Home
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 4152
ໜ້າທີ່
- ເປັນເສນາທິການໃຫ້ຄະນະອຳນວຍການ ສ.ວ.ສ ໃນການຄຸ້ມຄອງວຽກງານວິຊາການ, ການພິມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ
- ຮັບຜິດຊອບຄົ້ນຄວ້າຂຶ້ນໂຄງການ, ວາງແຜນການ, ຈັດຕັ້ງປະຕິບັດ, ຕິດຕາມປະເມີນຜົນ ແລະ ສະຫຼຸບລາຍງານຜົນວຽກງານວິຊາການ, ການພິມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ
- ຄຸ້ມຄອງໂຄງການວິຊາການຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງ ສ.ວ.ສ
- ວາງແຜນພິມ, ຂຶ້ນທະບຽນພິມຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ, ເອກະສານປະກອບການສອນ ແລະ ສື່ສິ່ງພິມ ລວມທັງການຜະລິດຕົ້ນແບບອຸປະກອນ ແລະ ສື່ເອເລັກໂຕຣນິກຕ່າງໆ
- ຄຸ້ມຄອງ ແລະ ປົກປັກຮັກສາຕົ້ນສະບັບທີ່ພິມເຂົ້າໜ້າສົມບູນແລ້ວ ເຊິ່ງແມ່ນລິຂະສິດຂອງ ສ.ວ.ສ
- ຄຸ້ມຄອງຊ່ຽວຊານ, ອາສາສະໝັກຕ່າງປະເທດທີ່ມາເຮັດວຽກຢູ່ ສ.ວ.ສ
- ສົມທົບກັບສູນ, ພະແນກ ແລະ ຂະແໜງຕ່າງໆໃນການຈັດຕັ້ງພິມເຂົ້າໜ້າຫຼັກສູດ, ປຶ້ມແບບຮຽນ, ປຶ້ມຄູ່ມືຄູ ແລະ ເອກະສານທາງວິຊາການຕ່າງໆ
- ພົວພັນຮ່ວມມືກັບສຳນັກພິມຈຳໜ່າຍ ຫຼື ໂຮງພິມຕ່າງໆໃນການຈັດພິມປຶ້ມ ແລະ ການສະໜອງຄ່າແຮງງານໃຫ້ນັກວິຊາການ
ກິດຈະກໍາ
- ຈັດຕັ້ງກອງປະຊຸມວິຊາການ, ບັນທຶກ ແລະ ລາຍງານຜົນກອງປະຊຸມວິຊາການ
- ສ້າງໂຄງການ, ວາງແຜນການ ແລະ ງົບປະມານຕ່າງໆສຳລັບໂຄງການຄົ້ນຄວ້າວິທະຍາສາດການສຶກສາແລະ ການພັດທະນາຫຼັກສູດ, ສື່ການຮຽນການສອນ
- ຂຶ້ນແຜນການພິມຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ, ເອກະສານປະກອບການສອນ ພ້ອມທັງຕິດຕາມ ແລະ ປະເມີນຜົນການພິມ
- ຮ່າງບົດບັນທຶກຊ່ວຍຈຳ (
- ເປັນຜູ້ປະສານງານໂຄງການຕ່າງໆ ແລະ ເຂົ້າຮ່ວມການປະມູນ
- ພິມເຂົ້າໜ້າ ແລະ ຮັກສາຕົ້ນສະບັບ
- ຈັດຕັ້ງເຝິກອົບຮົມການພິມເຂົ້າໜ້າ
- ຈັດຕັ້ງການຄົ້ນຄວ້າ ແລະ ກອງປະຊຸມລາຍງານຜົນການຄົ້ນຄວ້າ
ໂຄງປະກອບຂອງການຈັດຕັ້ງ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 7553
ໜ້າທີ່
- ຈັດຫາ ແລະ ສະໜອງເອກະສານວິຊາການ, ເອກະ ສານອ້າງອີງ ແລະ ເອກະສານທົ່ວໄປ
- ບໍລິການຂໍ້ມູນ, ເອກະສານຕ່າງໆໃຫ້ແກ່ນັກພັດທະນາຫຼັກສູດ, ນັກຄົ້ນຄວ້າ ແລະ ຄູອາຈານ ຫຼື ບຸກຄົນພາຍນອກຈຳນວນໜຶ່ງ
- ປະກອບສ່ວນໃນການຈັດຕັ້ງ ແລະ ຂະຫຍາຍຕາໜ່າງ ຫ້ອງສະໝຸດ, ຫ້ອງອ່ານໜັງສືສຳລັບໂຮງຮຽນ ຫຼື ສະຖາບັນການສຶກສາຂັ້ນຕ່າງໆ
ກິດຈະກໍາ
- ຂຶ້ນແຜນງົບປະມານເພື່ອຈັດຊື້ ແລະ ຈັດຫາປຶ້ມ ແລະ ເອກະສານຕ່າງໆ ເພື່ອປະກອບເຂົ້າຫ້ອງສະໝຸດຕາມຄວາມຕ້ອງການ
- ຈັດສັນມ້ຽນປຶ້ມ ແລະ ເອກະສານຕ່າງໆໂດຍເຂົ້ານ້ຳເບີ/ລະຫັດ ຕາມຫຼັກການຂອງບັນນາຮັກສາດສາກົນພ້ອມທັງຈັດຮູບແບບ ແລະ ວິທີໃນການຢືມ ແລະ ຄົ້ນອອກມາສຶກສາໄດ້ງ່າຍ ແລະ ເປັນລະບົບ
- ຄົ້ນຄວ້າວາງລະບຽບຫຼັກການໃນການໃຊ້ ປຶ້ມ ຫຼື ເອກະສານຕ່າງໆເຫຼົ່ານັ້ນ ເພື່ອສະດວກແກ່ຜູ້ມາຊົມໃຊ້
- ຈັດຕັ້ງຄຸ້ມຄອງ ແລະ ປົກປັກຮັກສາຫ້ອງສະໝຸດ ແລະ ປຶ້ມ, ເອກະສານຕ່າງໆ
- ອຳນວຍຄວາມສະດວກໃຫ້ແກ່ຜູ້ມານຳໃຊ້ ຫຼືຢືມອອກໄປນຳໃຊ້ໃນໄລຍະໃດໜຶ່ງ
- ບັນທຶກ ແລະ ເກັບກຳສະຖິຕິຂອງການນຳໃຊ້ປຶ້ມ ແລະ ເອກະສານຕ່າງໆ
- ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການຈັດຕັ້ງຫ້ອງສະໝຸດ, ຫ້ອງອ່ານໜັງສືພາຍໃນໂຮງຮຽນ ແລະ ສະຖາບັນຕ່າງໆ
ໂຄງປະກອບຂອງການຈັດຕັ້ງ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 6670
ໜ້າທີ່
v ຄົ້ນຄວ້າ ແລະ ອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ເຄື່ອງປະຈັກຕາ ຕອບສະໜອງຕາມຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອຂະຫຍາຍ ແລະ ນຳໃຊ້ຢ່າງກວ້າງຂວາງຕາມໂຮງຮຽນຕ່າງໆຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງ ຊັ້ນມັດທະຍົມສຶກສາຕອນປາຍ ແລະ ສະຖານການສຶກສາອື່ນໆ
v ຮັບຜິດຊອບການຄົ້ນຄວ້າ ແລະ ພັດທະນາຫຼັກສູດ, ສື່ການຮຽນການສອນ ແລະ ເອກະສານເພີ່ມ ເຕີມອື່ນໆວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ
v ສົ່ງເສີມຫົວຄິດປະດິດສ້າງຂອງນັກຄົ້ນຄວ້າການສຶກສາ, ຄູ ອາຈານໃນການອອກແບບ, ຜະລິດ ແລະ ນຳໃຊ້ອຸປະກອນ ການສຶກສາຮັບໃຊ້ການຮຽນການສອນຢູ່ໃນໂຮງຮຽນໂດຍໃຊ້ວັດຖຸລາຄາຖືກ ແລະ ຫາໄດ້ງ່າຍໃນທ້ອງຖິ່ນຜ່ານການໃຫ້ຄຳປຶກສາ ຫຼື ເຝິກອົບຮົມ
v ຄົ້ນຄວ້າ, ຜະລິດ ແລະ ອອກອາກາດລາຍການວິທະຍຸ, ລາຍການໂທລະພາບເພື່ອການຮຽນການສອນບົນພື້ນຖານຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອສົ່ງເສີມ ການສຶກສາໃນລະບົບໂຮງຮຽນຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງຊັ້ນມັດທະຍົມ ສຶກສາຕອນປາຍຕາມຄວາມເໝາະສົມຜ່ານສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ
v ຄົ້ນຄວ້າ ແລະ ຜະລິດສື່ເຕັກໂນໂລຊີເພື່ອການສຶກສາ, ສື່ປະສົມ (Multimedia) ລວມທັງສື່ Onlineທາງອິນເຕີເນັດຜ່ານລະບົບເຄືອຂ່າຍຕ່າງໆ ແລະ ສື່ Offline ໃນຮູບແບບ VCD, DVD, CD ແລະ ອື່ນໆ ເພື່ອສົ່ງເສີມການຮຽນການສອນຢູ່ໃນລະບົບໂຮງຮຽນ
v ສົ່ງເສີມການພັດທະນາບຸກຄະລາກອນດ້ານເຕັກໂນໂລຊີເພື່ອການສຶກສາໃນຮູບແບບການເຝິກອົບຮົມ
v ສົມທົບກັບພາກສ່ວນທີ່ກ່ຽວຂ້ອງດຳເນີນການວິໄຈ, ສຳຫຼວດ, ປະເມີນຜົນດ້ານເຕັກໂນໂລຊີເພື່ອ ການສຶກສາ ລວມທັງການຜະລິດ ແລະ ນຳໃຊ້ອຸປະກອນການສຶກສາ
v ບໍລິຫານຈັດການເຄືອຂ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເພື່ອການສຶກສາຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
v ເຝິກອົບຮົມການນຳໃຊ້ຫັຼກສູດ ແລະ ສື່ການຮຽນການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບທີ່ໄດ້ສ້າງຂຶ້ນໃໝ່ສຳລັບຄູເຝິກ
v ເຜີຍແຜ່ຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ, ວິທະຍາສາດເຕັກໂນໂລຊີການສຶກສາຜ່ານວາລະສານ ສຶກສາໃໝ່" ແລະ ວາລະສານ" ວິທະຍາສາດການສຶກສາ"
ກິດຈະກໍາ
v ຈັດຕັ້ງການເກັບກຳຂໍ້ມູນ ແລະ ຄວາມຕ້ອງການກ່ຽວກັບອຸປະກອນການສຶກສາທີ່ຈຳເປັນໃນຂະ ບວນ ການຮຽນ-ການສອນສາຍສາມັນສຶກສາ
v ຄົ້ນຄວ້າຫຼັກສູດຂອງແຕ່ລະວິຊາເພື່ອກຳນົດອຸປະກອນການສຶກສາທີ່ຈຳເປັນນຳໃຊ້ໃນຂະບວນການຮຽນການສອນ
v ຄົ້ນຄວ້າ ແລະ ອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ເຄື່ອງປະຈັກຕາຕອບສະໜອງຕາມຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອທົດລອງນຳ ໃຊ້ຢູ່ໂຮງຮຽນໃດໜຶ່ງ, ພ້ອມທັງຂຽນຮຽບຮຽງເອກະສານແນະນຳການຜະລິດ ແລະ ນຳໃຊ້
v ຈັດຕັ້ງການເຝິກອົບຮົມໃຫ້ຄະນະຄູເຝິກເພື່ອເຜີຍແຜ່ວິທີການຜະລິດ ແລະ ນຳໃຊ້ອຸປະກອນການ ສຶກສາ
v ດຳເນີນການເຝິກອົບຮົມຄູກ່ຽວກັບການນຳໃຊ້ເຄື່ອງມືທົດລອງວິທະຍາສາດ ແລະ ສື່ການຮຽນການ ສອນ
v ຈັດຕັ້ງການເຝິກອົບຮົມບຸກຄະລາກອນການສຶກສາ, ຄູ ອາຈານສອນເພື່ອໃຫ້ສາມາດຄົ້ນຄິດ ແລະ ໃຊ້ວັດຖຸລາຄາຖືກ ແລະ ຫາໄດ້ງ່າຍໃນທ້ອງຖິ່ນຜະລິດແບບອຸປະກອນ ການສຶກສາຕ່າງໆອອກດ້ວຍຕົນເອງ ເພື່ອນຳໃຊ້
v ດຳເນີນການຜະລິດ ແລະ ອອກອາກາດລາຍການວິທະຍຸ, ລາຍການໂທລະພາບເພື່ອການຮຽນການສອນບົນພື້ນຖານຫຼັກສູດ ແລະ ປຶ້ມແບບຮຽນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເພື່ອສົ່ງເສີມ ການສຶກສາໃນລະບົບໂຮງຮຽນຕັ້ງແຕ່ການສຶກສາກ່ອນໄວຮຽນເຖິງຊັ້ນມັດທະ ຍົມສຶກສາຕອນປາຍຜ່ານສະຖານີວິທະຍຸກະຈາຍ ສຽງ ແລະ ໂທລະພາບແຫ່ງຊາດ
v ດຳເນີນການຜະລິດສື່ເຕັກໂນໂລຊີເພື່ອການສຶກສາ, ສື່ປະສົມ (Multimedia) ລວມທັງສື່ Online ທາງອິນເຕີເນັດຜ່ານລະບົບເຄືອຂ່າຍຕ່າງໆ ແລະ ສື່ Offline ໃນຮູບແບບ VCD, DVD, CD ແລະ ອື່ນໆ ເພື່ອສົ່ງເສີມການຮຽນການສອນຢູ່ໃນໂຮງຮຽນສາມັນສຶກສາ;
v ດຳເນີນການເຝິກອົບຮົມບຸກຄະລາກອນການສຶກສາ, ຄູດ້ານເຕັກໂນໂລຊີເພື່ອການສຶກສາ
v ດຳເນີນການວິໄຈ, ສຳຫຼວດ, ປະເມີນຜົນດ້ານເຕັກໂນໂລຊີເພື່ອການສຶກສາລວມທັງການຜະລິດແລະ ນຳໃຊ້ອຸປະກອນການສຶກສາຢູ່ໃນໂຮງຮຽນສາມັນສຶກສາໂດຍສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ;
v ບໍລິຫານຈັດການເຄືອຂ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານເພື່ອການສຶກສາຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
v ຮ່ວມມືກັບພາກສ່ວນອື່ນໆທັງພາຍໃນ ແລະ ຕ່າງປະເທດໃນການອອກແບບ, ຜະລິດຕົ້ນແບບອຸປະກອນການສຶກສາ, ລາຍການວິທະຍຸ-ໂທລະພາບ ແລະ ສື່ເອເລັກໂຕຣນິກເພື່ອການຮຽນການສອນຕາມການມອບໝາຍຂອງຜູ້ອຳນວຍການ ສ.ວ.ສ
v ຄົ້ນຄວ້າ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ເອກະສານປະກອບການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ ອອກນຳໃຊ້
v ສ້າງຕົ້ນສະບັບຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບສຳລັບສາມັນສຶກສາ
v ເຝິກອົບຮົມການນຳໃຊ້ຫັຼກສູດ ແລະ ສື່ການຮຽນການສອນວິຊາຫັດຖະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ວິຊາພື້ນຖານວິຊາຊີບ
v ດຳເນີນການຜະລິດວາລະສານ " ສຶກສາໃໝ່" ແລະ ວາລະສານ" ວິທະຍາສາດການສຶກສາ " ເພື່ອເຜີຍແຜ່ຄວາມຮູ້ບົນພື້ນຖານຫຼັກສູດ, ປື້ມແບບຮຽນ, ຄູ່ມືຄູ, ວິທະຍາສາດເຕັກໂນໂລຊີການສຶກສາທີ່ສະຖາບັນຄົ້ນຄວ້າ, ຜະລິດອອກ ແລະ ບົດຮຽນຂອງຕ່າງປະເທດ.
ໂຄງປະກອບຂອງການຈັດຕັ້ງ
ປະກອບມີ 6 ຂະແໜງຄື:
1. ຂະແໜງວິທະຍຸສຶກສາ
2. ຂະແໜງໂທລະພາບສຶກສາ
3. ຂະແໜງວາລະສານສຶກສາໃໝ່
4. ຂະແໜງICT - ພື້ນຖານວິຊາຊີບ
5. ຂະແໜງອອກແບບອຸປະກອນການສຶກສາ
6. ຂະແໜງສື່ເອເລັກໂຕຣນິກ
- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
- ກົດເບິ່ງ: 6219
ໜ້າທີ່
- ຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູຂອງວິຊາພາສາຕ່າງປະເທດ (ໂດຍສະເພາະ ພາສາອັງກິດ, ຝຣັ່ງ) ນັບທັງເອກະສານການຮຽນການສອນ ເພື່ອໃຊ້ສອນພາສາ ຕ່າງປະເທດໃນຊັ້ນປະຖົມ ແລະ ມັດທະຍົມສຶກສາ
- ຄົ້ນຄ້ວາ, ທົດລອງກ່ຽວກັບຫຼັກສູດພາສາຕ່າງປະເທດ, ວິທີສອນ, ສື່ການຮຽນ ການສອນ, ການວັດ ແລະ ປະເມີນຜົນສຳລັບສາຍສາມັນສຶກສາ
- ປະເມີນຜົນສຳເລັດດ້ານການຮຽນພາສາຕ່າງປະເທດສຳລັບສາຍສາມັນສຶກສາ
- ເຝິກອົບຮົມຍົກລະດັບພາສາຕ່າງປະເທດໃຫ້ແກ່ພະນັກງານ
- ປະສານສົມທົບ, ຮ່ວມມືກັບພາກສ່ວນ ຫຼື ນັກວິຊາການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະທດໃນການສ້າງ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ
- ອອກໃບຢັ້ງຢືນສຳລັບຜູ້ເຂົ້າຮຽນຍົກລະດັບພາສາຕ່າງປະເທດຕາມຫຼັກສູດທີ່ສູນສ້າງຂຶ້ນ
- ບໍລິການແບບຫ້ອງສະມຸດໃຫ້ສະມາຊິກຢືມເອກະສານທີ່ມີຢູ່ໃນສູນເພື່ອການສຶກສາຄົ້ນຄວ້າ
- ກວດຜ່ານສື່ການຮຽນການສອນພາສາຕ່າງປະເທດໃຫ້ນັກຂຽນເອກະຊົນ
ກິດຈະກໍາ
- ດຳເນີນການເກັບກຳ, ສັງລວມ ແລະ ຄົ້ນຄ້ວາຂໍ້ຄິດເຫັນຈາກຜູ້ນຳໃຊ້ ແລະ ນັກວິຊາການອ່ືນໆ ກ່ຽວກັບຫຼັກສູດ, ສື່ການຮຽນການສອນ ແລະ ອື່ນໆທີ່ຜະລິດອອກເພື່ອເປັນບ່ອນອີງ ພື້ນຖານການພັດທະນາຫຼັກສູດ
- ຄົ້ນຄວ້າເອກະສານ ຫຼື ຫຼັກສູດ, ປຶ້ມແບບຮຽນ ແລະ ອື່ນໆ ຂອງປະເທດຕ່າງໆທີ່ຄ້າຍຄືກັນ ເພື່ອເປັນການສຶກສາສົມທຽບ
- ດຳເນີນການຂຽນ ແລະ ຮຽບຮຽງການດັດແປງພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູໂດຍ ສົມທົບ ແລະ ຮ່ວມມືກັບພະນັກງານວິຊາການຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ນັກວິ ຊາການຈາກພາກສ່ວນອື່ນໆ
- ດຳເນີນການທົດລອງ ແລະ ປະເມີນບົດທີ່ຂຽນອອກໃໝ່ໃນໂຮງຮຽນຕ່າງໆຕາມການກຳນົດ
- ຈັດຕັ້ງຜ່ານບົດທີ່ຂຽນ ແລະ ຮຽບຮຽງຂຶ້ນນຳຄະນະກຳມະການທີ່ໄດ້ຈັດຂຶ້ນໂດຍສະເພາະ
- ສ້າງຕົ້ນສະບັບຂອງຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ເພື່ອຈັດພິມແຈກຢາຍ
- ຈັດຕັ້ງຕິດຕາມ ແລະ ປະເມີນຜົນຂອງການນຳໃຊ້ຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູດັ່ງກ່າວ
- ເຝິກອົບຮົມຄູເພື່ອນຳໃຊ້ຫຼັກສູດໃໝ່
- ຈັດຕັງເຝິກອົບຮົມ ແລະ ບຳລຸງ ພາສາຕ່າງປະເທດໃຫ້ພະນັກງານ
ໂຄງປະກອບຂອງການຈັດຕັ້ງ
ປະກອບມີ 3 ຂະແໜງຄື:
1. ຂະແໜງພາສາອັງກິດ
2. ຂະແໜງພາສາຝຣັ່ງ
3. ຂະແໜງພາສາວຽດນາມ, ພາສາຈີນ ແລະ ພາສາອື່ນໆ