Written by Super User. Posted in ຂ່າວ
ສລດ ສ້າງ-ພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນ 4 ຫຼັກສູດ
ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ຈັດກອງປະຊຸມສ້າງ ແລະ ພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນ. ໃນນີ້, ມີຫຼັກສູດການພັດທະນາເວັບໄຊດ້ວຍພາສາໂປຣແກຣມ (Web Programming), ການປະກອບກິດຈະການ 3 ເດືອນ (Entrepreneurship), ການສ້າງຕັ້ງວິສາຫະກິດໃໝ່ (New Enterprise Creation) ແລະ ທຸລະກິດຄອບຄົວ (Family Business) ເພື່ອໃຫ້ມີເຄື່ອງມື ແລະ ອຸປະກອນຮັບໃຊ້ໃນການຝຶກອົບຮົມ, ມີເອກະສານ ແລະ ຄູ່ມືຄູ.
Continue Reading
Print
Email
Written by Super User. Posted in ຂ່າວ
ລັດຖະມົນຕີ ສສກ ແນະນຳການໄຂສົກຮຽນໃໝ່ທົ່ວປະເທດ ຕ້ອງຄວບຄູ່ກັບການປ້ອງກັນ ໂຄວິດ-19
ພ້ອມທຳຄວາມຊິນເຄີຍການດຳລົງຊີວິດແບບໃໝ່
ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ແນະນຳໃຫ້ ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະເອກະ ຊົນ ໃນຂອບເຂດທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍາ ທີ່ຈະເຖິງນີ້ ພ້ອມທັງສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ຂະນະທີ່ ຜູ້ບໍລິຫານການສຶກສາ ແລະ ຄູອາຈານ ຈະຕ້ອງໄດ້ທົບທວນຄືນກ່ຽວກັບຮູບແບບການຈັດການຮຽນການສອນ ເພື່ອໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນແບບໃໝ່ (New Normal).
Continue Reading
Print
Email
Written by Super User. Posted in ຂ່າວ
ສວສ ຮ່ວມກັບ ວລ ຄູດົງຄຳຊ້າງ ແຂ່ງຂັນກິລາເຕະບານ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ lX ອົງຄະນະພັກ ສສກ ຢ່າງຟົດຟື້ນ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບວິທະຍາໄລ (ວລ) ຄູດົງຄຳຊ້າງ ຈັດກິດຈະກຳແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ lX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະໄຂຂຶ້ນໃນເດືອນຕຸລານີ້ ຢ່າງມີຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.
Continue Reading
Print
Email