Home
ສູນພັດທະນາສື່ການຮຽນການສອນ
ຂຽນໂດຍ Super User
ລາຍລະອຽດ:
ໝວດ: ໜ້າທີ່ ແລະ ກິດຈະກຳຂອງແຕ່ລະສູນ
| ເຜີຍແຜ່ເມື່ອ 11 ກໍລະກົດ 2018
| ກົດເບິ່ງ: 4726
ໜ້າທີ່ຂອງສູນພັດທະນາສື່ການຮຽນການສອນ
ສູນພັດທະນາສື່ການຮຽນການສອນ ມີໜ້າທີ່ດັ່ງນີ້:
- ຄຸ້ມຄອງການພັດທະນາສື່ການຮຽນການສອນ ສຳລັບການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ.
- ອອກແບບອຸປະກອນການສຶກສາ, ເຂົ້າໜ້າ, ບັນນາທິການ ແລະ ຄຸ້ມຄອງຕົ້ນສະບັບ.
- ອອກແບບ, ພັດທະນາສື່ເອເລັກໂຕຣນິກ ແລະ ຈັດການສຶກສາທາງໄກ.
- ຝຶກອົບຮົມກ່ຽວກັບການນຳໃຊ້ສື່ການຮຽນການສອນຕ່າງໆ ທີ່ພັດທະນາຂຶ້ນໃໝ່ໃຫ້ແກ່ຄູຝຶກ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການສະຖາບັນ.
1. ຂະແໜງການພິມ ແລະ ຄຸ້ມຄອງຕົ້ນສະບັບ
2. ຂະແໜງອອກແບບອຸປະກອນການຮຽນ-ການສອນ
3. ຂະແໜງພັດທະນາປຶ້ມເສີມ
4. ຂະແໜງ ສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ