ອອາລີ, ມີ ຮີດຄອງປະເພນີອັນດີງາມ ຊຶ່ງວົງຄະນາຍາດສາກົນກໍມີຫຼາຍອັນຍອມຮັບ ພວກເຮົາຕ້ອງປົກປັກຮັກສາ ແລະ ທັງພັດທະນາໃຫ້ກ້າວໜ້າໄປເລື້ອຍໆ. ດັ່ງນັ້ນ, ມັນຈຶ່ງພົວ ພັນກັບການພັດທະນາຫຼັກສູດ, ພັດທະນາວິທີການສອນ ການ ຮຽນແນວໃດ ຈຶ່ງຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການດັ່ງກ່າວ ເປັນຕົ້ນແມ່ນຕ້ອງສຶກສາອົບ ຮົມແນວຄິດໃຫ້ສອດຫ້ອຍຢູ່ທຸກວິຊາຮຽນ, ປະຫວັດສາດ, ສຶກສາພົນລະເມືອງ, ວິ ຊາສາຍຕ່າງໆ ເພາະຖ້າເບິ່ງຄືນຢ່າງເລິກເຊິ່ງແລ້ວ ແນວທາງການສຶກສາຂອງພັກ ເຮົາ ແຕ່ລະໄລຍະແມ່ນ ຖືກຕ້ອງໂດຍ ເອົາການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ, ການສຶກສາກໍ່ສ້າງພັດທະນາຊັບພະຍາກອນມະນຸດ ເປັນປັດໄຈຕັດສິນການ ພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.
- ສີ່: ກ່ຽວກັບວຽກງານກິລາ ກໍຕິດພັນກັບການສຶກສາ ແລະ ການປົກປັກຮັກສາສຸຂະພາບຂອງຄົນລາວ ເລີ່ມແຕ່ນ້ອຍຈົນແກ່ເຖົ້າ ການກິລາເປັນຢາວິເສດ ເຮັດໃຫ້ການ ກິລາ ເປັນຂອງທົ່ວປວງຊົນ ເພື່ອສຸຂະພາບ, ພ້ອມກັນນັ້ນກໍໃຫ້ເອົາໃຈໃສ່ກິລາ ແຂ່ງຂັນເພື່ອຢືນຢັນເຖິງກຽດຊື່ສຽງຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ເພາະຖ້າພວກເຮົາບໍ່ເພີ່ມທະວີຄວາມເກັ່ງຂອງນັກກິລາຂຶ້ນ ລະດັບຂອງປະເທດເຮົາຈະຖອຍລົງເລື້ອຍໆ ແລະ ນຳຫຼັງປະເທດອື່ນໃນອາຊຽນ ກໍຄືສາກົນ.
- ຫ້າ: ສຳລັບຄະນະບໍລິຫານງານພັກຊຸດໃໝ່ ພວກເຮົາກໍໄດ້ມີຄວາມພະຍາຍາມຫັນເປັນໜຸ່ມ ກໍແນ່ນອນວ່າ ຕ້ອງມີ ຄວາມຫຍຸ້ງຍາກ ເຖິງຢ່າງໃດກໍຕາມ ສະເໜີບັນດາ ສະຫາຍຄະນະພັກຊຸດໃຫມ່ ຕ້ອງມີຄວາມຕັດສິນໃຈສູງ ປັບປຸງຕົນເອງ, ບຸກບືນເຮັດໃຫ້ສຳເລັດໜ້າທີ່ຕາມການມອບໝາຍຂອງກອງປະຊຸມໃຫຍ່ ອັນສຳຄັນແມ່ນ ຕ້ອງມີຄວາມ ສາມັັກຄີເປັນເອກະພາບ ປະຕິບັດເຂັ້ມງວດ ຫຼັກການລວມສູນປະຊາທິປະໄຕຂອງພັກ ພະຍາຍາມສົ່ງເສີມອັນທີ່ດີ ແລະ ແກ້ໄຂຈຸດອ່ອນ ຄົງຄ້າງທີ່ມີຕົວ ຈິງຜ່ານມາ ໃຫ້ຕົກໄປເປັນກ້າວໆ ແລະ ຮຽກຮ້ອງບັນດາສະຫາຍ ອະດີດຄະນະພັກຊຸດເກົ່າ ທີ່ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວ ຕ້ອງໄດ້ຊ່ວຍເຫຼືອກໍ່ສ້າງ ແລະ ປະກອບຄວາມເຫັນຢ່າງມີຄວາມຮັບຜິດຊອບ ແລະ ສ້າງສັນ ໃຫ້ແກ່ຄະນະພັກຊຸດໃໝ່ນີ້ ເພື່ອເຮັດສຳເລັດໜ້າທີ່ ທີ່ມີກຽດ ດັ່ງໄດ້ກ່າວມາແລ້ວນັ້ນ.
ສະຫາຍ ພັນຄຳ ວິພາວັນ ກ່າວອີກວ່າ: ຕໍ່ບັນດາຄຳເຫັນທີ່ກ່າວມາຂ້າງເທິງນັ້ນ ແມ່ນເພື່ອເປັນທິດໃຫ້ບັນດາສະຫາຍ ນຳເອົາໄປຄົ້ນຄວ້າ, ຄິດຫງຳ, ໄຕ່ຕອງ ແລະ ພິຈາລະນາ ເພື່ອຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ຊຶ່ງຍັງໜັກໜ່ວງ ແລະ ທ້າທາຍທົດສອບອັນໃຫຍ່ຫຼວງ ໂດຍສະເພາະຕ້ອງນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນໃຫ້ປະເທດຊາດ ມີຄວາມສະຖຽນລະພາບໝັ້ນຄົງທາງດ້ານການເມືອງ-ປ້ອງກັນຊາດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມແຂງ ແລະ ຜາສຸກ. ດັ່ງນັ້ນ, ຈຶ່ງຂໍຝາກຄວາມຫວັງສູງ ໄວ້ນຳຄະນະພັກຊຸດໃໝ່, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ແລະ ເຊື່ອໝັ້ນວ່າ ຄະນະພັກແຕ່ລະຂັ້ນຂອງຂະແໜງການສຶກສາ ແລະ ກິລາ ຈະສືບຕໍ່ກ້າວຂຶ້ນ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ມີກຽດສະຫງ່າຂອງຕົນ. ແນວໃດກໍຕາມ, ຂໍຮຽກຮ້ອງມາຍັງຄະນະພັກທຸກຂັ້ນ ພ້ອມດ້ວຍສາມະຊິກພັກ ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ ໃຫ້ປະກົດຜົນເປັນຈິງ. ຫວັງຢ່າງຍິ່ງວ່າ ດ້ວຍມູນເຊື້ອອັນດີງາມ, ຄວາມຕັດສິນໃຈອັນສູງສົ່ງ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຂະແໜງສຶກສາ ແລະ ກິລາ ຈະຍາດໄດ້ຜົນສຳເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດໜ້າ ທີ່ການເມືອງຂອງຕົນ.
#ຂໍ້ມູນຈາກ ນສພ ສຶກສາ-ກິລາ