• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

ແຈ້ງການ ຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ

            

         ເຖິງ: ທ່ານ​ຫົວໜ​້າພະແນກສຶກສາທິການ ແລະ ກິລາແຂວງ/ ນະຄອນຫຼວງ

         ເລື່ອງ: ໃຫ້ຕິດຕາມການສອນຜ່ານໂທລະພາບສຶກສາ ແລະ ກິລາ ແລະ ສື່ການສອນຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ

 

-       ອີງຕາມ ຄຳສັ່ງແນະນຳຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 101/ຄພສກ, ລົງວັນທີ 27 ເມສາ 2021. ວ່າດ້ວຍການຜັນຂະຫຍາຍຄຳສັ່ງແນະນຳ ເລກທີ 87/ຄລສພ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ 19 ຂອງຂະແໜງການສຶກສາ ແລະ ກິລາ.

-       ອີງຕາມ ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 444/ສສກ, ລົງວັນທີ 6 ພຶດສະພາ 2021, ເລື່ອງ ການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ພາຍໃນຂະແໜງການສຶກສາ ແລະ ກິລາ.

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ມາຮອດປັດຈຸບັນກະຊວງສຶກສາທິການ ແລະ ກິລາ ໄດ້ຜະລິດສື່ການຮຽນການສອນ ຜ່ານໂທລະພາບສຶກສາ ແລະ ກິລາ ໂດຍເນັ້ນໃສ່ການສອນຜ່ານໂທລະພາບສຶກສາ ແລະ ກິລາ ແລະ ສື່ການສອນຜ່ານອິນເຕິເນັດ ເປັນຕົ້ນແມ່ນ ເວັບໄຊ ແລະ ແພລດຟອມສຶກສາ ຫຼື ແອັບພຣີເຄຊັນ ຄັງປັນຍາລາວຕາມລາຍລະອຽດລຸ່ມນີ້:

1.ໂທລະພາບສຶກສາ ແລະ ກິລາ ອອກອາກາດ ທຸກວັນ ແຕ່ວັນຈັນ ຫາ ວັນອາທິດ ເລີ່ມ ເວລາ 6:00 ໂມງເຊົ້່າຮອດ 22:00 ໂມງກາງຄືນ ຜ່ານລະບົບກ່ອງດາວທຽມລາວແຊັດ (ຊ່ອງ Lao ESTV) ໃນໂມງລັດຖະການແຕ່ 8:00 ໂມງເຊົ້າ ຮອດ 16:00 ໂມງແລງ ທຸກວັນ ແມ່ນອອກອາກາດສະເພາະການສອນ ຕັ້ງແຕ່ຊັ້ນອະນຸບານສຶກສາ ຮອດຊັ້ນມັດທະຍົມສຶກສາຕອນປາຍ (ໃຫ້ແຈ້ງຜູ້ຊົມເບິ່ງຕາມຕາຕະ ລາງ ຄັດຕິດມາພ້ອມນີ້),

2.ສຳລັບເວັບໄຊ ແລະ ແພລດຟອມແມ່ນເຜີຍແຜ່ຕະຫຼອດ 24 ຊົ່ວໂມງແຕ່ວັນຈັນ ຫາວັນອາທິດ ທີ່ http://www.moes.edu.la/ries ຫຼື https://laos.learningpassport.unicef.org

       3.ແນະນຳໃຫ້ສະຖາບັນການສຶກສາ ບ່ອນທີ່ມີເງື່ອນໄຂ ຫຼື ຮັບຊົມໄດ້ໃຫ້ຈັດຕັ້ງການຮຽນການສອນ ໃນຫ້ອງຮຽນຜ່ານລາຍການໂທລະພາບ ຕາມຕາຕະລາງລາຍການອອກອາກາດ ທີ່ເໝາະສົມກັບຊົ່ວໂມງຮຽນຕົວຈິງຂອງຕົນ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ຂໍເຊີນຊວນທຸກທ່ານໃຫ້ການຕິດຕາມຊົມ ໂທລະພາບສຶກສາ ແລະ ກິລາ, ເວັບໄຊ ແລະ ແພລດຟອມ ສຶກສາ ພ້ອມທັງໃຫ້ການປະກອບສ່ວນ ສົ່ງຄຳເຫັນຕຳນິ ຕິຊົມ ໄປຍັງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂທລະສັບ / ແຟັກ 021 213161, ກະຊວງສຶກສາທິການ ແລະ ກິລາ ເພື່ອຈະໄດ້ມີການປັບປຸງໃຫ້ດີຂຶ້ນ ແກ່ຜູ້ຊົມໃຊ້ໃນຂັ້ນຕໍ່ໄປ.

                                                                                                                                  ຫົວໜ້າຫ້ອງການ

ອ່ານເອກະສານທາງການໄດ້ທີ່ນີ້