• moes

ພິທີໄຂສົກຮຽນໃໝ່ 2021-2022 ຢ່າງເປັນທາງການ

newterm 1ສົກຮຽນໃໝ່ 2021-2022 ທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງເປັນການແລ້ວ ພາຍຫຼັງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີໄຂ ໂດຍຜ່ານ ລະບົບທາງໄກ (ອອນລາຍ) ເມື່ອຕອນເຊົ້າຂອງວັນທີ 6 ກັນຍາ ຜ່ານມາ ທີ່ຕຶກໄອຊີທີ ກະຊວງ ສຶກສາທິການ ແລະ ກິລາ,

newterm 2        ສົກຮຽນໃໝ່ 2021-2022 ທົ່ວປະເທດ ໄດ້ໄຂຂຶ້ນ ຢ່າງເປັນການແລ້ວ ພາຍຫຼັງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີໄຂ ໂດຍຜ່ານ ລະບົບທາງໄກ (ອອນລາຍ) ເມື່ອຕອນເຊົ້າຂອງວັນທີ 6 ກັນຍາ ຜ່ານມາ ທີ່ຕຶກໄອຊີທີ ກະຊວງ ສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ ການເປັນປະທານ ຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາ ຄະນະຮອງລັດຖະມົນຕີກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຕາງໜ້າ ຈາກສະຖາບັນ, ສູນ, ໂຮງຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.       

       ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວໄຂສົກຮຽນໃໝ່ ວ່າ: ວັນເປີດສົກຮຽນໃໝ່ 2021-2022 ປົກກະຕິການ ໄຂສົກຮຽນໃໝ່ ໃນແຕ່ລະປີແມ່ນໄດ້ຖືເອົາວັນທີ 1 ກັນຍາ ເປັນມື້ໄຂສົກຮຽນໃໝ່ ແຕ່ສຳລັບປີນີ້ ກະຊວງສຶກສາທິການ ແລະ ກິລາ ໄດ້ປຶກສາຫາລືກັບບັນດາພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ (ໃນນາມຕາງໜ້າໃຫ້ແກ່ຄະນະສະເພາະກິດຂັ້ນທ້ອງຖິ່ນ) ແລະ ໄດ້ກຳນົດເອົາວັນຈັນທີ 6 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່ ເອກະພາບກັນ ໃນທົົ່ວປະເທດ, ໂດຍການໄຂສົກຮຽນໃໝ່ປີນີ້ ແມ່ນເປັນສິ່ງທ້າທາຍ ແລະ ທົດສອບພວກເຮົາສົມຄວນ, ເນືີ່ອງຈາກ ຍັງມີການແຜ່ລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ຢູ່ໃນຊຸມຊົນເປັນບໍລິເວນກວ້າງ. ເຖິງຢ່າງໃດກໍໍ່ຕາມ, ພວກເຮົາຢືນຢັນນຳກັນວ່າ ການຮຽນ ການສອນແມ່ນຈະໄດ້ສືບຕໍ່ດຳເນີນການເປັນປົກກະຕິ ເພືີ່ອຮັບປະກັນໃຫ້ການຮຽນຮູູ້ຂອງລູກຫຼານທີີ່ຈະສືບທອດເປັນຊັບພະຍາກອນມະນຸດທີີ່ເຂັ້ມແຂງຂອງຊາດໃນອະນາຄົດ.

ພ້ອມກັນນັ້ນ, ​ທ່ານຍັງໄດ້ກ່າວອີກວ່າ: ທາງກະຊວງສຶກສາທິການ ແລະ ກິລາເຂົ້າໃຈຄວາມເປັນຫ່ວງເປັນໄຍຂອງພໍໍ່ແມ່ຜູູ້ປົກຄອງ ແລະ ຂອງສັງຄົມ ຕໍໍ່ຄວາມປອດໄພ ຂອງລູກຫຼານຕົນໃນເວລາກັບເຂົ້າມາຮຽນຄືນໃນສະຖານການສຶກສາ. ດັ່ງນັ້ນ, ຈຶ່ງຂໍແຈ້ງໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງຊາບວ່າ: ການໄຂສົກຮຽນໃໝ່ນີ້ ແມ່ນເປັນເອກະພາບກັນທົົ່ວປະເທດ ແຕ່ອະນຸບານ (ການສຶກສາກ່ອນໄວຮຽນ) ຈົນຮອດ ການສຶກສາຊັ້ນສູງ ແຕ່ການເປີດຮຽນຄືນຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນ ຈະແຕກຕ່າງກັນ. ການໄຂສົກຮຽນໃໝ່ປີນີ້ ແມ່ນອະນຸຍາດໃຫ້ໄປເປີດການຮຽນການສອນຢູ່ໃນໂຮງຮຽນສະເພາະແຂວງທີີ່ບໍໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນ ໃນ 14 ວັນຜ່ານມາ ຫຼື ວ່າຖ້າແຂວງໃດບໍໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້ ເຊັ່ນ: ແຂວງຜົົ້ງສາລີ, ແຂວງຫົວພັນ, ແຂວງອັດຕະປື, ແຂວງເຊກອງ ແລະ ບາງແຂວງສາມາດໄຂສົກຮຽນໃນບາງເມືອງໄດ້. ສ່ວນນະຄອນຫຼວງ ແລະ ແຂວງຈຳນວນໜຶ່ງ ແມ່ນຈະໄດ້ໂຈະການໄຂສົກຮຽນຢູ່ໃນສະຖານການສຶກສາ ແຕ່ໃຫ້ໂຮງຮຽນ ຫຼື ສະຖານການສຶກສາ ສາມາດຈັດການຮຽນການສອນຮູບແບບໃດໜຶ່ງ ເປັນຕົ້ນແມ່ນຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ, ໂທລະພາບ, ແອັບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ ຫຼື ໃຫ້ຄູໄປແນະນຳນັກຮຽນກັບເຮືອນ.newterm 3

         ທັງນີ້, ເພື່ອສ້າງຄວາມຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ ຜູູ້ບໍລິຫານການສຶກສາ ແລະ ຄູອາຈານທຸກທ່ານ ຈະຕ້ອງໄດ້ຮັບການສັກວັກແຊງຄົບໂດດ, ສະຖານ ການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມ ໂຄວິດ-19 ທີີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີີ່ເຂົ້າມາໃນໂຮງຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ, ເພີີ່ມຄວາມເອົາໃຈໃສ່ ແລະ ບົດບາດຂອງພາກສ່ວນທີີ່ກ່ຽວຂ້ອງ ໂດຍສະເພາະ ຜູ້ປົກຄອງ ຈະຕ້ອງໄດ້ຕິດຕາມການຮຽນຂອງລູກຫຼານ ແລະ ຊຸກຍູູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອຳນວຍຄວາມສະດວກບັນດາສື່ີ່ ແລະ ອຸປະກອນທີີ່ໃຊ້ໃນການຮຽນການສອນ, ໃຫ້ໝັ່ນຕິດຕາມພຶດຕິກໍາຂອງລູກຫຼາຍຕົນຢ່າງໃກ້ຊິດ, ສະມາຄົມພໍໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູູ້ປະກອບການໃນແຕ່ລະທ້ອງຖິ່ນຊ່ວຍປັບປຸງ ແລະ ຊຸກຍູູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫຼ່ງການຮຽນຮູ້ທີ່ທັນສະໄໝ, ຄູອາຈານ ແມ່ນຈະຕ້ອງໄດ້ຄົົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບແຕ່ລະໄລຍະ, ອາດຈະຫຼຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ, ຫຼຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫຼາຍຂຶ້ນ.

ນອກຈາກນີ້, ທ່ານລັດຖະມົນຕີ ສສກ ຍັງກ່າວອີກວ່າ: ສຳລັບທ້ອງຖິ່ນ ທີ່ສາມາດສອນແບບອອນລາຍ ທີີ່ຮັບປະກັນທັງຜູູ້ສົົ່ງ ແລະ ຜູູ້ຮັບ ສາມາດສືີ່ສານຫາກັນໄດ້ ແມ່ນໃຫ້ປະຕິບັດ ຄື: ໂຮງຮຽນປະຖົມສຶກສາ ຈະຕ້ອງບໍໍ່ສອນທາງອອນລາຍເກີນ 2 ຊົົ່ວໂມງຕໍໍ່ມື້ ທຸກ 30 ນາທີໃດໃຫ້ລູກຫຼານໄດ້ພັກຜ່ອນ 10 ນາທີ ເພືີ່ອຖະໜອມສາຍຕາຜູູ້ຮຽນ ແລະ ຫຼີກລ່ຽງຄວາມເບືີ່ອໜ່າຍຂອງຜູູ້ຮຽນ; ໂຮງຮຽນຊັ້ນມັດທະຍົມ ແລະ ອາຊີວະສຶກສາ ຈະຕ້ອງບໍໍ່ສອນທາງອອນລາຍເກີນ 4 ຊົົ່ວໂມງຕໍໍ່ມື້ ທຸກ 50 ນາທີໃດ ໃຫ້ໄດ້ພັກຜ່ອນ 10 ນາທີ ເພືີ່ອຖະໜອມສາຍຕາຜູູ້ຮຽນ ແລະ ຫຼີກລ່ຽງຄວາມເບືີ່ອໜ່າຍຂອງຜູູ້ຮຽນ; ການສຶກສາຊັ້ນສູງ ໃຫ້ພິຈາລະນາຕາມຄວາມເໝາະສົມ; ສຳລັບທ້ອງຖິ່ນ ແລະ ສະຖານ ການສຶກສາໃດທີີ່ບໍໍ່ສາມາດຮຽນທາງອອນລາຍ ແມ່ນໃຫ້ຄູມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພືີ່ອກວດວຽກບ້ານ ແລະ ມອບວຽກບ້ານຕໍໍ່ໄປ, ປະກອບ ປຶຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບ ເພືີ່ອສະດວກໃນການຮຽນຢູ່ເຮືອນ, ແນະນໍາພໍໍ່ແມ່ໃຫ້ຊ່ວຍແນະນຳລູກຫຼານຢູ່ເຮືອນຕືີ່ມອີກ. ທັງນີ້, ເພື່ອເປັນການ ຮັບປະກັນໃຫ້ລູກຫຼານທຸກຄົນໄດ້ຮຽນຢ່າງຕໍ່ເນື່ອງ, ມີຄວາມປອດໄພ, ຜູູ້ທີີ່ເຄຍຮຽນອ່ອນຈະບໍໍ່ອ່ອນຕືີ່ມອີກ, ຫຼຸດຜ່ອນຜົນກະທົບບັນຫາສຸຂະພາບຈິດຂອງນ້ອງນັກຮຽນ ນັກສຶກສາ ເນືີ່ອງຈາກຢູ່ເຮືອນເປັນເວລາດົນ. ສະນັ້ນ, ຮຽກຮ້ອງໃຫ້ທົ່ວສັງຄົມ ຈົ່ງພ້ອມຈິດພ້ອມໃຈກັນ ອົດທົນຜ່ານຜ່າບັນດາອຸປະສັກເຫຼົ່ານີ້ ຊຶ່ງມີແຕ່ຄວາມສາມັກຄີຂອງພວກເຮົາ ບວກກັບຄວາມເຂົ້າໃຈຕໍໍ່ພະຍາດໂຄວິດ-19 ເທົ່ານັ້ນ ຈຶ່ງຈະສາມາດເອົາຊະນະບັ້ນຮົບຄັ້ງນີ້ໄດ້.

ຫຼັງຈາກນັ້ນ, ໄດ້ມີການປະກອບຄໍາຄິດຄໍາເຫັນຂອງນັກຮຽນ ນັກສຶກສາຈາກໂຮງຮຽນ ມສ ວຽງຈັນ, ວິທະຍາໄລ ເຕັກນິກລາວ-ເຢຍລະມັນ, ການປະກອບຄໍາເຫັນຂອງຄູ ມສ ວຽງຈັນ, ການປະກອບຄໍາເຫັນຂອງພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

 

Print Email

vdcasino vdcasino vdcasino vdcasino vdcasino vdcasino betexper casino siteleri bedava bonus rulet siteleri