• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມສ້າງຄູ, ກົມອະນຸບານ ແລະ ກົມປະຖົມສຶກສາໄດ້ຈັດກອງປະຊຸມກອງປະຊຸມຄະນະຮັບຜິດຊອບໂຄງການປັບປຸງການຮຽນ-ການສອນຄະນິດສາດຊັ້ນປະຖົມສຶກສາ. ຂຶ້ນໃນວັນ ທີ 19 ສິງຫາ 2016 ທີ່​ຫ້ອງ​ປະ​ຊັ້ນ2

ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ.ພາຍໃຕ້ການ​ເປັນ​ປະທານ​ຂອງ ທ່ານ ລີຕູ້ ບົວປ່າວ, ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໃຫ້ກຽດເຂົ້າຮ່ວມ ທ່ານ ຍຸຊຸເກະ ມຸຣະກະມິ ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA), ມີຜູ້ອໍານວຍການ, ພ້ອມດ້ວຍຄະນະ ສະບັນຄົ້ນຄວ້າວິທະຍາສາດການສຶກສາ, ຫົວໜ້າກົມສ້າງຄູ, ຫົວໜ້າກົມແຜນການ, ຫົວໜ້າກົມການເງີນ, ຫົວໜ້າກົມພົວພັນຕ່າງປະເທດ, ແລະ ພັກນັກງານວິຊາການທີ່ກ່ຽວຂ້ອງ 20 ກວ່າທ່ານເຂົ້າຮ່ວມ.

ເນື້ອໃນຫຼັກຂອງກອງປະຊຸມໃນຄັ້ງນີ້ ມີ 4ຂໍ້ ຄື:

  1. ລາຍງານຄວາມຄືບໜ້າຂອງໂຄງການ,
  2. ທົບທວນແຜນວຽກຂອງໂຄງການ,
  3. ການຈັດຕັ້ງຄືນຄະນະຊີ້ນຳໂຄງການ,
  4.  ງົບປະມານການຈັດພິມ/ຈັດສົ່ງປຶ້ນແບບຮຽນ ແລະ ຄູ່ມືຄູຄະນິດສາດ
  5. ວຽກງານອື່ນໆທີ່ກ່ຽວຂ້ອງພ້ອມທັງປຶກສາຫາລືແກ້ໄຂບັນຫາຕ່າງໆ

ກອງປະຊຸມໃນການວາງແຜນຮ່ວມກັນ ພ້ອມທັງມິການແບ່ງພາລະຄວາມຮັບຜິດຊອບ ໃນແຕ່ລະກິດຈະກຳຂອງໂຄງການທີ່ກ່ຽວພັນກັບພາລະໜ້າທີ່ຂອງແຕ່ລະພາກສ່ວນ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ເຊິ່ງມີລາຍລະອຽດດັ່ງນີ້:

-               ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ: ພັດທະນາຫຼັກສູດ, ປື້ມແບບຮຽນ ແລະ ປຶ້ມຄູ່ມືຄູ ວິຊາຄະ ນິດສາດຊັ້ນປະສົມສຶກສາ, ຈັດຕັ້ງການເຝິກອົບຮົມຄູປະຈຳການກ່ຽວກັບການນຳໃຊ້ຫຼັກສູດ ແລະ ສື່ການຮຽນ-ການສອນ ວິຊາຄະນິດສາດໃໝ່, ເຂົ້າຮ່ວມເຝິກອົບຮົມດ້ານວິຊາການທີ່ປະເທດຍີ່ປຸ່ນຕາມແຜນການຂອງໂຄງການ.

-               ກົມສ້າງຄູ: ທົບຫວນ ແລະ ປັງປຸງຫຼັກສູດຂອງວິທະຍາໄລຄູ, ປັບປຸງຊະມັດຖະພາບໂຮງຮຽນສາທິດຂອງວິທະຍາໄລຄູ, ທົບທວນຍຸດທະສາດການເຝິກອົບຮົມຄູທີ່ຮັບເຂົ້າໃໝ່, ຮ່ວມກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເຝິກອົບຮົມຄູກ່ຽວກັບການນຳໃຊ້ຫຼັກສູດ ແລະ ສື່ການຮຽນ-ການສອນ ວິຊາຄະນິດສາດໃໝ່, ເຂົ້າຮ່ວມເຝິກອົບດ້ານວິຊາການທີ່ປະເທດຍີ່ປຸ່ນຕາມການຂອງໂຄງການ.

-               ກົມອະນຸບານ ແລະ ປະຖົມສຶກສາ: ພັດທະນາຂີດຄວາມສາມາດລະດັບໂຮງຮຽນໃນການໃຊ້ປຶ້ມແບບ ຮຽນຄະນິດສາດ, ຮ່ວມກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາເຝິກອົບຮົມຄູກ່ຽວກັບການນຳໃຊ້ຫຼັກສູດ ແລະ ສື່ການຮຽນ-ການສອນວິຊາຄະນະສາດໃໝ່, ເຂົ້າຮ່ວມເຝິກອົບຮົມດ້ານວິຊາການຢູ່ຕ່າງປະເທດຕາມແຜນການຂອງໂຄງ ການ.

ທ່ານ ລີຕູ້ ບົວປ່າວ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນກອງປະຊຸມວ່າເມື່ອລົງເຮືອລຳດຽວກັນແລ້ວ ຈົງຮ່ວມມືກັນເອົາໃຈໃສ່ເນັ້ນໜັກ ຢ່າງຈິງຈັງ ເພື່ອຜົນສຳເລັດໃນການພັດທະນາໃນແຕ່ລະດ້ານ ແຕ່ລະຄະນະຮັບຜິດຊອບໃຫ້ປະກົດຜົນເປັນຈິງ ແລະ ມີຄວາມເຊື່ອໜັ້ນວ່າປະເທດຍີ່ປຸ່ນເປັນປະເທດທີ່ຈະເລີນກ້າວໜ້າທາງດ້ານຫຼັກສູດການຮຽນ-ການສອນ ຈະນຳພາຕາມມາດຕະຖານສາກົນຂອງການສຶກສາວິຊາຄະນິດສາດ ໂດຍການພິຈາ ລະນາຕາມສະພາບເງື່ອນໄຂຂອງລາວ ໃຫ້ແທດເໝາະກັບສະພາບຂອງປະເທດເຮົາ ແລະ ຄູທຸກຄົນທີ່ເປັນຜູ້ນຳໃຊ້ຕົວຈິງ ພ້ອມທັງຂອບໃຈສຳລັບງົບປະມານຮັບໃຊ້ໂຄງການແມ່ນທຶນ ຊ່ວຍເຫຼືອລ້າຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໃນໂຄງການພັດທະນາຫຼັກສູດຄະນິດສາດ ການຮຽນ-ການສອນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ, ກອງປະຊຸມດັ່ງກ່າວດຳເນີນໄປໄດ້ເຄິ່ງວັນໄດ້ປິດລົງຢ່າງຈົບງາມ.

ສ. ຄຸນປະເສີດ