ຂ່າວເດັ່ນ
ສສກ-ເວິລແບັງ ເຫັນດີສືບຕໍ່ສ້າງຂີດຄວາມສາມາດ ແກ່ຜູ້ບໍລິຫານການສຶກສາ ຊັ້ນປະຖົມທົ່ວປະເທດ
ຂຽນໂດຍ Super Userກະຊວງສຶກສາທິການ ແລະ ກິລາ (ສສກ) ຍິນດີສືບຕໍ່ການຮ່ວມມືກັບ ທະນາຄານໂລກ ຫຼື ເວິລແບັງຊຸກຍູ້ການຈັດຕັ້ງປະຕິບັດດ້ານວິຊາການຂອງໂຄງການການສຶກສາກ່ອນໄວຮຽນ (ECE) ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 2 (GPE II) ແນໃສ່ສ້າງຂີດຄວາມສາມາດໃຫ້ແກ່ຜູ້ບໍລິຫານການສຶກສາໂຮງຮຽນໃນຊັ້ນປະຖົມທົ່ວປະເທດ ເພື່ອ
ນຳໄປຈັດຕັ້ງປະຕິບັດເຂົ້າໃນການຮຽນ-ການສອນ ຢ່າງມີຄຸນະພາບ.
ເມື່ອວັນທີ 7 ກໍລະກົດ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ອາຢາ ກີເບຊາກິ ຜູ້ຊີ້ນຳໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ສປປ ລາວ ແລະ ທ່ານ ປຣາມິນ ນິໂກໂລ ເດນເຊັບ ຫົວໜ້າຊີ້ນຳ-ຄຸ້ມຄອງທະນາຄານໂລກຂອງໂຄງການ ການສຶກສາກ່ອນໄວຮຽນ, ເຂົ້າຮ່ວມມີຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ.
ການພົບປະໃນຄັ້ງນີ້, ກໍ່ເພື່ອເປັນການລາຍງານຄວາມຄືບໜ້າໃນການລົງຕິດຕາມເລື່ອງການຊຸກຍູ້ຈັດຕັ້ງປະຕິບັດດ້ານວິຊາການຂອງໂຄງການໆສຶກສາກ່ອນໄວຮຽນ (ECE) ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 2 (GPE II) ແຕ່ວັນທີ29 ມິຖຸນາ ຫາ ວັນທີ 8 ກໍລະກົດ ຜ່ານມາ, ເຊິ່ງໂຄງການດັ່ງກ່າວ ແມ່ນແນໃສ່ການປັບປຸງ ແລະ ຊ່ວຍໃນການເຝິກອົບຮົມໃນການສ້າງຂີດຄວາມສາມາດໃຫ້ຜູ້ບໍລິຫານຂັ້ນໂຮງຮຽນຖົມທົ່ວປະເທດ ແລະ ໃຫ້ສາມາດວາງແຜນເຂົ້າໃນການບໍລິຫານໃນຮງນຮຽນ,ນຳເອົາຄວາມຮູ້ດັ່ງກ່າວເຂົ້າໃນການປັບປຸງເລື່ອງການຮຽນ-ການສອນ ໂດຍສະເພາະທາງດ້ານຄຸນະພາບຂອງການສຶກສາເປັນຫຼັກ.
ສຳລັບໂຄງການດ່ັງກ່າວ, ພາກສ່ວນທີ່ກ່ຽວ ແລະ ບັນດາຄູ່ຮ່ວມພັດທະນາຈະໄດ້ພ້ອມກັນທົບທວນການຄິດໄລ່ຄືນການໃຊ້ຈ່າຍຂອງໂຄງການ ການສຶກສາກ່ອນໄວຮຽນ ແລະ ການປັບໂຄງສ້າງຂອງຕົວກຳນົດໝາຍຂອງໂຄງການ; ທົບທວນການໃຊ້ຈ່າຍຂອງໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 2, ຂອບຜົນໄດ້ຮັບ ແລະ ການປັບປຸງໂຄງສ້າງຂອງຕົວກຳນົດໝາຍຂອງໂຄງການທີ່ມີຜົນຕໍ່ເນື່ອງກັບການປຶກສາຫາລືກັບກົມການເງິນໃນ 2 ໜ້າວຽກຄື: ໜ້າວຽກສຳລັບບໍລິສັດສຳຫຼວດທີ່ຈະໄດ້ຮັບການບັນຈຸໂດຍ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ແຜນການຈັດຊື້-ຈັດຈ້າງຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ 2; ຄວາມຄືບໜ້າຂອງວຽກງານການຈັດຊື້-ຈັດຈ້າງຂອງໂຄງການໆສຶກສາກ່ອນໄວຮຽນ ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 2; ຄຳສັ່ງແນະນຳຂອງການຈັດຕັ້ງປະຕິບັດເງິນບໍລິຫານປົກກະຕິຂອງສະຖາບັນການສຶກສາ (SBG) ໂດຍມີຈຸດປະສົງໃຊ້ສຳລັບທຸກໂຮງຮຽນປະຖົມສຶກສາ ແລະ ຫ້ອງກຽມປະຖົມ-ອະນຸບານ ໃນໄລຍະເວລາທີ່ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ 2 ຈະສະໜອງເງິນເພີ່ມຕື່ມໃຫ້ SBG ດັ່ງກ່າວ; ກຳນົດເວລາຂອງການເບີກຈ່າຍເງິນບໍລິຫານໃນໂຮງຮຽນ (SBG) ແລະ ຂະຫຍາຍການໃຫ້ເງິນ SBG ໄປໃນ 148 ເມືອງ ຈາກ 1 ປີ ຂອງໂຄງການ (ຫຼຸດໄລຍະຂັ້ນຕອນລົງ ແລະ ເພີ່ມການສະໜອງເງິນໃຫ້ແກ່ໂຮງຮຽນໄລຍະເລີ່ມຕົ້ນ) ໂດຍນຳໃຊ້ຄຳສັ່ງແນະນຳຂອງການຈັດຕັ້ງປະຕິບັດເງິນ SBG ເຂົ້າໃນວຽກງານຂອງການເຝິກອົບຮົມ SBM ແລະ ການພັດທະນາຮູບແບບເຝິກອບົຮມ 60ນາທີ ກ່ຽວກັບການນຳໃຊ້ ແລະ ການລາຍງານຂອງເງິນບໍລິຫານປົກກະຕິຂອງສະຖານການສຶກສາ (SBG).
ການຈັດຕັ້ງປະຕິບັດການເຝິກອົບຮົມຄູເຝິກສຳລັບວຽກງານສ້າງຂີດຄວາມສາມາດຂອງ SBM ແລະ ການຈັດຕັ້ງເຝິກອົບຮົມດ້ານການປະສານງານ ແລະ ການຄຸ້ມຄອງບໍລິຫານຂອງໜ່ວຍງານທີ່ກ່ຽວຂ້ອງເຖິງການຖ່າຍທອດ, ການໃຫ້ການເຝິກອົບຮົມທີ່ໄດ້ຄຸນະພາບຂອງການສ້າງຂີດຄວາມສາ ມາດໃນການຄຸ້ມຄອງທີ່ເນັ້ນໜັກໂຮງຮຽນເປັນຫຼັກ (SBM) ພາຍໃຕ້ອົງປະກອບທີ 1 ຂອງກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 2; ການຮັບຮອງເອົາການປັບຫຼັກສູດທີ່ຈະນຳມາໃຊ້ໃນການສຳຫຼວດການຈັດຕັ້ງປະຕິບັດຄຸ້ມຄອງທີ່ເນັ້ນໂຮງຮຽນປັນຫຼັກ (SBM) ທີ່ຈະດຳເນີນການຈາກການສຳຫຼວດໂດຍບໍລິສັດທີ່ຈະ
ໄດ້ຮັບການຄັດເລືອກຈາກ ກະຊວງ ຕາມແຜນຈັດຊື້-ຈັດຈ້າງສຳລັບໂຄງການ GPE II.