Home
ພະແນກບໍລິຫານ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
| ເຜີຍແຜ່ເມື່ອ 17 ພະຈິກ 2016
| ກົດເບິ່ງ: 4542
ໜ້າທີ່
- ເປັນເສນາທິການໃຫ້ຄະນະອຳນວຍການ ສ.ວ.ສ ໃນການສັງລວມ, ສະເໜີແຜນ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດແຜນພັດທະນາທຸກວຽກງານຂອງ ສ.ວ.ສ
- ສັງລວມ, ວາງແຜນ ແລະ ປະເມີນຜົນການປະຕິບັດແຜນງົບປະມານ
- ຄຸ້ມຄອງວຽກງານງົບປະມານ, ການເງິນການບັນຊີ ແລະ ຊັບສິນຂອງ ສ.ວ.ສ
- ຄຸ້ມຄອງວຽກງານຈັດຕັ້ງ, ນະໂຍບາຍ, ຫ້ອງການ, ເລຂານຸການ ແລະ ການບໍລິຫານຕ່າງໆພາຍໃນ ສ.ວ.ສ
- ຄຸ້ມຄອງເອກກະສານຂາເຂົ້າ ແລະ ຂາອອກຂອງ ສ.ວ.ສ
- ສະຫຼຸບສັງລວມການເຄື່ອນໄຫວວຽກງານຂອງສູນ ແລະ ພະແນກຕ່າງໆ ກໍຄືຂອງ ສ.ວ.ສ ປະຈຳອາທິດ, ເດືອນ, 6 ເດືອນ, ປະຈຳປີ ແລະ 5 ປີ
- ຄຸ້ມຄອງຍານພາຫະນະ, ວັດສະດຸ, ອຸປະກອນ ແລະ ບຸກຄະລາກອນຂອງສ.ວ.ສ
- ປະຕິບັດໜ້າທີ່ເປັນເລຂານຸການ ສ.ວ.ສ ແລະ ວຽກງານສາລະບັນຂອງ ສ.ວ.ສ
ກິດຈະກໍາ
- ຈັດຕັ້ງຄຸ້ມຄອງວຽກງານບໍລິຫານທົ່ວໄປ, ວຽກຫ້ອງການ, ພິທີການ ແລະ ຮັບແຂກຂອງ ສ.ວ.ສ
- ບັນທຶກ ແລະ ສຳເນົາເອກະສານຂາເຂົ້າ ແລະ ຂາອອກ
- ພິມ, ອັດສຳເນົາ, ເກັບມ້ຽນ, ສົ່ງເອກກະສານ ແລະ ແຈ້ງຂ່າວພາຍໃນ ສ.ວ.ສ
- ຄຸ້ມຄອງລັດຖະກອນຂອງ ສ.ວ.ສ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານຕາມລະບຽບການ
- ວາງແຜນສ້າງພະນັກງານເປັນແຕ່ລະໄລຍະ ທັງພະນັກງານວິຊາການ ແລະ ພະນັກງານຄຸ້ມ ຄອງບໍລິຫານ
- ຕິດຕາມ, ກວດກາ, ສັງລວມແຜນ, ສະຫລຸບ ແລະ ລາຍງານການຈັດຕັ້ງປະຕິບັດແຜນການ, ໂຄງການຂອງ ສ.ວ.ສ
- ສະຫຼຸບສັງລວມການເຄື່ອນໄຫວວຽກງານ ຂອງສູນ, ພະແນກຕ່າງໆປະຈຳອາທິດ, ເດືອນ, 6 ເດືອນ, ປະຈຳປີ ແລະ 5 ປີ
- ຄຸ້ມຄອງຊັບສິນ, ງົບປະມານ, ຄຸ້ມຄອງບັນຊີ, ຄຸ້ມຄອງເງິນສົດ, ລາຍຮັບ ແລະ ລາຍຈ່າຍຂອງ ສ.ວ.ສ ພ້ອມທັງຄຸ້ມຄອງເງິນເດືອນຂອງລັດຖະກອນພາຍໃນ ສ.ວ.ສ
- ຄຸ້ມຄອງຍານພາຫະນະ ແລະ ອາຄານສະຖານທີ່ຂອງ ສ.ວ.ສ ໃຫ້ສາມາດຮັບໃຊ້ໜ້າທີ່ວຽກ ງານໄດ້ດີ
- ຈັດຫາ, ແຈກຢາຍ, ຂຶ້ນບັນຊີ ແລະ ປົກປັກຮັກສາວັດສະດຸອຸປະກອນຂອງ ສ.ວ.ສ
- ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນ ສ.ວ.ສ.
ໂຄງປະກອບຂອງການຈັດຕັ້ງ