Home
ສູນພັດທະນາຫຼັກສູດ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
| ເຜີຍແຜ່ເມື່ອ 11 ກໍລະກົດ 2018
| ກົດເບິ່ງ: 6282
ໜ້າທີ່ຂອງສູນພັດທະນາຫຼັກສູດ
ສູນພັດທະນາຫຼັກສູດ ມີໜ້າທີ່ດັ່ງນີ້:
- ຄົ້ນຄວ້າ, ພັດທະນາຫຼັກສູດໃນຂົງເຂດວິທະຍາສາດທຳມະຊາດ ແລະ ສັງຄົມ ສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ໃນຂົງເຂດວິທະຍາສາດທຳມະຊ່າດ ແລະ ສັງຄົມ ສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທົດລອງກ່ຽວກັບຫຼັກສູດ, ວິທີສິດສອນ, ສື່ການຮຽນການສອນສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວັດ ແລະ ປະເມີນຜົນຫຼັກສູດ, ວິທີສິດສອນ, ສື່ການຮຽນການສອນສຳລັບການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດ ແລະ ສື່ການຮຽນການສອນຕ່າງໆ ທີ່ພັດທະນາຂຶ້ນໃໝ່ໃຫ້ແກ່ຄູຝຶກ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ອຳນວຍການສະຖາບັນ.