Home
ສູນສົ່ງເສີມພາສາຕ່າງປະເທດ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
| ເຜີຍແຜ່ເມື່ອ 17 ພະຈິກ 2016
| ກົດເບິ່ງ: 6001
ໜ້າທີ່
- ຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູຂອງວິຊາພາສາຕ່າງປະເທດ (ໂດຍສະເພາະ ພາສາອັງກິດ, ຝຣັ່ງ) ນັບທັງເອກະສານການຮຽນການສອນ ເພື່ອໃຊ້ສອນພາສາ ຕ່າງປະເທດໃນຊັ້ນປະຖົມ ແລະ ມັດທະຍົມສຶກສາ
- ຄົ້ນຄ້ວາ, ທົດລອງກ່ຽວກັບຫຼັກສູດພາສາຕ່າງປະເທດ, ວິທີສອນ, ສື່ການຮຽນ ການສອນ, ການວັດ ແລະ ປະເມີນຜົນສຳລັບສາຍສາມັນສຶກສາ
- ປະເມີນຜົນສຳເລັດດ້ານການຮຽນພາສາຕ່າງປະເທດສຳລັບສາຍສາມັນສຶກສາ
- ເຝິກອົບຮົມຍົກລະດັບພາສາຕ່າງປະເທດໃຫ້ແກ່ພະນັກງານ
- ປະສານສົມທົບ, ຮ່ວມມືກັບພາກສ່ວນ ຫຼື ນັກວິຊາການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະທດໃນການສ້າງ ແລະ ພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ
- ອອກໃບຢັ້ງຢືນສຳລັບຜູ້ເຂົ້າຮຽນຍົກລະດັບພາສາຕ່າງປະເທດຕາມຫຼັກສູດທີ່ສູນສ້າງຂຶ້ນ
- ບໍລິການແບບຫ້ອງສະມຸດໃຫ້ສະມາຊິກຢືມເອກະສານທີ່ມີຢູ່ໃນສູນເພື່ອການສຶກສາຄົ້ນຄວ້າ
- ກວດຜ່ານສື່ການຮຽນການສອນພາສາຕ່າງປະເທດໃຫ້ນັກຂຽນເອກະຊົນ
ກິດຈະກໍາ
- ດຳເນີນການເກັບກຳ, ສັງລວມ ແລະ ຄົ້ນຄ້ວາຂໍ້ຄິດເຫັນຈາກຜູ້ນຳໃຊ້ ແລະ ນັກວິຊາການອ່ືນໆ ກ່ຽວກັບຫຼັກສູດ, ສື່ການຮຽນການສອນ ແລະ ອື່ນໆທີ່ຜະລິດອອກເພື່ອເປັນບ່ອນອີງ ພື້ນຖານການພັດທະນາຫຼັກສູດ
- ຄົ້ນຄວ້າເອກະສານ ຫຼື ຫຼັກສູດ, ປຶ້ມແບບຮຽນ ແລະ ອື່ນໆ ຂອງປະເທດຕ່າງໆທີ່ຄ້າຍຄືກັນ ເພື່ອເປັນການສຶກສາສົມທຽບ
- ດຳເນີນການຂຽນ ແລະ ຮຽບຮຽງການດັດແປງພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູໂດຍ ສົມທົບ ແລະ ຮ່ວມມືກັບພະນັກງານວິຊາການຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ນັກວິ ຊາການຈາກພາກສ່ວນອື່ນໆ
- ດຳເນີນການທົດລອງ ແລະ ປະເມີນບົດທີ່ຂຽນອອກໃໝ່ໃນໂຮງຮຽນຕ່າງໆຕາມການກຳນົດ
- ຈັດຕັ້ງຜ່ານບົດທີ່ຂຽນ ແລະ ຮຽບຮຽງຂຶ້ນນຳຄະນະກຳມະການທີ່ໄດ້ຈັດຂຶ້ນໂດຍສະເພາະ
- ສ້າງຕົ້ນສະບັບຂອງຫຼັກສູດ, ປຶ້ມແບບຮຽນ, ຄູ່ມືຄູ ແລະ ເພື່ອຈັດພິມແຈກຢາຍ
- ຈັດຕັ້ງຕິດຕາມ ແລະ ປະເມີນຜົນຂອງການນຳໃຊ້ຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູດັ່ງກ່າວ
- ເຝິກອົບຮົມຄູເພື່ອນຳໃຊ້ຫຼັກສູດໃໝ່
- ຈັດຕັງເຝິກອົບຮົມ ແລະ ບຳລຸງ ພາສາຕ່າງປະເທດໃຫ້ພະນັກງານ
ໂຄງປະກອບຂອງການຈັດຕັ້ງ
ປະກອບມີ 3 ຂະແໜງຄື:
1. ຂະແໜງພາສາອັງກິດ
2. ຂະແໜງພາສາຝຣັ່ງ
3. ຂະແໜງພາສາວຽດນາມ, ພາສາຈີນ ແລະ ພາສາອື່ນໆ