ໄຂຂຶ້ນຢ່າງເປັນທາງການກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການແລະ ກິລາ ຄັ້ງທີ IX ໃນຕອນເຊົ້າວັນທີ 24 ພະຈິກ 2020ຜ່ານມາ ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.
ໄຂຂຶ້ນຢ່າງເປັນທາງການກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການແລະ ກິລາ ຄັ້ງທີ IX ໃນຕອນເຊົ້າວັນທີ 24 ພະຈິກ 2020ຜ່ານມາ ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.
ໄລຍະ 2011-2020 ລາວ-ຫວຽດນາມ ມີຜົນສຳເລັດໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ
ໃນໄລຍະ 2011-2020 ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ໄດ້ຮັບນັກສຶກສາລາວໄປຮຽນ ຈຳນວນ 3.803 ຄົນ ໃນລະດັບປະລິນຍາຕີ ແລະ ເໜືອປະລິນຍາຕີ (ບໍ່ລວມຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ). ໃນນັ້ນ, ລະດັບ ປ.ຕີ 2.309 ຄົນ ກວມ 60,7%, ລະດັບເໜືອ ປ.ຕີ 39,3%. ຕາມແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງສຶກສາ ລາວ-ຫວຽດນາມ ມີຈໍານວນ 413 ທຶນ. ໃນນັ້ນ, ປ.ຕີ 161 ທຶນ, ປ.ໂທ 239 ທຶນ, ປ.ເອກ 13 ທຶນ. ນັກສຶກສາດັ່ງກ່າວ ຈະໄດ້ໄປຮຽນທີ່ຫວຽດນາມຫຼັງຈາກສະພາບການລະບາດພະຍາດໂຄວິດ-19 ມີການຫຼຸດຜ່ອນລົງຕາມສົມຄວນ.
ສສກ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ IX ຮອບ II
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ຮອບທີ II ໃນວັນທີ 3 ກັນຍາ ຜ່ານມາ ທີ່ສະໂມສອນໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,