Written on .
ສູນໂຄສະນາຂ່າວສານ ເອ ຜ່ານເຂົ້າຮອບ 8 ທີມ ເປຕັງທົ່ວ ສວສ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກ ສສກ
ທີມສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ທີມ ເອ ຍັງຮັກສາຟອມເກັ່ງໄດ້ຢ່າງສວຍງາມໄລ່ເອົາຊະນະ ທີມພະແນກບໍລິຫານ+ຫ້ອງສະໝຸດ ຂາດຮອຍ 2-0 ເກມ ຜ່ານເຂົ້າໄປຢືນລໍຖ້າໃນຮອບ 8 ທີມເປັນທີ່ຮຽບຮ້ອຍ ໃນການແຂ່ງຂັນກິລາເປຕັງປະເພດທີມປະສົມ ລະດັບພະນັກງານພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງຂະບວນການຄຳຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນເດືອນຕຸລານີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ອ່ານຕໍ່....
Written on .
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 2020-2021
- ເຖິງ: ພໍ່ແມ່ພີ່ນ້ອງປວງຊົນລາວ ໃນທົ່ວປະເທດ ທີ່ເຄົາລົບ;
- ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;
- ບັນດາລູກຫຼານນັກຮຽນ, ນັກສຶກສາ ໃນທົ່ວປະເທດ ທີ່ຮັກແພງທັງຫຼາຍ.
ອ່ານຕໍ່.....
Written on .
ນັກສຶກສາ 14 ພັນກວ່າຄົນ ຮ່ວມສອບເສັງຄັດເລືອກເຂົ້າຮຽນ ມຊ ສົກ 2020-2021 ຂະນະທີ່ຮັບຕົວຈິງພຽງ 9 ພັນກວ່າຄົນ
ນັກສຶກສາຈຳນວນ 14.308 ຄົນ ໄດ້ຮ່ວມສອບເສັງຄັດເລືອກເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ສົກສຶກສາ 2020-2021 ຂະນະທີ່ຕົວເລກທີ່ຈະຮັບເອົາຕົວຈິງທັງໝົດພຽງ 9.356 ຄົນ. ເມື່ອວັນທີ 29 ສິງຫາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງ, ຄູອາຈານ ຕະຫຼອດຮອດນັກສຶກສາຢ່າງພ້ອມພຽງ.
ອ່ານຕໍ່.....