ຂ່າວປະຈໍາວັນທີ 26 ກຸມພາ 2019
ວພສ ປະກາດເປັນວິທະຍາໄລປອດຢາເສບຕິດ ສົກ 2017-2018
ວິທະຍາໄລ ພະລະສຶກສາ (ວພສ) ປະກາດເປັນວິທະຍາໄລປອດຢາເສບຕິດ ປະຈຳສົກຮຽນ 2017-2018 ພາຍຫຼັງທີ່ໄດ້ຈັດຕັ້ງປະເມີນ ໃນວັນທີ 21-22 ກັນຍາ 2018 ໂດຍແມ່ນພະແນກສິລະປະສຶກສາ, ພາກສ່ວນຮັບຜິດຊອບຕ້ານຢາເສບຕິດໃນໂຮງຮຽນເປັນຜູ້ປະເມີນ ດ້ວຍການໃຊ້ແບບຖາມແຈກຢາຍໃຫ້ຕາງໜ້າພະນັກງານຄູສອນ ແລະ ນັກສຶກສາເຂົ້າຮ່ວມປະເມີນຮ່ວມກັນ. ພິທີຮັບຮອງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 22 ກຸມພາ ຜ່ານມາ ທີ່ສະໂມສອນວິທະຍາໄລ ພະລະສຶກສາ (ທົ່ງປົ່ງ) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ. ອິນຕອງ ເລີດສິນໄຊ ຜູ້ອຳນວຍການວິທະຍາໄລພະລະສຶກສາ, ພ້ອມດ້ວຍຜູ້ຕາງໜ້າຈາກກົມ, ພາກສ່ວນທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ, ພະນັກງານ ຄູອາຈານ ແລະ ນັກສຶກສາຢ່າງພ້ອມພຽງ.
ໃນພິທີ, ທ່ານ ພູວຽງ ມູນຖິ່ນໄທ ຫົວໜ້າຫ້ອງການກິດຈະການນັກສຶກສາ ວິທະຍາໄລ ພະລະສຶກສາ ໄດ້ກ່າວໃຫ້ຮູ້ວ່າ: ວິທະຍາໄລ ພະລະສຶກສາ ໄດ້ຖືກຍົກເປັນວິທະຍາໄລ ໃນວັນທີ 29 ພຶດສະພາ 2009 ໄດ້ດຳເນີນການຮຽນການສອນຕາມຫຼັກສູດຊັ້ນປະລິນຍາຕີ ແລະ ຊັ້ນສູງທັງຕໍ່ເນື່ອງ ແລະ ປົກກະຕິ ເພື່ອສ້າງຄູພະລະສຶກສາສະໜອງໃຫ້ໂຮງຮຽນ, ສະຖານການສຶກສາ ແລະ ພາກສ່ວນຕ່າງໆ ທັງພາກລັດ-ເອກະຊົນ ກ່ຽວກັບການພັດທະນານັກຮຽນ ນັກສຶກສາ ແລະ ປະຊາຊົນໃຫ້ມີສຸຂະພາບພະລະນາໄມສົມບູນ ແຂງແຮງ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງການສ້າງຄູພະລະສຶກສາ ໃນສົກຮຽນ 2008-2009 ຈຶ່ງໄດ້ມີການກຳນົດໃຫ້ “ປອດສິ່ງເສບຕິດ, ສິ່ງມຶນເມົາ ແລະ ຢາສູບ” ໃນວິທະຍາໄລພະລະສຶກສາ ສະແດງອອກ ເຊັ່ນ: ບໍ່ມີການຊື້-ຂາຍເຫຼົ້າເບຍ, ຢາສູບ ແລະ ງານລ້ຽງພິທີຕ່າງໆ ບໍ່ມີເຫຼົ້າເບຍ, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບມີແຜນລະອຽດໃນການຈັດຕັ້ງປະຕິບັດໂຄງການ, ມີການປະຊຸມຮ່ວມກັບບັນດາບ້ານອ້ອມຂ້າງວິທະຍາໄລ ເພື່ອຖອດຖອນບົດຮຽນໃນການຄຸ້ມຄອງ ຕິດຕາມນັກສຶກສາທີ່ນອນຢູ່ຫ້ອງແຖວ ແລະ ຕິດປ້າຍຄຳຂວັນຕ່າງໆ ເພື່ອປູກຈິດສຳນຶກໃຫ້ພະນັກງານ, ນັກສຶກສາ ເປັນຄະນະເຕືອນໃຈ. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ, ໄດ້ມີການຈັດການກວດສານເສບຕິດແຕ່ລະສົກຮຽນ ຕັ້ງແຕ່ກ່ອນຮັບນັກຮຽນ, ກວດໄລຍະຮຽນ, ກ່ອນຈະໄປຝຶກຫັດ ແລະ ເສັງຈົບ.
ການປະເມີນດັ່ງກ່າວ, ມີວິທະຍາໄລຄູ 10 ແຫ່ງ ໄດ້ຮັບການປະເມີນ ໂດຍແມ່ນພະແນກສິລະປະສຶກສາ ກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນຮັບຜິດຊອບຕ້ານຢາເສບຕິດໃນໂຮງຮຽນເປັນຜູ້ລົງປະເມີນ. ໃນນັ້ນ, ຜ່ານການຄົ້ນຄວ້າຂອງຄະນະຮັບຜິດຊອບຂັ້ນ ກະຊວງສຶກສາທິການ ແລະ ກິລາ ໄດ້ເຫັນດີຕົກລົງປະກາດ ແລະ ຮັບຮອງເອົາວິທະຍາໄລຄູ 6 ແຫ່ງ ທີ່ສາມາດປະຕິບັດໄດ້ຕາມມາດຕະຖານ ແລະ ເຂື່ອນໄຂໃຫ້ເປັນວິທະຍາໄລປອດຢາເສບຕິດ 1 ສົກຮຽນ. ໃນນັ້ນ, ມີວິທະຍາໄລ ພະລະສຶກສາ ທີ່ຖືກຮັບຮອງໃຫ້ເປັນວິທະຍາໄລປອດຢາເສບຕິດ.
ສຳລັບແຜນການໃນສົກຮຽນ 2018-2019 ວິທະຍາໄລ ພະລະສຶກສາ ເຫັນໄດ້ຄວາມສຳຄັນຂອງວຽກງານຕ້ານຢາເສບຕິດໃນສະຖານການສຶກສາ ເວົ້າລວມ ເວົ້າສະເພາະແມ່ນວິທະຍາພະລະສຶກສາ ຈະສືບຕໍ່ປະຕິບັດ ຄື: ປະສານງານກັບກົມພະລະ ແລະ ສິລະປະສຶກສາ ໂດຍສະເພາະພະແນກສິລະປະສຶກສາ ພາກສ່ວນຮັບຜິດຊອບຕ້ານຢາເສບຕິດໃນໂຮງຮຽນ ເພື່ອດຳເນີນການກະກຽມ ແລະ ປະເມີນ ປະຈຳສົກຮຽນ; ຈັດຕັ້ງສຶກສາອົບຮົມນັກສຶກສາ ຕິດພັນກັບເວລາເຄົາລົບທຸງຕອນເຊົ້າວັນຈັນ ແລະ ໃນເວລາສຳຫຼວດຫ້ອງຮຽນ; ຈັດຕັ້ງກິດຈະກຳໂຄສະນາ ເຜີຍແຜ່ກ່ຽວກັບຜົນຮ້າຍຂອງຢາເສບຕິດໃຫ້ພະນັກງານ ຄູອາຈານ; ຈັດຕັ້ງປະຕິບັດການກວດສານເສບຕິດນັກສຶກສາ ແລະ ເອົາໃຈໃສ່ນັກສຶກສາທີ່ເປັນກຸ່ມສ່ຽງ ແລະ ຫາວິທີທາງຊ່ວຍເຫຼືອນັກສຶກສາທີ່ເປັນກຸ່ມສ່ຽງຮ່ວມກັນລະຫວ່າງວິທະຍາໄລກັບພໍ່ແມ່ຜູ້ປົກ.
ບົວລະພາ
ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານການສຶກສາ-ກິລາ ພະແນກ ແລະ ເມືອງ 3 ສ້າງ 7 ແຂວງ ໄດ້ຍົກລະດັບ
ພະນັກງານ-ລັດຖະກອນ ຜູ້ທີ່ຮັບຜິດຊອບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ຈາກພະແນກສຶກສາທິການ ແລະ ກິລາ ແລະ ເມືອງ 3 ສ້າງ ໃນ 7 ແຂວງພາກກາງ ແລະ ພາກໃຕ້ ໄດ້ຮັບການຍົກລະດັບສ້າງຄວາມເຂັ້ມແຂງວຽກງານວິຊາສະເພາະ ເພື່ອເປັນກະບອກສຽງສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕະຫຼອດຮອດການເຄື່ອນໄຫວຕ່າງໆ ໃນຂົງເຂດສຶກສາ ແລະ ກິລາ ໃຫ້ອອກສູ່ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.
ໃນວັນທີ 25 ກຸມພາ ຜ່ານມາ, ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທະການ ແລະ ກິລາ ໄດ້ຈັດພິທີເປີດກອງປະຊຸມ ສ້າງຄວາມເຂັ້ມແຂງວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ປະຈໍາປີ 2018 ໃຫ້ພະແນກສຶກສາທິການ ແລະ ກິລາ ແລະ ເມືອງ 3 ສ້າງ ໃນ 7 ແຂວງພາກກາງ ແລະ ພາກໃຕ້ ຢ່າງເປັນທາງການ ທີ່ສູນໄອຊີທີ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ, ມີພະນັກງານຜູ້ຮັບຜິດຊອບ ວຽກງານໂຄສະນາຂ່າວສານ ການສຶກສາ ແລະ ກິລາ ທີ່ມາຈາກພະແນກສຶກສາທິການ ແລະ ກິລາ ແລະ ເມືອງ 3 ສ້າງ ໃນ 7 ແຂວງພາກກາງ ແລະ ພາກໃຕ້, ຕະຫຼອດຮອດພະນັກງານຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຈໍານວນ 40 ກວ່າທ່ານເຂົ້າຮ່ວມ.
ໃນພິທີເປີດກອງປະຊຸມ, ທ່ານ ນາງ ແສງສຸວັນ ຊຸຍພະສິດ ໄດ້ກ່າວຕ້ອນຮັບຜູ້ແທນທີ່ເຂົ້າຮ່ວມ ພ້ອມທັງສະເໜີໃຫ້ຮູ້ສະພາບລວມຂອງແຂວງ ເປັນຕົ້ນແມ່ນ ດ້ານເສດຖະກິດ-ສັງຄົມຂອງແຂວງ, ສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງດ້ານປະຫວັດສາດຂອງແຂວງ. ນອກຈາກນັ້ນ, ທ່ານຍັງໄດ້ສະເໜີໃຫ້ຮູ້ເຖິງວຽກງານການສຶກສາ ແລະ ກິລາ ທີ່ພົ້ນເດັ່ນຫຼາຍຢ່າງ, ຊຶ່ງໄລຍະຜ່ານມາ ເຫັນໄດ້ວ່າການສຶກສາແມ່ນໄດ້ຮັບການພັດທະນາໃຫ້ດີຂຶ້ນເລື້ອຍໆ ແຕ່ໄປຄຽງຄູ່ກັບຈຸດດີນັ້ນ, ຍັງມີຂໍ້ຄົງຄ້າງທີ່ຕ້ອງໄດ້ຮັບການແກ້ໄຂບາງດ້ານ ເປັນຕົ້ນແມ່ນການແກ້ໄຂອັດຕາເພີ່ມຂຶ້ນຂອງການປະລະການຮຽນຂອງນັກຮຽນຊັ້ນປະຖົມສຶກສາ, ສືບຕໍ່ລົງຕິດຕາມການຮຽນການສອນຂອງແຕ່ລະໂຮງຮຽນໃຫ້ຫຼາຍຂຶ້ນ ແລະ ວຽກງານອື່ນໆ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ.
ຂະນະດຽວກັນນັ້ນ, ທ່ານ ປອ. ອ່ອນແກ້ວ ນວນນະວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນທີ່ມາຈາກພະແນກສຶກສາທິການ ແລະ ກິລາ ແລະ ເມືອງ 3 ສ້າງ ໃນ 7 ແຂວງພາກກາງ ແລະ ພາກໃຕ້ ໃຫ້ກໍາໄດ້ທິດສະດີ ແລະ ຫຼັກການໃນການຂຽນຂ່າວ, ຂຽນບົດ, ການນໍາໃຊ້ພາສາລາວ ເພາະວ່າວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ເປັນວຽກງານໜຶ່ງທີ່ສໍາຄັນໃນການເຜີຍແຜ່ຜົນງານ ກໍຄື ແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານໃຫ້ອອກສູ່ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ພ້ອມທັງໃຫ້ສໍາມະນາກອນທຸກພາກສ່ວນພ້ອມກັນຕັ້ງໃຈຮໍ່າຮຽນ ແລະ ແລກປ່ຽນບົດຮຽນ ນໍາເອົາເນື້ອໃນຄວາມຮູ້ທີ່ໄດ້ຝຶກອົບຮົມມານັ້ນ ໄປຜັນຂະຫຍາຍໃນທ້ອງຖິ່ນ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ.
ສໍາລັບກອງປະຊຸມດັ່ງກ່າວ, ແມ່ນຈະໄດ້ດໍາເນີນເປັນເວລາ 7 ວັນ (ວັນທີ 25 ກຸມພາ ຫາ 3 ມີນາ 2019), ຊຶ່ງໃນກອງປະຊຸມໄດ້ຮັບຟັງການນໍາສະເໜີແນວທາງການປ່ຽນແປງໃໝ່ຂອງພັກຕໍ່ສື່ມວນຊົນ, ກົດໝາຍສື່ມວນຊົນ, ຈັນຍາບັນ ແລະ ຄຸນສົມບັດຂອງນັກຂ່າວ, ພື້ນຖານການຂຽນບົດ-ຂ່າວ. ຫຼັງຈາກນັ້ນ, ໄດ້ຈັດກຸ່ມເຮັດບົດຝຶກຫັດການຂຽນຂ່າວ, ແຕ່ລະກຸ່ມນໍາສະເໜີ ແລະ ຖອດຖອນບົດຮຽນການເຮັດບົດຝຶກຫັດການຂຽນບົດ-ຂຽນຂ່າວ, ເຕັກນິກພື້ນຖານການຖ່າຍຮູບພາບຂ່າວ ແລະ ຮູບທົ່ວໄປ, ຈັດກຸ່ມລົງພາກປະຕິບັດຕົວຈິງການຖ່າຍຮູບຂ່າວ ແລະ ຮູບພາບທົ່ວໄປ, ແຕ່ລະກຸ່ມນໍາສະເໜີ ແລະ ຖອດຖອນບົດຮຽນການຖ່າຍຮູບພາບຂ່າວ ແລະ ຮູບພາບທົ່ວໄປ, ພື້ນຖານການຕົບແຕ່ງພາບນິ້ງ ເພື່ອສົ່ງອອກຂ່າວ, ການສົ່ງຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດ, ປະຕິບັດຕົວຈິງໃນການຝຶກຫັດການສົ່ງຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດ.
ໂດຍ: ນາງ ຕຸ່ນຄໍາ
ປິດສາກລົງຢ່າງຈົບງາມ ດອກປີກໄກ່ ເບຍລາວ ອິນເຕີເນຊັນແນວ ຊີຣີ 2019 ທີ່ສປປ ລາວ ເປັນເຈົ້າພາບ
ປິດສາກລົງຢ່າງຈົບງາມ ການເເຂ່ງຂັນກິລາດອກປີກໄກ່ ລະດັບສາກົນ ຫຼື ລາຍການ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 (BEERLAO INTERNATIONAL SERIES 2019) ເພື່ອເປັນການສະສົມຄະແນນ ຈັດອັນດັບໂລກ ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19-24 ກຸມພາ ຜ່ານມາ ທີ່ສະໂມສອນດອກປີກໄກ່ ເສດຖາ ມີນັກກິລາເຂົ້າຮ່ວມທັງໝົດ 197 ຄົນ ຈາກ 14 ປະເທດ ໃນທົ່ວໂລກເຂົ້າຮ່ວມ ໂດຍໄດ້ຮັບການສະໜັບສະໜູນຫຼັກ 108 ລ້ານກີບ ຈາກບໍລິສັດ ເບຍລາວ ຈຳກັດ. ຂະນະທີ່ແຊ໋ມດ່ຽວຊາຍ-ຍິງ ຕົກເປັນຂອງ ໂກໄດ ນາຣາໂອກະ (KODAI NARAOKA) ແລະ ນາງ ນະຊຶກິ ໂອໄອ (NATSUKI OIE) 2 ນັກຕົບຈາກປະເທດຍີ່ປຸ່ນ ສ່ວນຜົນງານຂອງທັບນັກກິລາລາວ ເຮັດໄດ້ພຽງຜ່ານເຂົ້າຮອບ 16 ທີມສຸດທ້າຍ.
ພິທີປິດການແຂ່ງຂັນລາຍການດັ່ງກ່າວ ມີຂຶ້ນເມື່ອວັນທີ 24 ກຸມພາ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ເສດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມສະແຫວງ ແສງສີລາວົງ ຮັກສາການປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງເພັດ ພັນທະວົງ ຜູ້ອຳນວຍການຝ່າຍປະຊາສຳພັນ ແລະ ບໍລິຫານ ບໍລິສັດ ເບຍລາວ ຈຳກັດ, ມີບັນດາຜູ້ຕາງໜ້າຈາກສະຫະພັນດອກປີກໄກ່ສາກົນ, ຕາງໜ້າສະຖານທູດ ແຕ່ລະປະເທດ, ຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ, ກຳມະການຕັດສິນ, ນັກກິລາ ແລະ ບັນດາກອງເຊຍເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.
ສຳລັບການແຂ່ງຂັນລາຍການນີ້ ມີນັກກິລາເຂົ້າຮ່ວມທັງໝົດ 197 ຄົນ ຈາກ 14 ປະເທດ ຄື: ສປປ ລາວ ເຈົ້າພາບ, ໄທ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ, ອົດສະຕຣາລີ, ຍີ່ປຸ່ນ, ອິນເດຍ, ສະຫະລັດອາເມຣິກາ, ອັງກິດ, ການາດາ, ສະວີເດັນ (ຊູແອັດ), ເດັນມາກ ແລະ ອິນໂດເນເຊຍ ໂດຍມີການຊີງໄຊທັງໝົດ 5 ລາຍການ ຄື: ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ ແລະ ຄູ່ປະສົມ. ໃນນັ້ນ, ສະຫະພັນດອກປີກໄກ່ແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າຮ່ວມຊີງໄຊ ຈຳນວນ 23 ຄົນ, ຍິງ 3 ຄົນ, ໃນນັ້ນ 5 ລາຍການດັ່ງກ່າວ ຄື: ປະເພດດ່ຽວຍິງ ມີນັກກິລາເຂົ້າຮ່ວມ 45 ຄົນ, ດ່ຽວຊາຍ 60 ຄົນ, ຄູ່ຍິງ 23 ທີມ, ຄູ່ຊາຍ 40 ທີມ ແລະ ທີມຄູ່ປະສົມ 32 ທີມ ແຕ່ລະລາຍການ ມີການຈັບສະຫຼາກປະກົບຄູ່ແຂ່ງຂັນຄັດເລືອກເອົາທີມຊະນະ ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ຊີງເງິນລາງວັນລວມມູນຄ່າ 87 ລ້ານກີບ ຫຼື ປະມານ 10 ພັນໂດລາສະຫະລັດ ສຳລັບລາງວັນອັນດັບ 1-3 ຂອງແຕ່ລະລາຍການຈະໄດ້ຮັບດັ່ງນີ້: ອັນດັບທີ 1 ໄດ້ຮັບຫຼຽນຄຳ ພ້ອມເງິນສົດ 7 ລ້ານກີບ, ອັນດັບທີ 2 ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3,5 ລ້ານກີບ ແລະ ອັນດັບທີ 3 ຮ່ວມ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 1,8 ລ້ານກີບ. ສ່ວນຜູ້ທີ່ສາມາດຜ່ານເຂົ້າຮອບ 8 ທີມ ຈະໄດ້ເງິນລາງວັນ ລາຍການລະ 1 ລ້ານກີບ.
ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດດ່ຽວຊາຍ ຊະນະເລີດໄດ້ເເກ່ KODAI NARAOKA ຈາກຍີ່ປຸ່ນ, ດ່ຽວຍິງ ຊະນະເລີດ ໄດ້ເເກ່ NATSUKI OIE ຈາກຍີ່ປຸ່່ນ, ຄູ່ຊາຍ ຊະນະເລີດ ໄດ້ເເກ່ CHOOI KHA MING & LOW JUAN SHEN ຈາກມາເລເຊຍ, ຄູ່ຍິງ ຊະນະເລີດ ໄດ້ເເກ່ YUJIA JIN & MING HUI LIN ຈາກສິງກະໂປ ເເລະ ຄູ່ປະສົມ ຊະນະເລີດ ໄດ້ເເກ່ WEERAPHAT PHAKJARUNG & CHAISENEE KOREPAP ຈາກປະເທດໄທ. ຂະນະທີ່ຜົນງານຂອງທັບນັກກິລາດອກປີກໄກ່ລາວ ສາມາດເຮັດໄດ້ພຽງຜ່ານເຂົ້າຮອບ 16 ທີມສຸດທ້າຍເທົ່ານັ້ນ.
ຂ່າວໂດຍ: ສົງການ
ສຕລ ຮ່ວມມືກັບ 17 ແຂວງ ແລະ 1 ນະຄອນຫຼວງ ສົ່ງເສີມການພັດທະນາບານເຕະລາວ ມີທ່າກ້າວທີ່ພົ້ນເດັ່ນ
ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ຮ່ວມມືກັບບັນດາຄະນະບໍລິຫານງານ, ຜູ້ຊີ້ນຳວຽກງານກິລາ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ ບັນດາສະຫະພັນກິລາບານເຕະແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະຫະພັນກິລາແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ມີການເຄື່ອນໄຫວກິດຈະກຳເຕະບານຢ່າງເປັນປະຈຳ ແນໃສ່ການພັດທະນາວົງການບານເຕະລາວ ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ເວົ້າລວມ, ເວົ້າສະເພາະກໍເພື່ອສ້າງໄດ້ນັກກິລາຜູ້ທີ່ມີຄວາມສາມາດກ້າວຂຶ້ນມາເປັນນັກກິລາເຕະບານລະດັບມືອຊີບ ກໍຄື ຕິດທີມຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ເມື່ອວັນທີ 23 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມ ພັດທະນາກິລາບານເຕະລາວ ໃນທົ່ວປະເທດ ຄັ້ງທີ 1 ປະຈຳປີ 2019, ພາຍໃຕ້ການເປັນປະທານຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ບັນດາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 17 ແຂວງ, 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານບັນດາພາກສ່ວນຕ່າງໆ ຕະຫຼອດຜູ້ຮັບຜິດຊອບແຕ່ລະໜ້າວຽກຂອງ ສຕລ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເປັນການເຜີຍແຜ່ພາລະບົດບາດຂອງ ສຕລ ໃຫ້ແກ່ບັນດາພະແນກສຶກສາທິການ ແລະ ກິລາ, 1 ນະຄອນຫຼວງວຽງຈັນ ແລະ ສະຫະພັນບານເຕະແຂວງ ເສີມຂະຫຍາຍການປະສານງານ ແລະ ຮັດແໜ້ນສາຍສໍາພັນ ລະຫວ່າງສະຫະພັນບານເຕະແຂວງ ແລະ ສຕລ, ຊຸກຍູ້ໃຫ້ທຸກໆແຂວງ ແລະ ນະຄອນຫຼວງ ມີສະຫະພັນບານເຕະແຂວງ ເພື່ອສ້າງໃຫ້ມີການເຄື່ອນໄຫວກິດຈະກໍາບານເຕະຢ່າງເປັນປະຈໍາ, ໃນນັ້ນ, ສຕລ ຍັງໄດ້ຊຸກຍູ້ບັນດາສະຫະພັນບານເຕະແຂວງ ດ້ານອຸປະກອນ, ການຈັດການແຂ່ງຂັນ, ດ້ານຝຶກອົບຮົມ ແລະ ເຕັກນິກ, ຕະຫຼອດຮອດດ້ານງົບປະມານ ເພື່ອສົ່ງເສີມໃຫ້ມີການເຄື່ອນໄຫວກິລາບານເຕະພາຍໃນແຂວງຢ່າງເປັນປົກກະຕິ.
ທ່ານ ບົວລານ ສິລິປັນຍາ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ໃນການ ຮ່ວມມືກັນລະຫວ່າງ ສຕລ ແລະ ບັນດາແຂວງ ສາມາດສົ່ງເສີມການພັດທະນາວົງການກິລາບານເຕະລາວ ໃຫ້ມີ ທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ, ໃນນັ້ນຈະສາມາດສ້າງໄດ້ບຸຄະລາກອນ ກໍຄື ນັກກິລາຜູ້ທີ່ມີພອນສະຫວັນ ດີເດັ່ນກ້າວຂຶ້ນມາຕິດທີມຊາດ ຢ່າງເຕີບໃຫຍ່ຂະຫຍາຍຕົວກວ້າງຂວາງ ສອດຄ່ອງກັບການພັດທະນາພື້ນຖານໂຄງ ລ່າງ ເປັນຕົ້ນແມ່ນສະໜາມກິລາບານເຕະຂອງແຕ່ລະແຂວງ ທີ່ທາງລັດຖະບານສຸມໃສ່ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການພັດທະນາຢ່າງຮອບດ້ານ, ໃນນັ້ນ ກໍຍັງສາມາດຮອງຮັບຈັດແຂ່ງຂັນລີກໄດ້ຢ່າງ ມີຄຸນະພາບ ແລະ ປະສິດທິຜົນ ມີໝາກຜົນສຳເລັດຕາມການວາງແຜນໄວ້.
ໃນການດຳເນີນກອງປະຊຸມດັ່ງກ່າວ ບັນດາຜູ້ແທນທີ່ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ພາລະບົດບາດ ແຕ່ລະໜ້າທີ່ຂອງ ສຕລ ໂດຍແມ່ນຄະນະຮັບຜິດຊອບແຕ່ລະພະແນກເປັນຜູ້ອະທິບາຍໜ້າທີ່ວຽກງານຂອງຕົນ ຈາກນັ້ນ ຍັງໄດ້ຮັບຟັງການປືກສາຫາລື ແລະ ການສະເໜີແຜນການຕ່າງໆ ຂອງແຕ່ລະແຂວງ ແລະ ສຕລ ເພື່ອພ້ອມກັນຊອກ ຫາຈຸດບົກຜ່ອງມາແກ້ໄຂໃຫ້ມີໝາກຜົນສຳເລັດ ໃນການຈັດຕັ້ງປະຕິບັດຕາມແຜນຂອງກອງ ປະຊຸມທີ່ໄດ້ມະຕິຕົກ ລົງກັນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂດຍ ສົງການ
ຮພກ ຄອງເຈົ້າຫຼຽນຄຳ ແລ່ນ-ລານ ທົ່ວປະເທດ ຄັ້ງທີ ll ປະຈຳປີ 2019
ນັກກິລາແລ່ນ-ລານໂຮງຮຽນພອນສະຫວັນກິລາ-ກາຍຍະກຳ (ຮພກ) ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ສາມາດກວາດມາໄດ້ເຖິງ 30 ຫຼຽນຄຳ, 23 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 69 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາແລ່ນ-ລານ ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ທົ່ວປະເທດ ຄັ້ງທີ ll ປະຈຳປີ 2019 ເພື່ອເປັນການຄັດເລືອກນັກກິລາ ຮຸ່ນສືບທອດພອນສະຫວັນດີເດັ່ນກ້າວສູ່ທີມຊາດ ງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ເປັນເຈົ້າພາບ ໃນທ້າຍປີນີ້ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີ 2019.
ເມື່ອວັນທີ 22 ກຸມພາ ຜ່ານມາ ທີ່ ຮພກ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີປິດການແຂ່ງຂັນກິລາແລ່ນ-ລານ ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ທົ່ວປະເທດ ຄັ້ງທີ ll ປະຈຳປີ 2019, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສິງຄຳ ນາລິນ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດ ແລະ ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍຍະກຳ, ມີຄະນະບໍລິຫານງານສະຫະພັນແລ່ນ-ລານແຫ່ງຊາດລາວ, ບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນ.
ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ແມ່ນເພື່ອເປັນການປຸກລະດົມຂະບວນການກິລາແລ່ນ-ລານາໃຫ້ມີຄວາມຟົດຟື້ນ, ນັກກິລາມີໂອກາດໃນການແຂ່ງຂັນຫຼາຍຂຶ້ນ ແລະ ເພື່ອເປັນການທົດສອບ ແລະ ເລືອກເຟັ້ນເອົານັກກິລາທີ່ມີຄວາມສາມາດເພື່ອພັດທະນາເປັນນັກກິລາຮຸ່ນສືບທອດກ້າວສູ່ທີມຊາດ ເພື່ອເປັນການຄັດເລືອກນັກກິລາທີມຊາດ ກຽມຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ເປັນເຈົ້າພາບ ໃນທ້າຍປີນີ້ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີ 2019 ລາຍການດັ່ງກ່າວ ມີທັງໝົດ 16 ພາກສ່ວນ ເຂົ້າຮ່ວມ ປະກອບມີ: ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງສະຫວັນນະ ເຂດ, ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລພະລະສຶກສາ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂຮງຮຽນ ມ.ປາຍ ວຽງຈັນ-ໂຮ່ຈິມິນ, ໂຮງຮຽນ ນິຣະດາ, ໂຮງຮຽນ ມ.ປາຍ ທົ່ງປົ່ງ, ມສ ວຽງຈັນ, ມສ ໂພນທອງ, ມສ ນາຂ່າ ແລະ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ເຈົ້າພາບ ການແຂ່ງຂັນແບ່ງເປັນ 2 ຮຸ່ນ ຄື: ຮຸ່ນທົ່ວໄປ ແລະ ຮຸ່ນເຍົາວະຊົນ, ມີການຊີງໄຊທັງໝົດ 50 ລາຍການ ມີນັກກິລາເຂົ້າຮ່ວມການແຂ່ງຂັນ 200 ກວ່າຄົນ.
ຜ່ານການແຂ່ງຂັນເປັນເວລາ 3 ວັນ ລະຫວ່າງວັນທີ 20-22 ກຸມພາ 2019 ໃນຮຸ່ນເຍົາວະຊົນ ອັນດັບທີ 1 ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ກວາດມາໄດ້ 22 ຫຼຽນຄຳ, 17 ຫຼຽນເງິນ ແລະ 12 ຫຼຽນທອງ, ອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 5 ຫຼຽນຄຳ, 7 ຫຼຽນເງິນ ແລະ 7 ຫຼຽນທອງ ແລະ ອັນດັບທີ 3 ແຂວງວຽງຈັນ ຍາດໄດ້ 2 ຫຼຽນເງິນ ແລະ 3 ຫຼຽນທອງ. ສ່ວນຮຸ່ນທົ່ວໄປ ອັນດັບທີ 1 ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ຍາດໄດ້ 8 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 2 ນະຄອນຫຼວງວຽງຈັນ ຍາດໄດ້ 6 ຫຼຽນຄຳ, 4 ຫຼຽນເງິນ ແລະ 9 ຫຼຽນທອງ ແລະ ອັນດັບທີ 3 ມະຫາວິທະຍາໄລແຫ່ງຊາດ ຍາດໄດ້ 5 ຫຼຽນຄຳ, 6 ຫຼຽນເງິນ ແລະ 2 ຫຼຽນທອງ.
ໂດຍ ສົງການ
ອົງການອາຫານໂລກ ຊ່ວຍອຸປະກອນອີເລັກໂຕຣນິກແກ່ 9 ເມືອງ ໃນ 3 ແຂວງ
ອົງການອາຫານໂລກ ໄດ້ມອບອຸປະກອນອີເລັກໂຕຣນິກຫຼາຍລາຍການໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ກໍຄື ສູນການສຶກສາຮຽນຮ່ວມ ໃນ 9 ເມືອງຂອງແຂວງຫຼວງພະບາງ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ເພື່ອເປັນການສະໜັບສະໜູນການລາຍງານ ແລະ ການສ້າງຫຼັກຖານດ້ານຂໍ້ມູນໃຫ້ແກ່ວຽກງານອາຫານທ່ຽງໃນໂຮງຮຽນຂອງລັດຖະບານ. ພິທີມອບອຸປະກອນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 22 ກຸມພາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດມອບຂອງທ່ານ ຢານ ເດວບຣາເຣ ຜູ້ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ແລະ ຕາງໜ້າຮັບຂອງທ່ານ ຮສ.ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມການສຶກສາກ່ອນໄວຮຽນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງເປົ້າໝາຍ, ພະນັກງານ ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບອຸປະກອນທີ່ອົງການອາຫານໂລກ ໄດ້ນຳມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີຕັ້ງໂຕະ ຈຳນວນ 28 ໜ່ວຍ, ຄອມພິວເຕີແລັບທອບ ຈຳນວນ 14 ໜ່ວຍ, ປິ່ນເຕີ 14 ໜ່ວຍ ແລະ ໂປຣເຈັກເຕີ 13 ໜ່ວຍ, ຊຶ່ງໄດ້ມອບໃຫ້ແດ່ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ນຳໄປມອບຕໍ່ໃຫ້ແກ່ສູນການສຶກສາຮຽນຮ່ວມ ໃນ 9 ເມືອງຂອງ 3 ແຂວງ ຄື: ແຂວງອຸດົມໄຊ ມີເມືອງໄຊ, ເມືອງແບ່ງ, ເມືອງນາໝໍ້; ແຂວງຫຼວງນໍ້າທາ ມີ ເມືອງນໍ້າທາ, ນາແລ, ວຽງພູຄາ ແລະ ເມືອງສິງ; ແຂວງຫຼວງພະບາງ ມີ ເມືອງງາ, ຊຶ່ງອຸປະກອນດັ່ງກ່າວນີ້ ແມ່ນຈະເປັນສ່ວນໜຶ່ງໃຫ້ແກ່ການອຳນວຍຄວາມສະດວກໃນການສ້າງຫຼັກຖານດ້ານຂໍ້ມູນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນໃຫ້ມີຜົນສຳເລັດ ແລະ ເປັນໄປຕາມເປົ້າໝາຍທີ່ກຳນົດໄວ້.
ບົວລະພາ