- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 5655
ໜ້າທີ່ຂອງສູນພັດທະນາສື່ການຮຽນການສອນ
ສູນພັດທະນາສື່ການຮຽນການສອນ ມີໜ້າທີ່ດັ່ງນີ້:
- ຄຸ້ມຄອງການພັດທະນາສື່ການຮຽນການສອນ ສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ.
- ອອກແບບອຸປະກອນການສຶກສາ, ເຂົ້າໜ້າ, ບັນນາທິການ ແລະ ຄຸ້ມຄອງຕົ້ນສະບັບ.
- ອອກແບບ, ພັດທະນາສື່ເອເລັກໂຕຣນິກ ແລະ ຈັດການສຶກສາທາງໄກ.
- ຝຶກອົບຮົມກ່ຽວກັບການນຳໃຊ້ສື່ການຮຽນການສອນຕ່າງໆ ທີ່ພັດທະນາຂຶ້ນໃໝ່ໃຫ້ແກ່ຄູຝຶກ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການສະຖາບັນ.
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 7461
ໜ້າທີ່ຂອງສູນພັດທະນາຫຼັກສູດ
ສູນພັດທະນາຫຼັກສູດ ມີໜ້າທີ່ດັ່ງນີ້:
- ຄົ້ນຄວ້າ, ພັດທະນາຫຼັກສູດໃນຂົງເຂດວິທະຍາສາດທຳມະຊາດ ແລະ ສັງຄົມ ສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ໃນຂົງເຂດວິທະຍາສາດທຳມະຊ່າດ ແລະ ສັງຄົມ ສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທົດລອງກ່ຽວກັບຫຼັກສູດ, ວິທີສິດສອນ, ສື່ການຮຽນການສອນສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວັດ ແລະ ປະເມີນຜົນຫຼັກສູດ, ວິທີສິດສອນ, ສື່ການຮຽນການສອນສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດ ແລະ ສື່ການຮຽນການສອນຕ່າງໆ ທີ່ພັດທະນາຂຶ້ນໃໝ່ໃຫ້ແກ່ຄູຝຶກ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການສະຖາບັນ.
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 11339
ສ.ວ.ສ ເປັນສະຖາບັນໜຶ່ງທີ່ທຽບເທົ່າກັບກົມໜຶ່ງຂອງກະຊວງສຶກສາທິການ ແລະ ກິລາ. ສວສ ປະກອບມີ 4 ສູນ ແລະ 4 ພະແນກ ແລະ 1 ຫ້ອງສະໝຸດເຊິ່ງໃນແຕ່ລະສູນຍັງປະກອບດ້ວຍຫຼາຍຂະແໜງ ເຊັ່ນ:
◊ ສູນວິທະຍາສາດທຳມະຊາດປະກອບມີ 4 ຂະແໜງການ ຄື:
1. ຂະແໜງຄະນິດສາດ
2. ຂະແໜງຟີຊິກສາດ
3. ຂະແໜງເຄມີສາດ
4. ຂະແໜງຊີວະວິທະຍາ
◊ ສູນວິທະຍາສາດສັງຄົມປະກອບມີ 5 ຂະແໜງການຄື:
1. ຂະແໜງພາສາລາວ ແລະ ວັນນະຄະດີ
2. ຂະແໜງພູມສາດ
3. ຂະແໜງປະຫວັດສາດ
4. ຂະແໜງສຶກສາພົນລະເມືອງ
5. ຂະແໜງພາລະ ແລະ ສິລະປະສຶກສາ
◊ ສູນເຕັກໂນໂລຊີການສຶກສາປະກອບມີ 6 ຂະແໜງການຄື:
1. ຂະແໜງວິທະຍຸສຶກສາ
2. ຂະແໜງໂທລະພາບສຶກສາ
3. ຂະແໜງວາລະສານສຶກສາໃໝ່
4. ຂະແໜງICT - ພື້ນຖານວິຊາຊີບ
5. ຂະແໜງອອກແບບອຸປະກອນການສຶກສາ
6. ຂະແໜງສື່ເອເລັກໂຕຣນິກ
◊ ສູນສົ່ງເສີມພາສາຕ່າງປະເທດປະກອບມີ3ຂະແໜງການ ຄື:
1. ຂະແໜງພາສາອັງກິດ
2. ຂະແໜງພາສາຝຣັ່ງ
3. ຂະແໜງພາສາວຽດນາມ, ພາສາຈີນ ແລະ ພາສາອື່ນໆ
◊ ພະແນກບໍລິຫານ
◊ ພະແນກປະເມີນຜົນ
◊ ພະແນກຄຸ້ມຄອງວິຊາການ ແລະ ການພິມ
◊ ພະແນກອະນຸບານສຶກສາ
◊ ຫ້ອງສະໝຸດ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 14559
ສ.ວ.ສ ເປັນສະຖາບັນໜຶ່ງທີ່ທຽບເທົ່າກັບກົມໜຶ່ງຂອງກະຊວງສຶກສາທິການ ແລະ ກິລາ. ສ.ວ.ສ ປະກອບມີ 4 ສູນ ແລະ 4 ພະແນກ ແລະ 1 ຫ້ອງສະໝຸດເຊິ່ງໃນແຕ່ລະສູນຍັງປະກອບດ້ວຍຫຼາຍຂະແໜງ ເຊັ່ນ:
1. ຂະແໜງພາສາລາວ ແລະ ວັນນະຄະດີ
3. ຂະແໜງວິທະຍາສາດ
4. ຂະແໜງສັງຄົມສຶກສາ
5. ຂະແໜງພາລະ ແລະ ສິລະປະສຶກສາ
6. ຂະແໜງການສຶກສາກ່ອນໄວຮຽນ
1. ຂະແໜງການພິມ ແລະ ຄຸ້ມຄອງຕົ້ນສະບັບ
2. ຂະແໜງອອກແບບອຸປະກອນການຮຽນ-ການສອນ
3. ຂະແໜງພັດທະນາປຶ້ມເສີມ
4. ຂະແໜງ ສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ
2. ຂະແໜງພາສາຝຣັ່ງ ແລະ ພາສາຕ່າງປະເທດ
◊ ສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ
1. ຂະແໜງຄົ້ນຄວ້າການສືກສາ ແລະ ກິລາ
2. ຂະແໜງກວດກາ, ຕິດຕາມ ແລະ ປະເມີນຜົນ
◊ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ
3. ຂະແໜງວາລະສານ ແລະ ໜັງສືພິມສຶກສາ ແລະ ກິລາ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 7537
ໜ້າທີ່
v ຄົ້ນຄວ້າ ແລະ ອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ເຄື່ອງປະຈັກຕາ ຕອບສະໜອງຕາມຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອຂະຫຍາຍ ແລະ ນຳໃຊ້ຢ່າງກວ້າງຂວາງຕາມໂຮງຮຽນຕ່າງໆຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງ ຊັ້ນມັດທະຍົມສຶກສາຕອນປາຍ ແລະ ສະຖານການສຶກສາອື່ນໆ
v ຮັບຜິດຊອບການຄົ້ນຄວ້າ ແລະ ພັດທະນາຫຼັກສູດ, ສື່ການຮຽນການສອນ ແລະ ເອກະສານເພີ່ມ ເຕີມອື່ນໆວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ
v ສົ່ງເສີມຫົວຄິດປະດິດສ້າງຂອງນັກຄົ້ນຄວ້າການສຶກສາ, ຄູ ອາຈານໃນການອອກແບບ, ຜະລິດ ແລະ ນຳໃຊ້ອຸປະກອນ ການສຶກສາຮັບໃຊ້ການຮຽນການສອນຢູ່ໃນໂຮງຮຽນໂດຍໃຊ້ວັດຖຸລາຄາຖືກ ແລະ ຫາໄດ້ງ່າຍໃນທ້ອງຖິ່ນຜ່ານການໃຫ້ຄຳປຶກສາ ຫຼື ເຝິກອົບຮົມ
v ຄົ້ນຄວ້າ, ຜະລິດ ແລະ ອອກອາກາດລາຍການວິທະຍຸ, ລາຍການໂທລະພາບເພື່ອການຮຽນການສອນບົນພື້ນຖານຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອສົ່ງເສີມ ການສຶກສາໃນລະບົບໂຮງຮຽນຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງຊັ້ນມັດທະຍົມ ສຶກສາຕອນປາຍຕາມຄວາມເໝາະສົມຜ່ານສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ
v ຄົ້ນຄວ້າ ແລະ ຜະລິດສື່ເຕັກໂນໂລຊີເພື່ອການສຶກສາ, ສື່ປະສົມ (Multimedia) ລວມທັງສື່ Onlineທາງອິນເຕີເນັດຜ່ານລະບົບເຄືອຂ່າຍຕ່າງໆ ແລະ ສື່ Offline ໃນຮູບແບບ VCD, DVD, CD ແລະ ອື່ນໆ ເພື່ອສົ່ງເສີມການຮຽນການສອນຢູ່ໃນລະບົບໂຮງຮຽນ
v ສົ່ງເສີມການພັດທະນາບຸກຄະລາກອນດ້ານເຕັກໂນໂລຊີເພື່ອການສຶກສາໃນຮູບແບບການເຝິກອົບຮົມ
v ສົມທົບກັບພາກສ່ວນທີ່ກ່ຽວຂ້ອງດຳເນີນການວິໄຈ, ສຳຫຼວດ, ປະເມີນຜົນດ້ານເຕັກໂນໂລຊີເພື່ອ ການສຶກສາ ລວມທັງການຜະລິດ ແລະ ນຳໃຊ້ອຸປະກອນການສຶກສາ
v ບໍລິຫານຈັດການເຄືອຂ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເພື່ອການສຶກສາຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
v ເຝິກອົບຮົມການນຳໃຊ້ຫັຼກສູດ ແລະ ສື່ການຮຽນການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບທີ່ໄດ້ສ້າງຂຶ້ນໃໝ່ສຳລັບຄູເຝິກ
v ເຜີຍແຜ່ຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ, ວິທະຍາສາດເຕັກໂນໂລຊີການສຶກສາຜ່ານວາລະສານ ສຶກສາໃໝ່" ແລະ ວາລະສານ" ວິທະຍາສາດການສຶກສາ"
ກິດຈະກໍາ
v ຈັດຕັ້ງການເກັບກຳຂໍ້ມູນ ແລະ ຄວາມຕ້ອງການກ່ຽວກັບອຸປະກອນການສຶກສາທີ່ຈຳເປັນໃນຂະ ບວນ ການຮຽນ-ການສອນສາຍສາມັນສຶກສາ
v ຄົ້ນຄວ້າຫຼັກສູດຂອງແຕ່ລະວິຊາເພື່ອກຳນົດອຸປະກອນການສຶກສາທີ່ຈຳເປັນນຳໃຊ້ໃນຂະບວນການຮຽນການສອນ
v ຄົ້ນຄວ້າ ແລະ ອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ເຄື່ອງປະຈັກຕາຕອບສະໜອງຕາມຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອທົດລອງນຳ ໃຊ້ຢູ່ໂຮງຮຽນໃດໜຶ່ງ, ພ້ອມທັງຂຽນຮຽບຮຽງເອກະສານແນະນຳການຜະລິດ ແລະ ນຳໃຊ້
v ຈັດຕັ້ງການເຝິກອົບຮົມໃຫ້ຄະນະຄູເຝິກເພື່ອເຜີຍແຜ່ວິທີການຜະລິດ ແລະ ນຳໃຊ້ອຸປະກອນການ ສຶກສາ
v ດຳເນີນການເຝິກອົບຮົມຄູກ່ຽວກັບການນຳໃຊ້ເຄື່ອງມືທົດລອງວິທະຍາສາດ ແລະ ສື່ການຮຽນການ ສອນ
v ຈັດຕັ້ງການເຝິກອົບຮົມບຸກຄະລາກອນການສຶກສາ, ຄູ ອາຈານສອນເພື່ອໃຫ້ສາມາດຄົ້ນຄິດ ແລະ ໃຊ້ວັດຖຸລາຄາຖືກ ແລະ ຫາໄດ້ງ່າຍໃນທ້ອງຖິ່ນຜະລິດແບບອຸປະກອນ ການສຶກສາຕ່າງໆອອກດ້ວຍຕົນເອງ ເພື່ອນຳໃຊ້
v ດຳເນີນການຜະລິດ ແລະ ອອກອາກາດລາຍການວິທະຍຸ, ລາຍການໂທລະພາບເພື່ອການຮຽນການສອນບົນພື້ນຖານຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອສົ່ງເສີມ ການສຶກສາໃນລະບົບໂຮງຮຽນຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງຊັ້ນມັດທະ ຍົມສຶກສາຕອນປາຍຜ່ານສະຖານີວິທະຍຸກະຈາຍ ສຽງ ແລະ ໂທລະພາບແຫ່ງຊາດ
v ດຳເນີນການຜະລິດສື່ເຕັກໂນໂລຊີເພື່ອການສຶກສາ, ສື່ປະສົມ (Multimedia) ລວມທັງສື່ Online ທາງອິນເຕີເນັດຜ່ານລະບົບເຄືອຂ່າຍຕ່າງໆ ແລະ ສື່ Offline ໃນຮູບແບບ VCD, DVD, CD ແລະ ອື່ນໆ ເພື່ອສົ່ງເສີມການຮຽນການສອນຢູ່ໃນໂຮງຮຽນສາມັນສຶກສາ;
v ດຳເນີນການເຝິກອົບຮົມບຸກຄະລາກອນການສຶກສາ, ຄູດ້ານເຕັກໂນໂລຊີເພື່ອການສຶກສາ
v ດຳເນີນການວິໄຈ, ສຳຫຼວດ, ປະເມີນຜົນດ້ານເຕັກໂນໂລຊີເພື່ອການສຶກສາລວມທັງການຜະລິດແລະ ນຳໃຊ້ອຸປະກອນການສຶກສາຢູ່ໃນໂຮງຮຽນສາມັນສຶກສາໂດຍສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ;
v ບໍລິຫານຈັດການເຄືອຂ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເພື່ອການສຶກສາຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
v ຮ່ວມມືກັບພາກສ່ວນອື່ນໆທັງພາຍໃນ ແລະ ຕ່າງປະເທດໃນການອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ລາຍການວິທະຍຸ-ໂທລະພາບ ແລະ ສື່ເອເລັກໂຕຣນິກເພື່ອການຮຽນການສອນຕາມການມອບໝາຍຂອງຜູ້ອຳນວຍການ ສ.ວ.ສ
v ຄົ້ນຄວ້າ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ເອກະສານປະກອບການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ ອອກນຳໃຊ້
v ສ້າງຕົ້ນສະບັບຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ
v ເຝິກອົບຮົມການນຳໃຊ້ຫັຼກສູດ ແລະ ສື່ການຮຽນການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບ
v ດຳເນີນການຜະລິດວາລະສານ " ສຶກສາໃໝ່" ແລະ ວາລະສານ" ວິທະຍາສາດການສຶກສາ " ເພື່ອເຜີຍແຜ່ຄວາມຮູ້ບົນພື້ນຖານຫຼັກສູດ, ປື້ມແບບຮຽນ, ຄູ່ມືຄູ, ວິທະຍາສາດເຕັກໂນໂລຊີການສຶກສາທີ່ສະຖາບັນຄົ້ນຄວ້າ, ຜະລິດອອກ ແລະ ບົດຮຽນຂອງຕ່າງປະເທດ.
ໂຄງປະກອບຂອງການຈັດຕັ້ງ
ປະກອບມີ 6 ຂະແໜງຄື:
1. ຂະແໜງວິທະຍຸສຶກສາ
2. ຂະແໜງໂທລະພາບສຶກສາ
3. ຂະແໜງວາລະສານສຶກສາໃໝ່
4. ຂະແໜງICT - ພື້ນຖານວິຊາຊີບ
5. ຂະແໜງອອກແບບອຸປະກອນການສຶກສາ
6. ຂະແໜງສື່ເອເລັກໂຕຣນິກ