• moes

ໄລຍະ 2011-2020 ລາວ-ຫວຽດນາມ ມີຜົນສຳເລັດໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ

ໄລຍະ 2011-2020 ລາວ-ຫວຽດນາມ ມີຜົນສຳເລັດໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ

            ໃນໄລຍະ 2011-2020 ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ໄດ້ຮັບນັກສຶກສາລາວໄປຮຽນ ຈຳນວນ 3.803 ຄົນ ໃນລະດັບປະລິນຍາຕີ ແລະ ເໜືອປະລິນຍາຕີ (ບໍ່ລວມຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ). ໃນນັ້ນ, ລະດັບ ປ.ຕີ 2.309 ຄົນ ກວມ 60,7%, ລະດັບເໜືອ ປ.ຕີ 39,3%. ຕາມແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງສຶກສາ ລາວ-ຫວຽດນາມ ມີຈໍານວນ 413 ທຶນ. ໃນນັ້ນ, ປ.ຕີ 161 ທຶນ, ປ.ໂທ 239 ທຶນ, ປ.ເອກ 13 ທຶນ. ນັກສຶກສາດັ່ງກ່າວ ຈະໄດ້ໄປຮຽນທີ່ຫວຽດນາມຫຼັງຈາກສະພາບການລະບາດພະຍາດໂຄວິດ-19 ມີການຫຼຸດຜ່ອນລົງຕາມສົມຄວນ.

ອ່ານຕໍ່....

Print Email

ສສກ​ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ IX​ ຮອບ​ II

ສສກ​ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ IX​ ຮອບ​ II

118828623 956632544806015 4195096634987519426 n     ກະຊວງສຶກສາທິການ​ ແລະ​ ກິລາ​ (ສສກ)​ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກກະຊວງ ສະໄໝທີ IX​ ຮອບທີ II​ ໃນວັນທີ​ 3 ກັນຍາ​ ຜ່ານມາ​ ທີ່ສະໂມສອນໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງ​ສະຫາຍ​ ນາງ​ ແສງ​ເດືອນ​ ຫຼ້າຈັນທະບູນ​ ກຳມະການສູນກາງພັກ,​ ເລຂາ​ຄະນະພັກ,​ ລັດຖະມົນຕີ​ ກະຊວງສຶກສາທິການ​ ແລະ ກິລາ,​

ອ່ານຕໍ່....

Print Email

ລຳກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ

ລຳກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ

ບັນດາບົດຮຽນດ້ານການສຶກສາເຂດປົດປ່ອຍ

          ...ບັນດາບົດຮຽນດ້ານການສຶກສາເຂດປົດປ່ອຍ ທີ່ສະສົມຈາກພຶດຕິກຳ ຄວນໄດ້ຮັບການເສີມຂະຫຍາຍເຂົ້າໃນ ພາລະກິດການສຶກສາລະບອບໃໝ່ໃນປັດຈຸບັນ ນັບທັງບັນຫາໃຫຍ່ທີ່ມີລັກສະນະຫຼັກການ ຈົນຮອດບົດຮຽນພຶດຕິກຳປີກຍ່ອຍຈຳນວນໜຶ່ງແຫ່ງການຊີ້ນຳ ແລະ ການເຄື່ອນໄຫວປະຕິບັດ ຄວນໄດ້ຮັບການຄົ້ນຄວ້າເພື່ອຜັນຂະຫຍາຍ, ປັບປຸງ ເພີ່ມເຕີມໃຫ້ສອດຄ່ອງກັບໄລຍະໃໝ່ ເຊັ່ນ:

ອ່ານຕໍ່....

Print Email

ສົກຜ່ານມາ ສສກ ມີຜົນສຳເລັດຫຼາຍດ້ານໃນການປະຕິບັດວຽກງານຂະແໜງການສຶກສາ-ກິລາ

ສົກຜ່ານມາ ສສກ ມີຜົນສຳເລັດຫຼາຍດ້ານໃນການປະຕິບັດວຽກງານຂະແໜງການສຶກສາ-ກິລາ

     ສົກ 2019-2020 ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີຜົນສໍາເລັດໃນການຈັດຕັ້ງປະຕິບັດ​ແຜນ​ພັດ­ທະ­ນາ​ຂະ­ແໜງ­ການ​ສຶກ­ສາ ແລະ ກິ­ລາຫຼາຍດ້ານ ເປັນຕົ້ນແມ່ນບັນລຸໄດ້ 6 ຄາດໝາຍ, 3 ຄາດ­ໝາຍ​ທີ່ມີຄວາມກ້າວໜ້າເມື່ອທຽບໃສ່ປີຜ່ານມາ ແລະ 6 ຄາດ­ໝາຍ​ທີ່​ບໍ່​ສາ­ມາດ​ບັນ­ລຸ​ໄດ້​ຕາມ​ແຜນ.

ອ່ານຕໍ່....

Print Email

ໄຊ​ຍະ​ບູລີ ​ໄຂ​ສົກຮຽນ​​ໃໝ່ທົ່ວແຂວງຢ່າງເປັນທາງການ

ໄຊ​ຍະ​ບູລີ ​ໄຂ​ສົກຮຽນ​​ໃໝ່ທົ່ວແຂວງຢ່າງເປັນທາງການ

    118804631 548635349241029 5679663079604595797 nແຂວງ​ໄຊ​ຍະ​ບູລີ​ ​ໄດ້​ຈັດພິທີໄຂສົກຮຽນ​ໃໝ່ 2020-2021 ທົ່ວ​ແຂວງຢ່າງ​ເປັນທາງ​ການ ​ໃນ​ວັນ​ທີ 1 ກັນຍາ ຜ່ານມາ ທີ່​ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ​ໂດຍ​ການ​ໃຫ້ກຽດ​ເຂົ້າຮ່ວມ​ຂອງທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ທ່ານ ນາງ ບຸນພັກ ອິນທະປັນຍາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສົງຄົມ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຜູ້ປະຈໍາການຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7,

ອ່ານຕໍ່....

Print Email

ສູນໂຄສະນາຂ່າວສານ ເອ ຜ່ານເຂົ້າຮອບ 8 ທີມ ເປຕັງທົ່ວ ສວສ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກ ສສກ

ສູນໂຄສະນາຂ່າວສານ ເອ ຜ່ານເຂົ້າຮອບ 8 ທີມ ເປຕັງທົ່ວ ສວສ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກ ສສກ

118851322 444932399737693 3359939809210039040 n      ທີມສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ທີມ ເອ ຍັງຮັກສາຟອມເກັ່ງໄດ້ຢ່າງສວຍງາມໄລ່ເອົາຊະນະ ທີມພະແນກບໍລິຫານ+ຫ້ອງສະໝຸດ ຂາດຮອຍ 2-0 ເກມ ຜ່ານເຂົ້າໄປຢືນລໍຖ້າໃນຮອບ 8 ທີມເປັນທີ່ຮຽບຮ້ອຍ ໃນການແຂ່ງຂັນກິລາເປຕັງປະເພດທີມປະສົມ ລະດັບພະນັກງານພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງຂະບວນການຄຳຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນເດືອນຕຸລານີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. 

ອ່ານຕໍ່....

Print Email

vdcasino vdcasino vdcasino vdcasino vdcasino vdcasino betexper casino siteleri bedava bonus rulet siteleri